ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງ ສັ່ງໃຫ້ພະນັກງານການແພດ 3000 ຄົນ ໂຈະເຮັດວຽກຊົ່ວຄາວ ຍ້ອນບໍ່ສັກຢາວັກຊີນ


ພວກປະທ້ວງພາກັນຖືປ້າຍ ທີ່ອ່ານວ່າ "ອົດຫີວ" ທີ່ບໍ່ເຫັນພ້ອມກັບຂອບເຂດຈຳກັດ ການແຜ່ລະບາດໂຄວິດ-19 ຂອງຝຣັ່ງ ຢູ່ທີ່ເມືອງນິສ ປະເທດຝຣັ່ງ ວັນທີ 15 ກັນຍາ 2021.
ພວກປະທ້ວງພາກັນຖືປ້າຍ ທີ່ອ່ານວ່າ "ອົດຫີວ" ທີ່ບໍ່ເຫັນພ້ອມກັບຂອບເຂດຈຳກັດ ການແຜ່ລະບາດໂຄວິດ-19 ຂອງຝຣັ່ງ ຢູ່ທີ່ເມືອງນິສ ປະເທດຝຣັ່ງ ວັນທີ 15 ກັນຍາ 2021.

ຝຣັ່ງໄດ້ສັ່ງໃຫ້ໂຈະການເຮັດວຽກ ຂອງພວກພະນັກງານການແພດ 3,000 ຄົນ ທີ່ບໍ່ຍອມ
ສັກຢາວັກຊີນກັນໂຄວິດ-19 ໂດຍຄຳສັ່ງຂອງລັດຖະບານພາຍໃນກຳນົດເສັ້ນຕາຍ ໃນ
ວັນທີ 15 ກັນຍາຜ່ານມານີ້.

“ຫຼາຍໆສິບຄົນ” ຂອງພະນັກງານການແພດ 2 ລ້ານ 7 ແສນຄົນຂອງປະເທດຝຣັ່ງ ນັ້ນຄື
ຄຳເວົ້າ ຂອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານໂອລີວີເອ ເວຣັງ (Olivier
Veran) ກ່າວໃນວັນພະຫັດວານນີ້ວ່າ ໄດ້ເລືອກເອົາການລາອອກ ແທນທີ່ຈະໄປສັກຢາ
ກັນໄວຣັສໂຄໂຣນາ.

ພະນັກງານການແພດຫຼາຍສິບພັນຄົນ ຍັງບໍ່ໄດ້ສັກຢາວັກຊີນເທື່ອໃນເດືອນກໍລະກົດ
ຜ່ານມາ ເວລາປະທາາທິບໍດີເອມມານຸຍແອລ ມາກຣົງ ໄດ້ປະກາດເສັ້ນຕາຍ ໃນວັນທີ
15 ກັນຍາ ໃຫ້ສັກຢາວັກຊີນຢ່າງໜ້ອຍ 1 ເຂັມ.

ທ່ານເວຣັງ ກ່າວວ່າ ພະນັກງານສ່ວນໃຫຍ່ທີ່ຖືກສັ່ງໃຫ້ໂຈະວຽກແມ່ນເປັນພວກ ທີ່ໃຫ້
ການສະໜັບສະໜູນ ໃນຂະນະທີ່ມີພວກທ່ານໝໍ ແລະນາງພະຍາບານ ຈຳນວນບໍ່ເທົ່າ
ໃດຄົນ ຮວມຢູ່ໃນພວກທີ່ຖືກສັ່ງໃຫ້ຢຸດເຮັດວຽກຊົ່ວຄາວ.

ສູນກາງແຫຼ່ງຊັບພະຍາກອນໄວຣັສໂຄໂຣນາ ຈອນສ໌ ຣັອບກິນສ໌ ກ່າວໃນຕອນ ເຊົ້າ
ວັນສຸກມື້ນີ້ວ່າ ຝຣັ່ງງານວ່າ ມີຜູ້ຕິດເຊື້ອໂຄວິດຫຼາຍກວ່າ 7 ລ້ານຄົນ ແລະ ອີກ
116,000 ຄົນ ໄດ້ເສຍຊີວິດຍ້ອນໂຄວິດ-19.

ຢູ່ໃນລັດໄອດາໂຮ ຂອງສະຫະລັດ ບັນດາໂຮງໝໍໄດເລີ້ມແບ່ງປັນບ່ອນປິ່ນປົວ “ເພາະ
ວ່າມີຄົນປ່ວຍຍ້ອນໂຄວິດ-19 ເພີ້ມຂຶ້ນຢ່າງຫຼວງຫຼາຍ ທີ່ຕ້ອງການເຂົ້າ ໂຮງໝໍຢູ່ໃນ
ທຸກໆເຂດຂອງລັດຊຶ່ງໄດ້ໃຊ້ຊັບພະຍາກອນມີຢູ່ນັ້ນ ຈົນໝົດ” ອີງ ຕາມຖະແຫຼງການ
ຂອງພະແນກສາທາລະນະສຸກ ແລະສັງຄົມສົງເຄາະ ຂອງລັດໄອດາໂຮ ໃນວັນ
ພະຫັດວານນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG