ພັກການເມືອງໃໝ່ແນວທາງປານກາງຂອງຝຣັ່ງຂອງປະທານາທິບໍດີ Emmanuel
Macron ພວມຕຽມພ້ອມທີ່ຈະຕ້ອນຮັບໄຊຊະນະຢ່າງຂາດລອຍໃນການເລືອກຕັ້ງ
ສະພາແຫ່ງຊາດ ອີງຕາມຜົນຂອງການປ່ອນບັດຮອບທຳອິດ ໃນວັນອາທິດທີ່ຜ່ານມາ
ຊຶ່ງສະແດງໃຫ້ເຫັນວ່າໄດ້ຮັບ 28 ເປີເຊັນຂອງການປ່ອນບັດ.
ຜົນປາກົດດັ່ງກ່າວຂອງ La Republique en Marche ແລະພັນທະມິດ MoDem
ທີ່ໄດ້ 4 ເປີເຊັນຂອງການປ່ອນບັດ ເຮັດໃຫ້ທັງຄູ່ຢູ່ພາຍໃນການທີ່ຈະໄດ້ສຽງສ່ວນ
ຫລາຍຢູ່ໃນສະພາແຫ່ງຊາດ ທີ່ມີຫລາຍກວ່າ 400 ບ່ອນນັ່ງ ໃນຈຳນວນ 577 ບ່ອນ
ນັ່ງຂອງສະພາຕໍ່າ ຖ້າຫາກເຂົາເຈົ້າສຳເລັດຜ່ານຮອບສຸດທ້າຍຂອງການປ່ອນບັດ
ໃນອາທິດໜ້າ.
ຜູ້ປ່ອນບັດພາກັນອອກມາ ເຖິງຢ່າງໃດກໍດີແມ່ນມີຈຳນວນຕໍ່າສຸດໃນວັນອາທິດແລ້ວ
ນີ້ ”ທີ່ຄາດວ່າ ມີ 52 ເປີເຊັນຂອງພົນລະເມືອງ. ນັ້ນຖືວ່າຍ້ອນຜູ້ປ່ອນບັດອິດເມື່ອຍ
ຫລັງຈາກເປັນເວລາດົນນານ ແລະການໂຄສະ ນາຫາສຽງທີ່ແບ່ງແຍກ ເຮັດໃຫ້ເຫັນ
ວ່າທ່ານ Macron ໄດ້ຖືກເລືອກຕັ້ງໃນເດືອນແລ້ວນີ້.
ໂຄສົກທ່ານ Macron ຄືທ່ານ Christophe Castaner ຮ້ອງການປ່ອນບັດທີ່ມີຄົນ
ໜ້ອຍຄັ້ງນີ້ວ່າ “ການເລືອກຕັ້ງເທື່ອນີ້ລົ້ມແຫລວ.”ທ່ານ Castaner ຜູ້ທີ່ຍັງເປັນລັດ
ຖະມົນຕີປະຊາສຳພັນສະພາ ໄດ້ກ່າວຕໍ່ໂທລະພາບຝຣັ່ງ 2 ວ່າ “ພວກເຮົາຕ້ອງຈົດ
ລົງ ພວກເຮົາຕ້ອງປົວແປງຄວາມເຊື່່ອຖື.”
ເຖິງຢ່າງໃດກໍດີ ຜົນການປ່ອນບັດເຫັນວ່າເປັນການສະໜັບສະໜູນຢ່າງແຂງຂັນ ຕໍ່
ປະທານາທິບໍດີ Macron. ຫລາຍໆຄົນຜູ້ທີ່ພາກັນປ່ອນບັດໃນການເລືອກຕັ້ງປະທາ
ນາທິບໍດີ ໂດຍສະເພາະຜູ້ປ່ອນບັດຝ່າຍຊ້າຍ ກ່າວວ່າເຂົາເຈົ້າໄດ້ເຮັດກໍເພື່ອຢາກໃຫ້
ທ່ານນາງ Marine Le Pen ບໍ່ໄດ້ເປັນປະທານາທິບໍດີ. ໃນເວລານັ້ນ ເຂົາເຈົ້າຫລາຍ
ຄົນ ແລະພວກທີ່ບໍ່ລົງຄະແນນສຽງ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະປ່ອນບັດຕ້ານປະທາ
ນາທິບໍດີຄົນໃໝ່ຢູ່ໃນການເລືອກຕັ້ງສະພາ. ເຖິງຢ່າງໃດກໍດີ ເປັນທີ່ແຈ້ງຂາວວ່າ
ເປີເຊັນສ່ວນໃຫຍ່ຂອງເຂົາເຈົ້າໄດ້ປ່ຽນການຕັດສິນໃຈ.