ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການນັດຢຸດງານຢູ່ຝຣັ່ງ


ສະມາຊິກສະພາແຫ່ງຊາດຝຣັ່ງ ພາກັນສະແດງຄວາມດີໃຈ ຕໍ່ ລມຕ ກະຊວງແຮງງານ ທ່ານ Eric Woerth (ກາງ) ລຸນຫຼັງການລົງຄະແນນສຽງ ກ່ຽວກັບການປະຕິຮູບ ລະບົບເບ້ຍບຳນານ ທີ່ສະພາແຫ່ງຊາດຂອງຝຣັ່ງ (27 ຕຸລາ 2010)
ສະມາຊິກສະພາແຫ່ງຊາດຝຣັ່ງ ພາກັນສະແດງຄວາມດີໃຈ ຕໍ່ ລມຕ ກະຊວງແຮງງານ ທ່ານ Eric Woerth (ກາງ) ລຸນຫຼັງການລົງຄະແນນສຽງ ກ່ຽວກັບການປະຕິຮູບ ລະບົບເບ້ຍບຳນານ ທີ່ສະພາແຫ່ງຊາດຂອງຝຣັ່ງ (27 ຕຸລາ 2010)

ສະຫະພັນກຳມະບານຢູ່ປະເທດຝຣັ່ງເລີ້ມພາກັນນັດຢຸດ
ງານປະທ້ວງຄັ້ງໃໝ່ ຕໍ່ຕ້ານແຜນການປະຕິຮູບ ລະບົບ
ເບ້ຍບຳນານຂອງປະທານາທິບໍດີ Nicolas Sarkozy
ໃນວັນພະຫັດມື້ນີ້ນຶ່ງມື້ຫຼັງຈາກຮ່າງກົດໝາຍດັ່ງກ່າວໄດ້
ຮັບການອະນຸມັດຈາກສະພາແຫ່ງຊາດຂອງຝຣັ່ງ.

ການປະທ້ວງນັດຢຸດງານເຮັດໃຫ້ຖ້ຽວບິນທັງເຂົ້າແລະ
ອອກຈາກປະເທດຝຣັ່ງ ຖືກຕັດລົງໃນລະຫວ່າງ 30
ຫາ 50% ແລະລົບກວນ ການບໍລິການທາງລົດໄຟ
ຂະນະທີ່ກຸງປາຣີພວມກຽມຮັບມື ກັບການໂຮມຊຸມນຸມ
ປະທ້ວງຄັ້ງໃຫຍ່ ໃນວັນພະຫັດມື້ນີ້.

ພວກຜູ້ນຳກຳມະບານ​ ໄດ້ຮຽກຮ້ອງໃຫ້ມີການນັດ
ຢຸດງານທົ່ວປະເທດ ເປັນເວລານຶ່ງມື້ ເພື່ອປະທ້ວງຕໍ່
ແຜນການເພີ່ມອາຍຸ ຂັ້ນຕໍ່າສຸດ ໃນການອອກກິນເບ້ຍ ບຳນານ ຈາກ 60 ຂຶ້ນເປັນ 62 ປີ.

ສະພາສູງຂອງຝຣັ່ງ ໄດ້ຮັບຜ່ານຮ່າງກົດໝາຍດັ່ງກ່າວໃນວັນອັງຄານຜ່ານມາ ຕິດຕາມດ້ວຍ
ການອະນຸມັດຂອງສະພາຕໍ່າໃນວັນພຸດວານນີ້. ເປັນທີ່ຄາດກັນວ່າປະທານາທິບໍດີ Nicolas
Sarkozy ຈະລົງນາມ ໃນຮ່າງກົດໝາຍສະບັບນີ້ ພາຍໃນກາງເດືອນໜ້າ.

XS
SM
MD
LG