ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງໃນຝຣັ່ງ

Radio telescope antennas of the ALMA (Atacama Large Millimeter/submillimeter Array) project, in the Atacama desert, some 1500 km north of Santiago, Chile. The ALMA, an international partnership project of Europe, North America and East Asia with the cooperation of Chile, is presently the largest astronomical project in the world.

ຝຣັ່ງໄດ້ປະເຊີນໜ້າກັບການປະທ້ວງອີກມື້ນຶ່ງທີ່ຕໍ່ຕ້ານແຜນ
ການເພີ້ມອາຍຸໃນການອອກກິນເບ້ຍບຳນານ.

ໃນວັນພະຫັດມື້ນີ້ ພວກເດີນຂະບວນໄດ້ອັດທາງສາຍນຶ່ງທີ່
ເນັ່ງໄປຫາສະໜາມບິນທີ່ເມືອງທ່າມາກໄຊໃນພາກໃຕ້ຂອງ
ປະເທດຝຣັ່ງ.

ພວກປະທ້ວງໄດ້ຕັນທາງ ບໍ່ໃຫ້ລົດແລ່ນໄປຍັງສະໜາມບິນ
ແຕ່ເຈົ້າໜ້າທີ່ສະໜາມບິນເວົ້າວ່າ ຕົນບໍ່ມີແຜນການ ທີ່ຈະ
ຍົກເລີກຖ້ຽວບິນຕ່າງໆ.

ຜູ້ນຳສະຫະພັນກຳມະການທີ່ສຳຄັນກຸ່ມນຶ່ງ ໄດ້ຮຽກ
ຮ້ອງໃຫ້ທຳການປະທ້ວງຕື່ມອີກ ໃນສັບປະດາໜ້າ
ຂະນະທີ່ພວກຜູ້ນຳກຳມະບານ ພາກັນກະກຽມການ
ປະຊຸມໃນວັນພະຫັດມື້ນີ້ ເພື່ອສົນທະນາຫາລືກ່ຽວກັບ ການເອົາມາດຕະການໃນອະນາຄົດ.

ລັດຖະມົນຕີກະຊວງພາຍໃນຂອງຝຣັ່ງທ່ານ Brice Hortefeux ກ່າວວ່າສາງເກັບນໍ້າມັນ
14 ບ່ອນ ຂອງຈຳນວນທັງໝົດ 200 ບ່ອນ ຢູ່ໃນປະເທດຝຣັ່ງ ຍັງຖືກພວກປະທ້ວງປິດ
ລ້ອມຢູ່.

ປະທານາທິບໍດີຝຣັ່ງທ່ານ Nicolas Sarkozy ໄດ້ສັ່ງໃຫ້ຕຳຫຼວດທັບມ້າງແລະຂັບໄລ່ພວກ
ປະທ້ວງທີ່ລົບກວນການຈັດສົ່ງນໍ້າມັນ. ການປິດລ້ອມທີ່ວ່ານີ້ ໄດ້ມີຜົນກະທົບຕໍ່ການຂາຍນໍ້າ
ມັນຢູ່ຕາມປໍ້າຕ່າງໆ 1,000 ກວ່າແຫ່ງໃນທົ່ວປະເທດຝຣັ່ງ.

XS
SM
MD
LG