ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຝຣັ່ງ ຕິຕຽນ ຣັດເຊຍ ແລະຈີນ ເລຶ່ອງບັນຫາ ໃນຊີເຣຍ


ປະທານາທິບໍດີຝຣັ່ງ ທ່ານ Francois Hollande (ຂວາ) ແລະ ທ່ານ Vladimir Putin
ປະທານາທິບໍດີຣັດເຊຍ
ປະທານາທິບໍດີຝຣັ່ງ ທ່ານ Francois Hollande (ຂວາ) ແລະ ທ່ານ Vladimir Putin ປະທານາທິບໍດີຣັດເຊຍ

ທ່ານ Francois Hollande ປະທານາທິບໍດີຝຣັ່ງກ່າວ​ວ່າ ປະ​ເທດ​ຂອງທ່ານ​ຈະ​ຕ້ອງ​ສືບ​ຕໍ່​ກົດ​ດັນເພື່ອ​ໃຫ້​ມີການ​ປົດປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad ທີ່​ຖືກ​ວິພາກ​ວິຈານ​ກັນຫຼາຍ​ທີ່​ສຸດ​ນັ້ນ ອອກ​ຈາກ​ຕໍາ​ແໜ່​ງ.

ປະທານາທິບໍດີ Hollande ໄດ້​ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ​ຕໍ່​ປະ​ເທດ​ຊາດ​ເມື່ອ​ວັນ​ເສົາ​ວານ​ນີ້​ ໃນ​ການ​ໃຫ້​ສໍາ​ພາດເນື່ອງ​ໃນ​ໂອກາດ​ການສະຫຼອງວັນ​ຊາດຂອງຝຣັ່ງ ຊຶ່ງ​ອີກ​ຄັ້ງ​ນຶ່ງ ທ່ານ Hollande ​ໄດ້​ລະບຸ​ຊື່​ ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ ໂດຍ​ສະ​ເພາະ ຄື​ຈີນ ​ແລະ ຣັດ​ເຊຍ ທີ່​ຂັດຂວາງສະກັດ​ກັ້ນ​ມະຕິຂອງ​ສະພາ​ຄວາມ​ໝັ້ນຄົງ ​ແນ​ເປົ້າໝາຍ​ໃສ່​ເພື່ອ​ຍຸຕິຂໍ້ຂັດ​ແຍ້​ງ​ໃນ​ຊີ​ເຣຍ ທີ່​ກໍາລັງ​ດໍາ​ເນີນ​ໄປ​ຢູ່​ໃນ​ເວລາ​ນີ້ນັ້ນ.

ທ່ານ Hollande ເວົ້າ​ວ່າ ​ເມື່ອ​ບໍ່​ດົນ​ມາ​ນີ້​ທ່ານ​ສະ​ແດງຄວາມ​ເປັນ​ຫ່ວງ​ຂອງທ່ານ​ກ່ຽວ​ກັບບັນຫາ​ຂັດ​ແຍ້​ງ​ໃນຊີ​ເຣຍທີ່​ວ່າ​ນີ້ ​ໄປ​ຍັງ​ທ່ານ Vladimir Putin ປະທານາທິບໍດີຣັດ​ເຊຍ​ແລ້ວ.

ທັງຣັດ​ເຊຍ ​ແລະ​ຈີນ ບໍ່​ຍອມ​ເຂົ້າຮ່ວມ​ກອງ​ປະຊຸມບັ້ນ​ນຶ່ງ​ເມື່ອ​ວັນ​ທີ 6 ກໍລະກົດຜ່ານ​ມາ ທີ່​ນະຄອນຫຼວງປາຣີ ກ່ຽວ​ກັບ​ການ​ລຸກ​ຮື​ຂຶ້ນ​ໃນຊີ​ເຣຍ ລະຫວ່າງທີ່​ທ່ານ​ນາງ ຮິລ​ແລ​ຣີ ຄລິນ​ຕັນ ລັດຖະມົນ​ຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ເອີ້ນທ່າ​ທີຢືນ​ຢັດຂອງຣັດ​ເຊຍ ​ແລະ​ຈີນ ​ກ່ຽວ​ກັບບັນຫາ​ຂັດ​ແຍ້​ງ​ໃນ​ຊີ​ເຣຍນັ້ນວ່າ ມັນ​ສຸດທີ່ຈະ​ເຫຼືອທົນ​ແລ້ວ.

ກະຊວງ​ຕ່າງປະ​ເທດ​ຈີນປະຕິ​ເສດ​ບໍ່​ຮັບ​ຮູ້​ຄໍາ​ຕໍາ​ໜິຕິຕຽນ​ຂອງ​ທ່ານ​ນາງ ຄລິນ​ຕັນ ​ໂດຍ​ເອີ້ນ​ວ່າ ມັນເປັນ​ເລຶ່ອງທີ່ຮັບ​ເອົາ​ບໍ່​ໄດ້​ທັ້ງສິ້ນ.

XS
SM
MD
LG