ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຝຣັ່ງ ພະຍາຍາມ ຈັດກອງປະຊຸມ ກ່ຽວກັບ ການປະມູນ ຂ້າທາດ ໃນປະເທດ ລີເບຍ


ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາຄຣົງ ກ່າວຄຳປາໄສ ໃນລະຫວ່າງ ການເຈລະຈາສະພາບອາກາດ
ປ່ຽນແປງໃນນະຄອນ ບັອນ ປະເທດ ເຢຍຣະມັນ.15 ພະຈິກ, 2017.
ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາຄຣົງ ກ່າວຄຳປາໄສ ໃນລະຫວ່າງ ການເຈລະຈາສະພາບອາກາດ ປ່ຽນແປງໃນນະຄອນ ບັອນ ປະເທດ ເຢຍຣະມັນ.15 ພະຈິກ, 2017.

ຝຣັ່ງ ໄດ້ພະຍາຍາມຈັດກອງປະຊຸມສຸກເສີນ ຂອງສະພາຄວາມໝັ້ນຄົງອົງການສະຫະ
ປະຊາຊາດ ເພື່ອປຶກສາຫາລື ກ່ຽວກັບການກ່າວຫາຄ້າຜູ້ຍົກຍ້າຍຖິ່ນຖານຊາວ ອາຟຣິ
ກາ ເປັນຂ້າທາດ.

ປະທານາທິບໍດີ ເອັມມານູແອລ ມາຄຣົງ ໄດ້ເອີ້ນພາບວິດີໂອທີ່ອອກອາກາດໂດຍເຄືອ
ຂ່າຍໂທລະພາບ CNN ຂອງສະຫະລັດ ໃນສັບປະດາທີ່ຜ່ານມາວ່າ, “ເສື່ອມເສຍ”
ແລະ “ຮັບບໍ່ໄດ້.”

ທ່ານ ມາຄຣົງ ໄດ້ກ່າວຫຼັງຈາກການປະຊຸມກັບຫົວໜ້າສະຫະພາບ ອາຟຣິກາ ທ່ານ
ອາລຟາ ຄັອນເດ ວ່າ “ມັນແມ່ນອາຊະຍາກຳຕໍ່ມວນມະນຸດ, ຂ້າພະເຈົ້າຫວັງວ່າພວກ
ເຮົາຈະສາມາດເຮັດໄດ້ຫຼາຍກວ່ານີ້ ໃນການຕໍ່ສູ້ກັບພວກຄ້າມະນຸດ ຜູ້ທີ່ໄດ້ກໍ່ອາຊະຍາ
ກຳແບບນັ້ນ, ແລະ ຮ່ວມມືກັບທຸກໆປະເທດໃນເຄືອຂ່າຍ ເພື່ອທຳລາຍເຄືອຂ່າຍພວກ
ນີ້.”

ການສະເໜີພາບອອກອາກາດຂອງໂທລະພາບ CNN ກ່ຽວກັບ ສິ່ງທີ່ເປັນຄືວ່າການ
ປະມູນ ເຊິ່ງຜູ້ຊາຍຜິວດຳໄດ້ຖືກສະເໜີຕໍ່ຜູ້ຊື້ວ່າເປັນຄົນຮັບຈ້າງເຮັດວຽກໃນນາ ແລະ
ຖືກຂາຍດ້ວຍລາຄາທີ່ຖືກພຽງແຕ່ 400 ໂດລາ. ວິດີໂອດັ່ງກ່າວໄດ້ກໍ່ໃຫ້ເກີດຄວາມຄຽດ
ແຄ້ນ, ເຮັດໃຫ້ພວກປະທ້ວງອອກມາປາກົດຕົວທົ່ວ ຢູໂຣບ ແລະ ອາຟຣິກາ.

ເບິ່ງຄືວ່າ ກອງປະຊຸມສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ຈະຖືກຈັດຂຶ້ນ
ໃນສັບປະດາໜ້າ, ອີງຕາມການກ່າວຂອງນັກການທູດ ຝຣັ່ງ.

ໃນວັນຈັນທີ່ຜ່ານມາ, ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ແອນໂຕນີໂອ
ກູເຕເຣສ ກ່າວວ່າ ທ່ານຕົກໃຈ ແລະ ວ່າການປະມູນດັ່ງກ່າວຄວນຖືກສືບສວນສອບ
ສວນ ວ່າອາດເປັນໄປໄດ້ ກ່ຽວກັບ ອາຊະຍາກຳຕໍ່ມວນມະນຸດ.

ກຸ່ມສິດທິມະນຸດໄດ້ວິພາກວິຈານ ສະຫະພາບ ຢູໂຣບ ສຳລັບການກົດດັນປະເທດ
ລີເບຍ ໃຫ້ຢຸດການຫຼັ່ງໄຫຼຂອງຜູ້ຍົກຍ້າຍຖິ່ນຖານເຂົ້າ ຢູໂຣບ.

ນອກນັ້ນ ທ່ານ ຄັອນເດ ຍັງໄດ້ກ່າວຫາສະຫະພາບ ຢູໂຣບ ເຊັ່ນກັນ, ກ່ຽວກັບ ການ
ສະໜັບສະໜູນ ລີິເບຍ ໃຫ້ຮັກສາຜູ້ຍົກຍ້າຍຖິ່ນຖານໄວ້ໃນປະເທດທີ່ຕັ້ງຢູ່ ອາຟຣິກາ
ເໜືອ ນັ້ນແມ່ນກະທັ້ງທີ່ບໍ່ມີລັດຖະບານຢູ່ທີ່ນັ້ນກໍຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG