ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ​ຣັ່ງ ຈະ​ອົບ​ພະ​ຍົບ​ປະ​ຊາ​ຊົນ​ອອກ​ຈາກປະ​ເທດ ໄນ​ເຈີ


ຜູ້​ສະ​ໜັບ​ສະ​ໜູນ​ຜູ້​ນຳ​ການ​ກໍ່​ລັດ​ຖະ​ປະ​ຫານ ນາຍ​ພົນ ອັບ​ດູ​ຣາ​ເມນ ເຈຍ​ນີ ເດີນ​ຂະ​ບວນ​ໃນ​ນະ​ຄອນຫຼວງ ເນ​ເນຍ​ເມ, ໄນ​ເຈີ, 30 ກໍ​ລະ​ກົດ 2023.
ຜູ້​ສະ​ໜັບ​ສະ​ໜູນ​ຜູ້​ນຳ​ການ​ກໍ່​ລັດ​ຖະ​ປະ​ຫານ ນາຍ​ພົນ ອັບ​ດູ​ຣາ​ເມນ ເຈຍ​ນີ ເດີນ​ຂະ​ບວນ​ໃນ​ນະ​ຄອນຫຼວງ ເນ​ເນຍ​ເມ, ໄນ​ເຈີ, 30 ກໍ​ລະ​ກົດ 2023.

ຝ​ຣັ່ງ ໄດ້​ກ່າວວ​ວ່າ​ເຂົາ​ເຈົ້າ​ຈະ​ເລີ່ມການ​ປະ​ຕິ​ບັດ​ການ​ອົບ​ພະ​ຍົບ​ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ ແລະ ປະ​ຊາ​ຊົນ​ຂອງ​ປະ​ເທດ​ຢູ​ໂຣບ​ອື່ນໆ​ອອກ​ຈາກ​ ໄນ​ເຈີ ໃນ​ວັນ​ອັງ​ຄານມື້ນີ້, ເກືອບ​ນຶ່ງ​ອາ​ທິດຫຼັງ​ຈາກ​ລັດ​ຖະ​ບານ​ທະ​ຫານ​ໄດ້​ຍຶ​ດ​ອຳ​ນາດ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ ຝ​ຣັ່ງ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ​ການ​ຕັດ​ສິນ​ໃຈ​ທີ່​ຈະ​ດຳ​ເນີນ​ການ​ອົບ​ພະ​ຍົບ​ແມ່ນ​ຖືກ​ກະ​ຕຸ້ນ​ໂດຍ​ຄວາມ​ຮຸນ​ແຮງ​ຕໍ່​ສະ​ຖານ​ທູດ ຝ​ຣັ່ງ ໃນ​ນະ​ຄອນຫຼວງ ເນຍ​ເມ ແລະ ການ​ປິດ​ນ່ານ​ຟ້າ​ຂອງ ໄນ​ເຈີ. ກະ​ຊວງ​ໄດ້​ກ່າວ​ວ່າ​ປະ​ຊາ​ຊົນ ຝ​ຣັ່ງ ແມ່ນ​ບໍ່​ສາ​ມາດ​ເດີນ​ທາງ​ອອກ​ຈາກ​ປະ​ເທດ​ດັ່ງ​ກ່າວ​ດ້ວຍ​ຕົນ​ເອງ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອິ​ຕາ​ລີ ທ່ານ ແອນ​ໂຕ​ນີ​ໂອ ຕາ​ຈາ​ນີ ໄດ້​ກ່າວ​ໃນ​ສື່​ສັງ​ຄົມ​ເມື່ອ​ວັນ​ອັງ​ຄານ​ວານນີ້​ວ່າ ອິ​ຕາ​ລີ ກໍ​ຈະ​ສະ​ໜອງ​ຖ້ຽວ​ບິນ​ອົບ​ພະ​ຍົບ​ພິ​ເສດ​ໃນ​ນະ​ຄອນຫຼວງ ເນຍ​ເມ ໃຫ້​ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ​ເຊັ່ນ​ກັນ.

ກຸ່ມ ECOWAS ຂອງ​ພາກ​ພື້ນ​ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ຕໍ່​ພວກ​ຜູ້​ນຳ​ພາ​ການ​ກໍ່​ລັດ​ຖະ​ປະ​ຫານ ແລະ ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ອາດ​ໃຊ້​ກຳ​ລັງ​ເພື່ອ​ນຳ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ ໂມ​ຮາ​ເມັດ ບາ​ຊູ ກັບ​ຄືນ​ສູ່​ຕຳ​ແໜ່ງ ຖ້າ​ທ່ານບໍ່​ໄດ້​ກັບ​ຄືນ​ມາ​ກຳ​ອຳ​ນາດ.

ສະ​ຫະ​ລັດ ແລະ ສະ​ຫະ​ພາບ ຢູ​ໂຣບ ຍັງ​ໄດ້​ຮຽກ​ຮ້ອງ​ລັດ​ຖະ​ບານ​ຂອງ​ທ່ານ ບາ​ຊູ ຖືກ​ນຳ​ກັບ​ມາ​ສູ່​ອຳ​ນາດ​ໃນ​ທັນ​ທີ.

ປະ​ເທດ ເບີ​ກິ​ນາ ຟາ​ໂຊ ແລະ ມາ​ລີ, ສອງ​ປະ​ເທດ​ທີ່​ຢູ່​ໃກ້​ຄຽງ​ຂອງ ໄນ​ເຈີ ທີ່​ປະ​ຕິ​ບັດ​ການ​ພາຍ​ໃຕ້​ລັດ​ຖະ​ບານ​ທະ​ຫານ, ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ເມື່​ອ​ວັນ​ຈັນ​ວານນີ້​ວ່າ​ການ​ດຳ​ເນີນ​ການ​ທາງ​ທະ​ຫານ​ໃດໆ​ຕໍ່ ໄນ​ເຈີ ຈະ​ຖືກ​ພິ​ຈາ​ລະ​ນາ​ເປັນ “ການ​ປະ​ກາດ​ສົງ​ຄາມ​ຕໍ່ ເບີ​ກິ​ນາ ຟາ​ໂຊ ແລະ ມາ​ລີ.”

ປະ​ເທດ ກີ​ເນຍ, ເຊິ່​ງ​ແມ່ນ​ປະ​ເທດ​ທີ່​ຖືກ​ນຳ​ພາ​ໂດຍ​ລັດ​ຖະ​ບານ​ທະ​ຫານອີກ​ປະ​ເທດ​ນຶ່ງ​ທີ່​ຢູ່​ໃກ້​ຄຽງ, ໄດ້​ສະ​ແດງ​ການ​ຄັດ​ຄ້ານ​ຂອງ​ເຂົາ​ເຈົ້າ​ຕໍ່​ມາດ​ຕະ​ການ​ລົງ​ໂທດ​ຂອງ ECOWAS ແລະ ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ແຊກ​ແຊງ​ດ້ວຍ​ທະ​ຫານ.

XS
SM
MD
LG