ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ຝ​ຣັ່ງ ມາ​ຄ​ຣົງ ກ່າວ​ຕໍ່​ປະ​ເທດ​ຊາດ ທ່າມ​ກາງການ​ປະ​ທ້ວງ​ທີ່​​​ວຸ້ນ​ວາຍ​ ໃນ​ປາ​ຣີ

ປະ​ທາ​ນາ​ທິ​ບໍ​ດີຝ​ຣັ່ງ ທ່ານ​ເອ​ມາ​ນູແອ​ລ ມາ​ຄ​ຣົງ ກ່າວ​ຕໍ່​ປະ​ເທດ​ຊາດ ຈາກ​ພະ​ລາດ​ຊະ​ວັງ Elysee ໃນ​ປາ​ຣີ, 3 ມັງ​ກອນ 2018.
ປະ​ທາ​ນາ​ທິ​ບໍ​ດີຝ​ຣັ່ງ ທ່ານ​ເອ​ມາ​ນູແອ​ລ ມາ​ຄ​ຣົງ ກ່າວ​ຕໍ່​ປະ​ເທດ​ຊາດ ຈາກ​ພະ​ລາດ​ຊະ​ວັງ Elysee ໃນ​ປາ​ຣີ, 3 ມັງ​ກອນ 2018.

ປະ​ທາ​ນາ​ທິ​ບໍ​ດີຝ​ຣັ່ງ ທ່ານ​ເອ​ມາ​ນູແອ​ລ ມາ​ຄ​ຣົງ ຈະກ່າວ​ຕໍ່​ປະ​ເທດ​ຊາດ​ໃນ​ວັນ​ຈັນມື້​ນີ້ ໃນ​ການ​ຕອບ​ຮັບ ການ​ປະ​ທ້ວງ “ເສື້ອ​ກັນໜາວສີ​ເຫຼືອງ” ທີ່​ໄດ້​ພາກັນ​ເດີນຂະບວນຢ່າງ​ໃຫຍ່​ໃນ​ທົ່ວ​ປະ​ເທດ ໃນ​ຮອບ 4 ​ທ້າຍ​ສັບ​ປະ​ດາ​ມາ​ແລ້ວ​.

ກ່ອນ​ການ​ກ່າວ​ຄຳ​ປາ​ໄສ ໃນ​ແລງວັນ​ຈັນ​ວານ​ມື້​ນີ້ ທ່ານ​ມາ​ຄ​ຣົງ​ວາງ​ແຜນ​ວ່າ​ຈະ​ພົບ​ປະ​ກັບ​ເຈົ້າໜ້າທີ່ສະ​ຫະ​ພັນ, ພວກ​ນັກ​ກົດ​ໝາຍ​ທ້ອງ​ຖິ່ນ ແລະ​ຜູ້​ນຳ​ທາງ​ດ້ານ​ທຸ​ລະ​ກິດ ເພື່ອ​ໂອ້​ລົມ​ສົນ​ທະ​ນາ ເພື່ອວາງແຜນ​ຮັບ​ມື​ກັບ​ການປະ​ທ້ວງ​ທີ່​ບາງ​ຄັ້ງ ກໍ​ຮຸນ​ແຮງ ທີ່​ໄດ້​ກໍ່​ຄວາມ​ວຸ້ນ​ວາຍ​ ໃນ​ຊ່ວງ​ເທດ​ສະ​ການ​ບຸນ​ນີ້.

​ພວກ​ພະ​ນັກ​ງານ ໃນ​ທົ່ວ​ປະ​ເທດ​ຝຣັ່ງ ໄດ້​ພາ​ກັນ ​ປັດ​ກວາດ​ມ້ຽນ​ມັດ​ຊາກ​ຫັ​ກ​ພັງ ສິ່ງ​ຂອງ​ເສດ​ເຫຼືອຕ່າງໆຈາກ​ພວກ​ປະ​ທ້ວງ ທີ່​ໄດ້​ພາ​ກັນ​ແກ່ວງ​ກ້ອນ​ຫີນ, ຈູດ​ເຜົາ​ລົດ ແລະ​ທັບ​ມ້າງ​ຫ້າງ​ຮ້ານ​ທຸ​ລະ​ກິດ​ອື່ນໆ ໃນ​ຊ່ວງ​ທ້າຍສັບປະ​ດາຜ່ານ​ມາ​ນີ້.

ໃນ​ເຊົ້າ​ວັນ​ອາ​ທິ​ດວານ​ນີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຝ​ຣັ່ງ ໄດ້ຊຸກຍູ້​ໃຫ້ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ບໍ່​ໃຫ້​ເຂົ້າ​ໄປ​ແຊກແຊງການ​ເມືອງ​ໃນ​ຝ​ຣັ່ງ, ຊຶ່ງ​ມີ​ຂຶ້ນ​ຫຼັງ​ຈາກ​ທີ່​ທ່ານ​ທ​ຣຳ ​ໄດ້​ຂຽນ​ລົງ​ໃນ​ທ​ລິ​ດ​ເຕີ​ຣ໌ ໃນ​ສັບ​ປະ​ດາ​ທີ່​ມີ​ການ​ປະ​ທ້ວງ​ໃນ​ປາ​ຣີ​ນັ້ນ.

“ພວກ​ເຮົາບໍ່ຖືເອົາຕາມ​ການ​ເມືອງ​ອາ​ເມ​ຣິ​ກັນ ເຂົ້າ​ມາ​ໃນ​ລະ​ບົບ​ຂອງ​ພວກ​ເຮົາ ແລະ​ພວກ​ເຮົາ​ກໍຢາກໃຫ້ມັນ​ເປັນເຊັ່ນນັ້ນຕອບແທນ,” ຊຶ່ງ​ທ່ານ ຈີນ-ອີ​ຟ ເລີ ໄດ​ຣອັນ ໄດ້​ບອກ​ກັບ ໂທລະ​ພາບ LCI ໄປ.

“ຂ້າ​ພະ​ເຈົ້າ​ເວົ້າ​ຕໍ່​ທ່ານ​ທ​ຣຳ ແລະ ປະ​ທາ​ນາ​ທິ​ບໍ​ດີຝ​ຣັ່ງ ກໍ​ກ່າວ​ເຊັ່ນ​ນີ້​ ເຊັ່ນ​ກັນ​ວ່າ: ປ່ອຍ​ໃຫ້ປະ​ເທດ​ຂອງ​ພວກ​ເປັນ​ໄປເອງ.”

ທ່ານເລີ ໄດ​ຣອັນ ໄດ້​ໂຕ້​ຕອບຂໍ້​ຂຽນ​ຂອງປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ​ທີ່​ໄດ້ຂຽນ​ລົງ​ໃນ​ທ​ສິດ​ເຕີ​ຣ໌ ໃນ​ວັນ​ເສົາ​ຜ່ານ​ມາ​ນີ້.

“​ມັນ​ເປັນ​ວັນ​ແລະ​ຄ່ຳ​ຄືນ​ທີ່​ໂສກເສົ້າ​ຫຼາຍ​ໃນ​ປາຣີ. ບາງ​ທີ່ ມັນອາດ​ເຖິງ​ເວ​ລາ​ແລ້ວ​ທີ່​ຈະ​ເສັດ​ສິ້ນ​ຂໍ້​ຕົກ​ລົງ​ປາ​ຣີ ​ທີ່​ແພງແລະ​ຂີ້​ຮ້າຍ​ທີ່​ສຸດ ແລະ​ສົ່ງເງິນ​ຄືນ​ໃຫ້ແກ່ປະ​ຊາ​ຊົນ​ຝ​ຣັ່ງ ໃນ​ຮູບ​ແບບ​ຂອງ​ການ​ເກັບພາ​ສີຕ່ຳ​ລົງ ບໍໍໍ?” ຊຶ່ງ​ທ່ານ​ທ​ຣຳໄດ້​ຂຽນລົງໄປ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ພວກ​ປະ​ທ້ວງ ທີ່​ພາ​ກັນ​ໃສ່​ເສື້ອກັກ​ກັນ​ໜາວ​ສີ​ເຫຼືອງ ທີ່​ພາ​ກັນ​ຢືນ​ຢູ່ ​ຂ້າງໆ​ຕົ້ນ​ໄມ້​ທີ່​ກຳ​ລັງ​ໄໝ້​ຢູ່ ​ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ພາ​ກັນ​ທຳ​ການ​ປະ​ທ້ວງ ຄ່າ​ຄອງ​ຊີບ​ທີ່​ຖີບ​ຕົວ​ສູງ​ຂຶ້ນ​ນັ້ນທີ່​ພ​ສກ​ເຂົາ​ເຈົ້າ​ຖີ້ມ​ໂທດ​ໃສ່​ການ​ເກັບ​ພາ​ສີ​ທີ່​ໜັ​ກ​ໜ່ວງ​ນັ້ນ ທີ່​ປະ​ຕູ​ໄຊ Arc de Triomphe ທີ່​ຖະ​ໜົນ​ຫຼັກ Champs-Elysees ໃນ​ປາ​ຣີ, ຝ​ຣັ່ງ, 8 ທັນ​ວາ 2018.

XS
SM
MD
LG