ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະທ້ວງຢູ່ຝຣັ່ງ


ຕຳຫຼວດຝຣັ່ງ ໃຊ້ລະເບີດນໍ້າຕາ ຂັບໄລ່ພວກປະທ້ວງ ໃກ້ໆກຸງປາຣີ
ຕຳຫຼວດຝຣັ່ງ ໃຊ້ລະເບີດນໍ້າຕາ ຂັບໄລ່ພວກປະທ້ວງ ໃກ້ໆກຸງປາຣີ

ຕຳຫຼວດຝຣັ່ງໄດ້ບຸກເຂົ້າໄປເປີດໂຮງງານກັ່ນນໍ້າມັນທີ່ສຳຄັນ
ແຫ່ງນຶ່ງໃກ້ໆກຸງປາຣີ ເຮັດໃຫ້ການປິດລ້ອມ ໂດຍພວກຄົນ
ງານທີ່ພາກັນນັດຢຸດງານປະທ້ວງແຜນການປະຕິຮູບລະບົບ
ເບ້ຍບຳນານຂອງຝຣັ່ງນັ້ນ ສິ້ນສຸດລົງ.

ຕຳຫຼວດໄດ້ບຸກເຂົ້າໄປໃນໂຮງງານກັ່ນນໍ້າມັນ Grandpuits
ໃນຕອນເຊົ້າຂອງວັນສຸກມື້ນີ້ ເພື່ອປະຕິບັດຕາມຄຳສັ່ງຂອງ
ເຈົ້າໜ້າທີ່ ໃຫ້ພວກຄົນງານ ທີ່ພາກັນນັດ ຢຸດງານນັ້ນ ກັບ
ຄືນໄປເຮັດວຽກ.

ພວກຄົນງານ ໄດ້ພາກັນໂຮມຊຸມນຸມປະທ້ວງ ຢູ່ຕໍ່ໜ້າໂຮງ
ງານມາໄດ້ຫຼາຍມື້ແລ້ວໂດຍພາກັນຕັນທາງເຂົ້າອອກແລະມີສ່ວນເຮັດໃຫ້ມີການຂາດແຄນນໍ້າ
ມັນ ຢູ່ໃນທົ່ວປະເທດ.

ສະຫະພັນກຳມະບານໄດ້ຮຽກຮ້ອງໃນວັນພະຫັດວານນີ້ໃຫ້ທຳການປະທ້ວງຕື່ມອີກ 2 ມື້ຕໍ່
ຕ້ານການປະຕິຮູບລະບົບເບ້ຍບຳນານຊຶ່ງຈະເພີ້ມອາຍຸຕໍ່າສຸດໃນການອອກກິນເບ້ຍບຳນານ
ຈາກ 60 ຂຶ້ນເປັນ 62 ປີແລະອາຍຸໃນການໄດ້ຮັບເບ້ຍບຳນານໂດຍເຕັມຈາກ 65 ຂຶ້ນເປັນ
67 ປີ.

ການປະທ້ວງຄັ້ງໃໝ່ໄດ້ກຳນົດໃສ່ວັນທີ 28 ຕຸລາ ແລະໃນວັນທີ 6 ພະຈິກ.

ເປັນທີ່ຄາດກັນວ່າ ສະພາສູງຂອງຝຣັ່ງຈະໃຫ້ການອະນຸມັດຕໍ່ແຜນການປະຕິ ຮູບດັ່ງກ່າວໃນ
ວັນສຸກມື້ນີ້.

XS
SM
MD
LG