ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝຣັ່ງ ຈະພິຈາລະນາ ເພື່ອຮັບຮູ້ ປະເທດປາແລສໄຕນ໌


ລັດຖະມົນຕີຕ່າງປະເທດຝຣັ່ງ ທ່ານ Laurent Fabius ກ່າວຕໍ່ກອງປະຊຸມນັກຂ່າວ ວັນທີ 19 ມັງກອນ 2016.
ລັດຖະມົນຕີຕ່າງປະເທດຝຣັ່ງ ທ່ານ Laurent Fabius ກ່າວຕໍ່ກອງປະຊຸມນັກຂ່າວ ວັນທີ 19 ມັງກອນ 2016.

ຝຣັ່ງ ກຳລັງ​ວາງ​ແຜນ​ ຈະ​ທຳການ​ຊຸກຍູ້ອີກ​ຄັ້ງ​ໜຶ່ງ ​ເພື່ອ​ແກ້​ໄຂ
​ບັນຫາ​ຂັດແຍ້​ງ ລະຫວ່າງອິສຣາ​ແອ​ລ ​ແລະ​ປາ​ແລ​ສ​ໄຕນ໌ ​ແຕ່
​ໄດ້​ເຕືອນ​ວ່າ ຖ້າ​ຫາກ​ຄວາ​ມພະຍາຍາມລົ້ມ​ແຫຼວ ຝຣັ່ງຈະ​ຮັບ
​ຮູ້ປະ​ເທດປາ​ແລສໄຕນ໌.

ລັດຖະມົນຕີ ຕ່າງປະ​ເທດ​ຝຣັ່ງ ທ່ານ Laurent Fabius ກ່າວ
​ຕໍ່​ບັນ ດາ​ນັກ​ການ​ທູດ​ຝຣັ່ງ ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ​ໃນ​ບໍ່​ເທົ່າ​ໃດ
​ອາທິດ​ຈະ​ມາ​ເຖິງ​ນີ້ປາຣີຈະ​ພະຍາຍາມ​ຈັດ​ກອງ​ປະຊຸ​ມສາກົນ
​ເພື່ອ “ທຳ​ການ​ແກ້​ໄຂ ແບບ​ມີ​ສອງ​ປະເທ​ດ” ເພື່ອ​ຍຸດຕິ​ບັນຫາ
​ແຍ້​ງ ລະຫວ່າງອິສຣາ​ແອ​ລ ​ແລະ​ປາແລ​ສ​ໄຕ​ນ໌.

ການ​ດຳ​ເນີນ​ຄວາມ​ພະຍາຍາມ ​ພາຍ​ໃຕ້​ການ​ນຳພາ​ຂອງສະຫະລັດ ​ເພື່ອ​ໄກ່​ເກ່ຍສັນຕິ
ພາບ ແບບ​ມີ​ສອງ​ປະ​ເທດ ທີ່​ໄດ້​ປະສົບ​ກັບ​ຄວາມລົ້ມ​ແຫລວ ໃນ​ເດືອນ​ເມສາ ປີ 2014
​ແລະ​ແຕ່​ນັ້ນ​ມາ ກໍ​ບໍ່​ໄດ້​ມີ​ຄວາມພະຍາຍາມ​ທີ່​ຈິງ​ຈັງ​ໃດເພື່ອ​ຮື້ຟື້ນ​ການ​ເຈລະຈາ​ຄືນໃໝ່.

ທ່ານ Fabius ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ບໍ່​ປ່ອຍໃຫ້ ການ​ແກ້​ໄ​ຂ​ ແບບ​ມີສອງ​ປະ​ເທດ​ ແຕກ​
ຫັກ​ລົງ.” ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ອິສຣາ​ແອ​ລຍັງ​ບໍ່ໄດ້​ຢຸດ​ກິດ​ຈະ​ການຕັ້ງ​ຖິ່ນ​ຖານຢູ່ດິນ​ແດນ​
ທີ່ຊາວ​ປາ​ແລ​ສ​ໄຕ​ນ໌ຕ້ອງການ​ຕັ້ງ​ເປັນ​ປະ​ເທດ​ໃນ​ອະນາ​ຄົດ.

ທ່ານ​ກ່າວ​ວ່າ ຖ້າ​ຫາກ​ການດຳເນີນ ຄວາມ​ພະ​ຍາ​ຍາມ ​ຄັ້ງ​ສຸດ​ທ້າຍ ເພື່ອຫາ​ທາງ​ແກ້ໄຂ ຫາກຕຳ​ຝາ “ພວກເຮົາ​ຕ້ອງການ​ປະ​ເຊິ​ນໜ້າ​ກັບຄວາມ​ຮັບຜິດຊອບ​ຂອງພວກເຮົາ​ໂດຍ
​ການ​ຮັບ​ຮູ້​ປະ​ເທດ​ປາແລສ​ໄຕ​ນ໌.”

ທ່ານ Fabius ​ໄດ້​ເຕືອນ​ຊໍ້າ​ແລ້ວ​ຊໍ້າ​ອີກວ່າ ປ່ອຍ​ໃຫ້​ສະພາບການໃນປັດຈຸບັນດຳ​ເນີນຕໍ່
​ໄປ​ຈະເປັນ​ການ​ສ່ຽງ​ຕໍ່​ການ​ລົບ​ລ້າງໃນ​ການ​ແກ້​ໄຂ​ແບບມີ​ສອງ​ປະ​ເທດແລະຈະກາຍເປັນ ເຄື່ອງມື​ຂອງພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ.

​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ເດືອນ​ທີ່​ຜ່ານ​ມານີ້ ຄື້ນຟອງ​ການໃຊ້​ມີດ ແລະປືນໂຈມຕີຂອງ​ຊາວ​ປາ​
ແລ​ສ​ໄຕ​ນ໌ ​ແລະ​ໃຊ້​ລົດ​ແລ່ນ​ເຂົ້າ​ຕຳ ​ໄດ້​ສັງຫານຊາວອິສຣາ​ແອ​ລ 25 ຄົນ. ຢູ່​ໃນ​ລະຍະ​
ດຽວ​ກັນ ຊາວປາແລ​ສ​ໄຕ​ນ໌ 159 ຄົນ ​ໄດ້ຖືກ​ສັງຫານ​ໂດຍກຳລັງ​ອິສຣາ​ແອ​ລ ​ສ່ວນ​ໃຫຍ່
ຂອງ​ພວກເຂົາ ແມ່ນທຳການ​ໂຈມ​ຕີ ​ເຖິງ​ແມ່ນ​ວ່າ​ຈຳນວນ​ໜຶ່ງ​ ໄດ້​ເສຍ​ຊີວິດ​ໃນ​ການ​ປະ
​ທະ​ກັນ ​ແລະປະ​ທ້ວງກໍຕາມ.

XS
SM
MD
LG