ຝຣັ່ງລົບລ້າງແຜນການທີ່ຈະໄປຮ່ວມໃນພິທີໄວ້ອາໄລ
ຄົບຮອບ 20 ປີ ແຫ່ງການຂ້າລ້າງເຊື້ອຊາດເຜົ່າພັນໃນ
Rwanda ຫຼັງຈາກມີການກ່າວຫາຈາກປະທານາທິບໍ
ດີຂອງ Rwanda ວ່າ ຝຣັ່ງໄດ້ເຂົ້າຮ່ວມໃນການຂ້າ
ລ້າງໝູ່ປະຊາຊົນນັ້ນ.
ໂຄສົກປະຈຳກະຊວງການຕ່າງປະເທດຝຣັ່ງ ກ່າວຕໍ່
ວີໂອເອ ວ່າ ຝຣັ່ງປະຫຼາດໃຈນຳຄຳປະກາດດັ່ງກ່າວ.
ໂຄສົກກ່າວຕໍ່ໄປວ່າ ການກ່າວຫາເຫຼົ່ານັ້ນແມ່ນຂັດ
ກັນກັບການດຳເນີນຂັ້ນຕອນເພື່ອສ້າງຄວາມປອງດອງ
ກັນ ທີ່ພວມດຳເນີນໄປລະຫວ່າງສອງປະເທດນັ້ນ.
ວີດີໂອ: ບົດຮຽນທີ່ສາມາດຖອດຖອນໄດ້ ຈາກການຂ້າລ້າງເຜົ່າພັນ ຢູ່ຣວັນດາ:
ປະທານາທິບໍດີ Paul Kagame ແຫ່ງ Rwanda ກ່າວຕໍ່ໜັງສືພິມລາຍສັບປະດາ
Jeune Afrique ວ່າ ຝຣັ່ງແລະແບລຢ້ຽມ ໄດ້ຫຼິ້ນອັນທີ່ທ່ານເອີ້ນວ່າ “ບົດບາດ
ໂດຍກົງ” ໃນການກະກຽມດ້ານການເມືອງ ສຳລັບການສັງຫານໝູ່ປະຊາຊົນນັ້ນ.
ໃນບົດສຳພາດດັ່ງກ່າວ ທີ່ພິມອອກເຜີຍແຜ່ໃນວັນອາທິດມື້ນີ້ ປະທານາທິບໍດີ
Rwanda ຍັງກ່າວຫາຝຣັ່ງເຊັ່ນກັນວ່າ ຝຣັ່ງຮອດໄດ້ປະກອບສ່ວນ ໃນຂັ້ນຕອນ
ການຈັດຕັ້ງປະຕິບັດ ການຂ້າລ້າງເຊື້ອຊາດເຜົ່າພັນດັ່ງກ່າວ.
ກະຊວງການຕ່າງປະເທດຝຣັ່ງ ກ່າວວ່າ ລັດຖະມົນຕີກະຊວງຍຸຕິທຳ ທ່ານນາງ
Christiane Taubira ທີ່ໄດ້ວາງກຳນົດໄວ້ວ່າ ຈະເດີນທາງໄປຍັງ Rwanda
ໃນວັນຈັນມື້ອື່ນນີ້ ຈະບໍ່ໄປປະກອບສ່ວນໃນພິທີໄວ້ອາໄລດັ່ງກ່າວ.
ວີດີໂອ: ພວກເດັກກຳພ້າຈາກ ເຫດການຂ້າລ້າງເຜົ່າພັນ ໃນຣວັນດາ ຍັງສູ້ຊົນຢູ່ຕໍ່ມາ: