ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຝຣັ່ງ​ເອົາ​ບົດບາດນຳພາ ​ໃນ​ການ​ສືບ​ສວນ​ ກໍລະນີ ເຮືອບິນ Air Algerie ຕົກ (ສະໄລດ໌)


ພາບມຸມນຶ່ງ ສະແດງໃຫ້ເຫັນທຸງຊາດຝຣັ່ງ ລົດລົງມາຢູ່ເຄິ່ງເສົາ ຢູ່ທີ່ Quai d'Orsay ໃນນະຄອນຫລວງ Paris ໃນການໄວ້ອາໄລ ເປັນເວລາ 3 ມື້, ວັນທີ 28 ກໍລະກົດ 2014.
ພາບມຸມນຶ່ງ ສະແດງໃຫ້ເຫັນທຸງຊາດຝຣັ່ງ ລົດລົງມາຢູ່ເຄິ່ງເສົາ ຢູ່ທີ່ Quai d'Orsay ໃນນະຄອນຫລວງ Paris ໃນການໄວ້ອາໄລ ເປັນເວລາ 3 ມື້, ວັນທີ 28 ກໍລະກົດ 2014.

ກ່ອງດຳ Black box ຫລື​ກ່ອງ​ບັນ​ທຶກ​ຂໍ້​ມູນ​ການບິນ 2 ກ່ອງ
ຈາກ ຖ້ຽວ​ບິນຂອງ​ສາຍ​ການບິນ Air Algerie ທີ່​ໄດ້​ຕົກລົງ​
ຢູ່​ໃນ​ປະ​ເທດ ມາລີ ອາທິດ​ແລ້ວ​ນີ້ ​ເຮັດ​ໃຫ້ທັງ​ໝົດ 118 ຄົນ​
ໃນ​ເຮືອບິນເສຍ​ຊີວິດນັ້ນ ໄດ້​ຖືກ​ສົ່ງໄປຮອດນະຄອນ​ຫລວງ​
ປາຣີ​ ​ໃນ​ວັນ​ຈັນວານ​ນີ້​ ​ໃນ​ຂະນະ​ທີ່​ຝຣັ່ງ​ເອົາ​ບົດບາດນຳພາ ​
ໃນ​ການ​ສືບ​ສວນ​ສອບ​ສວນ.

ລັດຖະມົນຕີ​ຂົນ​ສົ່ງຝຣັ່ງ ກ່າວວ່າ ການກວດ​ສອບ​ຂໍ້​ມູນ​ຂອງ
​ຖ້ຽວ​ບິນ​ດັ່ງກ່າວ​ ອາດ​ສາມາດໃຊ້​ເວລາ “ຫຼາຍອາທິດ.”

ທຸງຊາດ​ໃນ​ທົ່ວ​ປະ​ເທດ ໄດ້​ຖືກລົດ​ລົງມາ​ຢູ່​ເຄິ່ງ​ເສົາ ​ໃນ​ວັນ
​ຈັນ​ວານນີ້​ ​ໃນ​ຂະນະ​ທີ່​ປະ​ເທດຝຣັ່ງ​ເລີ້ມ​ຕົ້ນ​ໄວ້ອາ​ໄລ​ເປັນ​ເວລາ 3 ມື້ ​ແກ່​ຜູ້​ໄດ້​ຮັບ​ເຄາະ​
ຮ້າຍໃນ​ຄັ້ງນີ້ ຊຶ່ງ​ຮວມທັງ ພົນລະ​ເມືອງ​ຝຣັ່ງ 54 ຄົນ.

ບັນດານັກຂ່າວ ກຳລັງເບິ່ງ ຊິ້ນສ່ວນຊາກເຮືອບິນ ຂອງສາຍການບິນ Air Algerie ຖ້ຽວບິນ AH 5017 ຕົກຢູ່ທີ່ຂົງເຂດ Gossi ເບື້ອງທິດຕາເວັນ ຕົກຂອງ Gao ປະເທດມາລີ, ວັນທີ 26 ກໍລະກົດ 2014.
ບັນດານັກຂ່າວ ກຳລັງເບິ່ງ ຊິ້ນສ່ວນຊາກເຮືອບິນ ຂອງສາຍການບິນ Air Algerie ຖ້ຽວບິນ AH 5017 ຕົກຢູ່ທີ່ຂົງເຂດ Gossi ເບື້ອງທິດຕາເວັນ ຕົກຂອງ Gao ປະເທດມາລີ, ວັນທີ 26 ກໍລະກົດ 2014.

ຕອນ​ສຸດ​ທ້າ​ຍທີ່​ມີ​ການ​ສື່ສານ​ກັບ ຖ້ຽວ​ບິນ MD-83 ​ແມ່ນ​
ຕອນ​ທີ່​ນັກ​ບິນ ​ຂໍ “ຕ່າວ​ຄືນ ເມືອ” ໃນ​ຂະນະ​ທີ່ກຳລັງ​ບິນ​
ຈາກ Burkina Faso ​ໄປຫາ Algeria. ພາຍຸ​ດິນຊາຍ​ໃນ​
ພື້ນ​ທີ່ ​ອາດໄດ້ມີ​ສ່ວນ​ເຮັດ​ໃຫ້​ຍົນ​ຕົກ ​ແຕ່​ບໍ່​ມີ​ການ​ຢັ້ງຢືນ​
ຢ່າງເປັນ​ທາງ​ການຕໍ່ເຫດຜົນ​ໃດໆ.

ຝຣັ່ງ ​ໄດ້​ສົ່ງ​ຜູ້​ຊ່ຽວຊານ​ດ້ານ​ເຮືອບິນ​ຕົກ ຈຳນວ​ນນຶ່ງ ​ແລະ​
ຕຳຫລວດ 20 ຄົນ ​ໄປ​ຍັງ​ບ່ອນ​ເຮືອບິນ​ຕົກ ​ໃນເຂດແຫ້ງ​ແລ້ງ
​ຂອງປະ​ເທດ​ມາລີ ​ເພື່ອ​ລະບຸ​ຊື່​ສຽງ​ຂອງ​ພວກ​ເຄາະ​ຮ້າຍ ​ແລະ
ລົງ​ຄວາມ​ເຫັນ​ກ່ຽວ​ກັບ​ສາ​ເຫດ​ຂອງ​ເຮືອບິນ​ຕົກ.

ອຸບັດ​ເຫດ​ຄັ້ງ ​ນີ້ ​ແມ່ນ​ເປັນ​ໂສກ​ນາດຕະກຳ​ທັງ​ອາກາດ​ຄັ້ງ​
ຮ້າຍ​ແຮງ​ທີ່​ສຸດ ທີ່​ຝຣັ່ງ​ໄດ້​ປະສົບ​ມາ ນັບ​ຕັ້ງ​ແຕ່​ເຮືອບິນ airbus A300 ຂອງ​ສາຍ​ການ​ບິນ
Air France ຕົກລົງສູ່​ທະ​ເລ ​ໃນ​ລະຫວ່າງ​ຖ້ຽວ​ບິນ ຈາກ Rio de Jeneiro ຫາ​ນະຄອນ
ຫລວງ​ປາຣີ ໃນ​ເດືອນ​ມິຖຸນາ ປີ 2009.

XS
SM
MD
LG