ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຝຣັ່ງ ເຂົ້າຮອບ ຊິງຊະນະເລີດ ເຕະບານໂລກ 2018


ກອງເຊຍເຕະບານ ສະເຫຼີມສະຫຼອງຢູ່ຖະໜົນ ຊັອງ ເອລີເຊ, ໂດຍມີປະຕູໄຊ ອາກ ເດິ ທຣີໂອມຟ໌ ຢູ່ດ້ານຫຼັງ, ຫຼັງຈາກ ການແຂ່ງຂັນຮອບຮອງຊະນະເລີດ ລະຫວ່າງ ຝຣັ່ງ ກັບ ແບລຈ້ຽມ ໃນການແຂ່ງຂັນເຕະບານໂລກ 2018. ນະຄອນຫຼວງ ປາຣີ, ຝຮັ່ງ. 10 ກໍລະກົດ, 2018.
ກອງເຊຍເຕະບານ ສະເຫຼີມສະຫຼອງຢູ່ຖະໜົນ ຊັອງ ເອລີເຊ, ໂດຍມີປະຕູໄຊ ອາກ ເດິ ທຣີໂອມຟ໌ ຢູ່ດ້ານຫຼັງ, ຫຼັງຈາກ ການແຂ່ງຂັນຮອບຮອງຊະນະເລີດ ລະຫວ່າງ ຝຣັ່ງ ກັບ ແບລຈ້ຽມ ໃນການແຂ່ງຂັນເຕະບານໂລກ 2018. ນະຄອນຫຼວງ ປາຣີ, ຝຮັ່ງ. 10 ກໍລະກົດ, 2018.

ປະຕູຂອງທ້າວ ຊາມູແອລ ອຸມຕີຕີ ໃນນາທີ ທີ 51 ແມ່ນປະຕູທັງໝົດທີ່ ຝຣັ່ງ ຕ້ອງການ
ເພື່ອເອົາຊະນະປະເທດ ແບລຈ້ຽມ ແລະ ເຂົ້າສູ່ຮອບຊິງຊະນະເລີດ ຂອງການແຂ່ງຂັນ
ເຕະບານໂລກ 2018 ໃນນະຄອນ ເຊັນ ປີເຕີສເບີກ, ປະເທດ ຣັດເຊຍ.

ລູກໂມ່ງ ຈາກການເຕະມູມຂອງທ້າວ ອຸມຕີຕີ ໄດ້ສະຫຼຸບຜົນງານທີ່ດີເລີດໃນການພະ
ຍາຍາມຕ້ານເກມຂອງ ຝຣັ່ງ ທີ່ສະໜາມ ເຊັນປີເຕີສເບີກ, ເຊິ່ງປະກອບມີຜູ້ຮັກສາປະຕູ
ທ້າວ ອູໂກ ຢໍຣິສ, ຜູ້ທີ່ໄດ້ທຳການປ້ອງກັນສອງຄັ້ງທີ່ສຳຄັນຈາກການຍິງຂອງນັກເຕະ
ແບລຈຽມ, ດ້ວຍການໂດດປັດ, ເຊິ່ງແມ່ນການປັດດ້ວຍປາຍນິ້ວມື ຈາກລູກຍິງຂອງທ້າວ
ໂທບີ ອາລເດີເວເຣລດ໌ (Toby Aldeweireld) ໃນກາງເຄິ່ງເວລາທຳອິດ, ແລະ ການ
ທຸບອອກລູກຍິງຂອງທ້າວ ອາເລັກສ໌ ວິດແຊລ ໃນທ້າຍເວລາຂອງການແຂ່ງຂັນ ຈົນໄດ້
ຮັບໄຊຊະນະ.

ການຜ່າຍແພ້ໃນຄັ້ງນີ້ ໄດ້ກາຍເປັນຄວາມລົ້ມແຫຼວອີກຄັ້ງນຶ່ງ ສຳລັບອັນທີ່ເອີ້ນວ່າ “ນັກ
ເຕະຍຸກຄຳ” ຂອງ ແບລຈ້ຽມ ໄດ້ແກ່ຫົວໜ້າທີມທ້າວ ອີເດັນ ຮາຊາດ, ທ້າວ ເຄວິນ ເດີ
ບຣອຍເນີ ແລະ ທ້າວ ໂຣເມລູ ລູຄາຄູ, ທີ່ບໍ່ໄດ້ປະສົບຄວາມສຳເລັດໃນການເຂົ້າເຖິງ
ຮອບຊິງຊະນະເລີດຂອງການແຂ່ງຂັນລາຍການໃຫຍ່ເປັນຄັ້ງທີສາມໃນຮອບ 4 ປີ.

ຝຣັ່ງ ຕອນນີ້ກຳລັງລໍຖ້າຜູ້ຊະນະເລີດຂອງຮອບຮອງຊະນະເລີດໃນວັນພຸດມື້ນີ້ ລະ
ຫວ່າງ ໂຄຣເອເຊຍ ກັບ ອັງກິດ ທີ່ສະໜາມ ລູສນິກີ (Luzhniki) ໃນນະຄອນຫຼວງ
ມົສກູ, ເຊິ່ງແມ່ນສະໜາມທີ່ຈະຖືກຈັດໃນຮອບຊິງຊະນະເລີດ ໃນວັນອາທິດຈະມາເຖິງ
ນີ້. ຄັ້ງນີ້ຈະເປັນຮອບຊິງຊະນະເລີດຄັ້ງທຳອິດຂອງ ຝຣັ່ງ ນັບຕັ້ງແຕ່ປີ 1998, ຂອງຄູ
ຝຶກທີມໃນປັດຈຸບັນ ທ້າວ ດີດີເຢ ເດຊັອມ, ຜູ້ທີ່ໄດ້ນຳພາທີມຄວ້າແຊັມເປັນຄັ້ງທຳອິດ
ແລະ ພຽງຄັ້ງດຽວ ໃນຖານະຫົວໜ້າທີມໃນປີນັ້ນ.

ມັນກໍຍັງຈະເປັນການໃຫ້ໂອກາດແກ່ ຝຣັ່ງ ທີ່ຈະແກ້ມືຈາກຄວາມລົ້ມແຫຼວໃນຮອງຊິງ
ຊະນະເລີດຂອງເຕະບານໂລກປີ 2006 ແລະ ການຊິງແຊັມ ຢູໂຣບ ໃນປີ 2016 ຢູ່ສະ
ໜາມໃນບ້ານຂອງເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG