ຝຣັ່ງ ໄດ້ເປັນແຊັ້ມໃນການແຂ່ງຂັນເຕະບານໂລກເປັນຄັ້ງທີ 2 ຂອງເຂົາເຈົ້າ ດ້ວຍການ
ເອົາຊະນະປະເທດ ໂຄຣເອເຊຍ 4 ປະຕູຕໍ່ 2 ໃນວັນອາທິດວານນີ້ ທີ່ສະໜາມກິລາ
ລູຊນິກີ ໃນນະຄອນຫຼວງ ມົສກູ.
ຝຣັ່ງ ຂຶ້ນນຳ 2 ປະຕູຕໍ່ 1 ໃນເຄິ່ງເວລາທຳອິດ, ຍ້ອນການເອົາຫົວຕີບານເຂົ້າປະຕູຕົນ
ເອງຂອງນັກເຕະ ໂຄຣເອເຊຍ ທ້າວ ມາຣີໂອ ມັນຊູຄິຈ໌, ແລະ ການຍິງລູກໂທດໂດຍ
ທ້າວ ອັງຕວນ ກຣີສມັນ. ບໍ່ດົນ ຫຼັງຈາກນັ້ນ ນັກເຕະຂອງ ໂຄຣເອເຊຍ ທ້າວ ອີວານ
ເປຣີສິຈ໌ ກໍຍິງປະຕູຕີຕື້ນຂຶ້ນມາ ໃນເວລາປະມານ 30 ນາທີ ຂອງການແຂ່ງຂັນ, ເປັນ
ປະຕູລູກທຳອິດຂອງ ໂຄຣເອເຊຍ.
ທ້າວ ພອລ ພອກບາ ກັບ ທ້າວ ຄີລຽງ ເອັມບັບເປ ຍິງໄດ້ອີກສອງປະຕູໃຫ້ແກ່ ຝຣັ່ງ ໃນ
ເຄິ່ງເວລາທີສອງ, ຕາມດ້ວຍປະຕູສຸດທ້າຍ ຂອງ ໂຄຣເອເຊຍ ໂດຍທ້າວ ມັນຊູຄິຈ໌
ຍ້ອນຄວາມປະໝາດຂອງຜູ້ຮັກສາປະຕູ ຝຣັ່ງ ທ້າວ ອູໂກ ຢໍຣິສ.
ເຖິງແມ່ນ ຈະຜ່າຍແພ້ ໃນຮອບຊິງຊະນະເລີດກໍຕາມ, ຫົວໜ້າທີມຊາດ ໂຄຣເອເຊຍ
ທ້າວ ລູກ້າ ໂມດຣິດຈ໌ ກໍໄດ້ຊະນະຂັນໝາກບານຄຳ ສຳລັບນັກເຕະທີ່ດີທີ່ສຸດຂອງກິ
ລາເຕະບານໂລກ 2018.
ກຸ່ມຕໍ່ຕ້ານວັງເຄຣັມລິນຊື່ວ່າ Pussy Riot ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບການ
ກໍ່ກວນເປັນເວລາສັ້ນໆ ຢູ່ໃນສະໜາມໃນເຄິ່ງເວລາທີສອງ, ເມື່ອສາມຄົນທີ່ໃສ່ຊຸດຄືຕຳ
ຫຼວດ ໄດ້ແລ່ນລົງໄປສະ
ໜາມຈາກດ້ານຫຼັງປະຕູຂອງທີມຊາດ ຝຣັ່ງ. ຄົນຜູ້ທີສີ່ ໄດ້ຖືກຢຸດໄວ້ ກ່ອນທີ່ລາວຈະ
ສາມາດເຂົ້າໄປໃນເດີ່ນ. ການແຂ່ງຂັນ ໄດ້ຖືກຢຸດໄວ້ບໍ່ຮອດນຶ່ງນາທີ. ໃນຂໍ້ຄວາມທີ່
ຂຽນຢູ່ Facebook ຂອງກຸ່ມນັ້ນ, ກຸ່ມ Pussy Riot ເວົ້າວ່າ ການກໍ່ກວນແມ່ນມີຈຸດ
ປະສົງ ທີ່ຈະດຶງດູດຄວາມສົນໃຈ ຕໍ່ການລະເມີດສິດທິມະນຸດໃນ ຣັດເຊຍ.
ຝຣັ່ງ ໄດ້ເປັນແຊັ້ມເຕະບານໂລກຄັ້ງສຸດທ້າຍ ແມ່ນຢູ່ບ້ານຂອງເຂົາເຈົ້າໃນປີ 1998,
ດ້ວຍການເອົາຊະນະປະເທດ ບຣາຊິລ 3 ປະຕູຕໍ່ 0. ຄູຝຶກຂອງ ຝຣັ່ງ ສຳລັບປີນີ້, ທ້າວ
ດີດີເຢ ເດຊັອງ, ທັງຍັງໄດ້ເປັນຜູ້ນຳພາທີມ ໄດ້ຮັບໄຊຊະນະຂອງເຂົາເຈົ້າໃນປີ 1998
ໃນຖານະຫົວໜ້າທີມດ້ວຍ.
ປີ 1998 ກໍຍັງເປັນກິລາເຕະບານໂລກຄັ້ງສຸດທ້າຍ ທີ່ທີມຊາດ ໂຄຣເອເຊຍ ໄດ້ເຂົ້າສູ່
ຮອບ 16 ທີມສຸດທ້າຍ, ດ້ວຍການເອົາຊະນະປະເທດ ໂຮນລັງ 2 ປະຕູຕໍ່ 1 ໄດ້ເປັນທີ
ສາມຂອງການແຂ່ງຂັນ.