ການນັດຢຸດງານຢູ່ທົ່ວປະເທດກ່ຽວກັບການປະຕິຮູບລະບົບເງິນເບ້ຍບຳນານທີ່ໄດ້ວາງແຜນໄວ້ ທີ່ໄດ້ເຮັດໃຫ້ປະເທດຝຣັ່ງຕົກຢູ່ໃນສະພາບ ທີ່ບໍ່ສມາດເຄື່ອນໄຫວໄດ້ຢ່າງແຮງທີ່ສຸດນັ້ນ ໄດ້ກ້າວເຂົ້າສູ່ມື້ທີ 2 ແລ້ວ ໃນວັນສຸກມື້ນີ້.
ຄວາມເປັນຫ່ວງວ່າການປ່ຽນແປງລະບົບເບ້ຍບຳນານຢ່າງສິ້ນເຊີງ ທີ່ໄດ້ຖືກສະເໜີນັ້ນ ຈະບັງຄັບໃຫ້ຫລາຍລ້ານຄົນເຮັດວຽກດົນຂຶ້ນ ຫລື ຈະປະເຊີນກັບການໄດ້ຮັບຜົນປະໂຫຍດໜ້ອຍລົງນັ້ນ ໄດ້ພາໃຫ້ເກີດການເດີນຂະບວນປະທ້ວງ, ຊຶ່ງເຮັດໃຫ້ສ່ວນໃຫຍ່ຂອງການເຄື່ອນໄຫວໃນປະເທດຢຸດສະງັກໄວ້.
ກຳມະກອນຫລາຍສິບພັນຄົນຢູ່ໃນຝຣັ່ງ ພາກັນຍ່າງອອກຈາກວຽກໄປໃນວັນພະຫັດວານນີ້ ໃນຂະນະທີ່ສະຫະພັນກຳມະບານທຳການເດີນຂະບວນຢູ່ທົ່ວປະເທດ ເພື່ອຄັດຄ້ານແຜນການຂອງປະທານາທິບໍດີ ເອມມານູແອລ ມາກຣົງ (Emmanuel Macron) ໃນການປະຕິຮູບລະບົບເບ້ຍບຳນານຂອງປະເທດ ຢູ່ນັ້ນ.
ການເດີນຂະບວນໄດ້ເຮັດໃຫ້ການຂົນສົ່ງຢຸດສະງັກລົງ, ບັງຄັບໃຫ້ໂຮງຮຽນເກືອບໝົດທຸກແຫ່ງຕ້ອງປິດໄວ້ ແລະເຮັດໃຫ້ໂຮງໝໍຂາດເຂີນພະນັກງານ ແລະການບໍລິການແບບພື້ນຖານຂອງລັດຖະບານບໍ່ເຮັດໄດ້ຢ່າງເຕັມເມັດເຕັມໜ່ວຍ.
ໂດຍສ່ວນໃຫຍ່ແລ້ວ ການເດີນຂະບວນແບບສັນຕິແມ່ນຈັດຂຶ້ນຢູ່ໃນນະຄອນຫລວງປາຣີ ແລະຢູ່ໃນສິບປາຍຕົວເມືອງອື່ນໆ ໃນທົ່ວປະເທດ.
ແຕ່ຢ່າງໃດກຳຕາມ, ມີການກໍ່ຄວາມຮຸນແຮງຂຶ້ນຢູ່ໃກ້ກັບຈະຕຸລັດສາທາລະນະ
ລັດ ຫລື Place de la Republique ຢູ່ໃນພາກຕາເວັນອອກຂອງນະຄອນປາຣີ ບ່ອນທີ່ພວກປະທ້ວງຫລາຍພັນຄົນໄປເຕົ້າໂຮມກັນຢູ່ນັ້ນ. ພວກປະທ້ວງຈຳນວນນຶ່ງໄດ້ຈູດລົດບັນທຸກເປັນພ້ວງຂອງບໍລິສັດກໍ່ສ້າງຄັນນຶ່ງ ແລະຕຳຫລວດໄດ້ຍິງແກັສນ້ຳຕາໃສ່ເຂົາເຈົ້າ, ຕາມການບອກເລົ່າຂອງຜູ້ເຫັນເຫດການ.
ຕຳຫລວດຍັງໄດ້ໃຊ້ແກັສນ້ຳຕາຍິງໃສ່ພວກປະທ້ວງໃນເມືອງນັງທ໌ (Nantes) ໃນພາກຕາເວັນຕົກສຽງເໜືອ ແລະເມືອງລີອອງ (Lyon), ຢູ່ພາກຕາເວັນອອກສຽງໃຕ້ຂອງປະເທດອີກດ້ວຍ.
ພວກຜູ້ນຳຂອງສະຫະພັນກຳມະບານໃຫ້ສັນຍາວ່າຈະສືບຕໍ່ທຳການປະທ້ວງ ເວັ້ນເສຍແຕ່ວ່າ ທ່ານມາກຣົງຈະຍົກເລີກການປ່ຽນແປງລະບົບເບ້ຍບຳນານຢ່າງ ສິ້ນເຊີງທີ່ໄດ້ສະເໜີໄປ ຊຶ່ງບັນດາເຈົ້າໜ້າທີ່ທັງຫລາຍຍອມຮັບວ່າ ມັນຈະບັງຄັບໃຫ້ພະນັກງານຕ້ອງໄດ້ເຮັດວຽກນັບມື້ຫລາຍຂຶ້ນເປັນກ້າວໆໄປນັ້ນ.
ພວກເຈົ້າໜ້າທີ່ເຫລົ່ານັ້ນ ບໍ່ໄດ້ໃຫ້ລາຍລະອຽດອັນໃດຫລາຍກ່ຽວກັບແຜນການດັ່ງກ່າວ ແຕ່ວ່າຫ້ອງການຂອງທ່ານມາກຣົງກ່າວໃນວັນພະຫັດວານນີ້ວ່າ ນາຍົກລັດຖະມົນຕີເອີດວາດ ຟີລິບ (Edouard Philippe) ຈະເປີດເຜີຍໂຄງຮ່າງ ຂອງມັນໃນອາທິດໜ້ານີ້ ຫລັງຈາກໄດ້ທຳການເຈລະຈາກັບສະຫະພັນກຳມະບານແລ້ວ.
ການເດີນຂະບວນປະທ້ວງເປັນການທົດສອບຄວາມກ້າຫານຂອງທ່ານມາກຣົງ, ອະດີດນັກທະນາຄານດ້ານການລົງທຶນ ທີ່ຊະນະເລືອກຕັ້ງເປັນປະທານາທິບໍດີ ຍ້ອນໃຫ້ສັນຍາວ່າ ຈະຫັນປ່ຽນປະເທດຝຣັ່ງນັ້ນ.