ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຝ​ຣັ່ງຈະ​ໃຊ້​ຕຳ​ຫລວດ ເກືອບ​ຮອດ 90 ພັນ ຄົນ ​ເພື່ອປ້​ອງ​ກັນ ບໍ່​ໃຫ້​​ໃຊ້​ຄວາມ ​ຮຸນ​ແຮງ ຢູ່​ໃນ​ການ​ປະ​ທ້ວງ ທີ່​ຈະ​ມີຂຶ້ນ ໄວໆ ​ນີ້

ຕຳ​ຫລວດ​ຝ​ຣັ່ງ​ໄດ້​ພາ​ກັນ​ຈັ້ງ​ທ່ານ​ໃນ​ຂະ​ນະ​ທີ່​ມີ​ການ​ປະ​ທະ​ກັນ​ກັບພວກ​ຂັບ​ລົດ​ຂົນ​ສົ່ງ​ຄົນ​ເຈັບ ໃນ​ຂະ​ນະ​ທີ່​ຢູ່​ໃນ​ການເດີນ​ຊະ​ບວນຢູ່​ Place de la Concorde ໃນ​ນະ​ຄອນ​ປາ​ຣີ​ຂອງ​ຝ​ຣັ່ງ ໃນ​ວັນ​ທີ 3 ທັນ​ວາ, 2018.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຝ​ຣັ່ງ, ທ່ານ ເອດວາດ ຟີ​ລິບ (Edouard Philippe) ເວົ້າ​ວ່າ ຈະ​
ມີ​ການ​ເກນ​ເອົາ​ຕຳ​ຫລວດຫລາຍກວ່າ 89,000 ຄົນ ໄປ​ຍາມປ້ອງ​ກັນ ການກໍ່​ຄວາມ
​ຮຸນ​ແຮງທີ່​ຈະ​ເກີດ​ຂຶ້ນ​ອີກ​ຢູ່​ໃນ​ການ​ປະ​ທ້ວງ​ທີ່​ຈະ​ມາ​ເຖິງນີ້.

ພວກ​ປະ​ທ້ວງ​ພາ​ກັນ​ນຸ່ງ​ເສື້ອ​ກັກ​ສີ​ເຫລືອງ ເພື່ອ​ເປັນ​ສ​ັນຍາ​ລັກຂອງ​ການ​ຄັດ​ຄ້ານ​ການ​ຂຶ້ນ​ພາ​ສີ ທີ່​ພາ​ໃຫ້​ລາ​ຄາ​ເຊື້ອໄຟຂຶ້ນນັ້ນ ພາ​ກັນ​ນັບບັດ​ລົງ​ຄະ​ແນນສຽງ​ເພື່ອ​ເລືອກ​ເອົາ​ຜູ້​ຕາງ​ໜ້າ​ຂອງ​ພວກ​ເຂົາ​ເຈົ້າ ໄປ​ປະ​ສານ​ງານ​ກັບ​ພວກ ປະ​ທ້ວງ​ຢູ່​ບ່ອນ​ອື່ນ ໃນ​ເມືອງ Aubevoye ຂອງ​ຝ​ຣັ່ງ ໃນ​ວັນ​ທີ 6 ທັນ​ວາ 2018

ຍັງ​ມີການ​ປະ​ກາດເລື້ອງ​ດັ່ງ​ກ່າວຢູ່ ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​ຕັດ​ສິນ​ໃຈຂອງປະ​ທາ​ນາ​ທິ​ບໍ​
ດີເອັມ​ມາ​ນູ​ແອ​ລ ມາກ​ຣົງ​ໃນ​ວັນ​ພຸດ​ຜ່ານ​ມາ​ວ່າ ໃຫ້​ຍົກ​ເລີກ​ການ​ຂຶ້ນ​ພາ​ສີ​ເຊື້ອໄຟ ທີ່​ພາ​
ໃຫ້​ເກີດ​ຄວາມ​ວຸ້ນ​ວາຍ​ທີ່​ດຳ​ເນີນ​ໄປ​ເປັນ​ເວ​ລາ​ຫລາຍ​ອາ​ທິດນັ້ນແລ້ວ​ກໍ​ຕາມ.

ໃນ​ວັນ​ເສົາ​ຜ່ານ​ມານັ້ນ, ການກໍ່​ຄວາມ​ອໍ​ລະ​ຫົນທີ່​ຮ້າຍ​ແຮງ​ທີ່​ສຸດ​ຢູ່​ໃນ​ນະ​ຄອນ ປາ​ຣີ ໃນ
​ຮອບ​ຫລາຍ​ທົດ​ສະ​ວັດ​ໄດ້​ເກີດ​ຂຶ້ນ ໂດຍ​ທີ່​ພວກກໍ່​ຄວາມ​ວຸ້ນວ​າຍ ຈູດ​ລົດ ແລະ​ປຸ້ນ​ສະ
​ດົມ​ຮ້ານ​ຄ້າ​ຕ່າງໆ ຢູ່​ຕາມ​ຖະ​ໜົນ​ຫລວງ Champs Elysees ທີ່​ມີ​ຊື່​ສຽງ​ໃນ​ປາ​ຣີນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG