ປະທານາທິບໍດີຝຣັ່ງ ທ່ານ Francois Hollande ໄດ້ຮຽກຮ້ອງ
ໃຫ້ມີການຈັດກອງປະຊຸມນາໆຊາດຂຶ້ນ ເພື່ອຫາລືກັນກ່ຽວກັບ
ພວກກຸ່ມຫົວຕໍ່ສູ້ ລັດອິສລາມ ທີ່ໄດ້ຍຶດຄອງດິນແດນໃນປະເທດ
ອິຣັກ ແລະ ຊີເຣຍນັ້ນ.
ທ່ານ Hollande ບອກກັບໜັງສືພິມ Le Monde ໃນວັນພຸດມື້ນີ້
ວ່າ ມີຄວາມຈຳເປັນສຳຫລັບແຜນຍຸທະສາດຂອງໂລກ ເພື່ອຮັບມື
ກັບກຸ່ມຫົວຮຸນແຮງດັ່ງກ່າວ ທີ່ທ່ານເວົ້າວ່າ ເປັນກຸ່ມທີ່ມີໂຄງສ້າງດີ
ມີເງິນທຶນຫລາຍ ແລະ ມີອາວຸດທີ່ທັນສະໄໝ.
ທ່ານກ່າວອີກວ່າ ສະຖານະການຕອນນີ້ແມ່ນຮ້າຍແຮງທີ່ສຸດ ເທົ່າ
ທີ່ປະຊາຄົມນາໆຊາດໄດ້ປະເຊີນມາ ນັບແຕ່ປີ 2001. ຝຣັ່ງໄດ້ສະໜອງ ອາວຸດໃຫ້ ເພື່ອ
ຊ່ວຍເຫລືອ ພວກນັກລົບຊາວເຄີດ ຕໍ່ສູ້ກັບກຸ່ມລັດອິສລາມ ໃນພາກ ເໜືອຂອງອິຣັກ.
ທາງຝ່າຍສະຫະລັດ ກໍໄດ້ທຳການໂຈມຕີທາງອາກາດ ຕໍ່ພວກລັດອິສ ລາມ ມາຢ່າງຕໍ່
ເນື່ອງ ໂຮມທັງໃນວັນອັງຄານວານນີ້ ເພື່ອໜຸນຫລັງກຳ ລັງຂອງຊາວເຄີດ ແລະ ທະຫານ
ອີຣັກ ໃນຂະນະທີ່ເຂົາເຈົ້າບຸກຄືບໜ້າ ໄປຍັງເມືອງ Tikrit ທາງພາກເໜືອຂອງປະເທດ.
ການເຄື່ອນໄຫວດັ່ງກ່າວໄດ້ມີຂຶ້ນ ໃນຂະນະທີ່ສະຫະປະຊາຊາດກະກຽມ ການປະຕິບັດ
ງານຂະໜາດໃຫຍ່ ເພື່ອສະໜອງການຊ່ວຍເຫລືອ ໃຫ້ແກ່ອົບພະຍົບພົນລະເຮືອນຫຼາຍ ແສນຄົນ.
ເຈົ້າໜ້າທີ່ກ່າວອີກວ່າ ການປະຕິບັດງານບັນເທົາທຸກຂອງສະຫະປະຊາຊາດ ຈະແນໃສ່
ອົບພະຍົບຊາວອີຣັກ ປະມານ 1 ລ້ານ 2 ແສນຄົນ ແລະມີກຳນົດ ຈະເລີ້ມຂຶ້ນດ້ວຍການ
ຂົນສົ່ງທາງອາກາດເປັນເວລາ 4 ມື້ ຈາກປະເທດເພື່ອນບ້ານ ຈໍແດັນ ໄປຍັງເມືອງ Irbil ຂອງຊາວເຄີດ ຢູ່ພາກເໜືອຂອງອີຣັກ. ການປະຕິບັດງານດັ່ງກ່າວ ແມ່ນແນໃສ່ເພື່ອຈັດສົ່ງຕູບຜ້າໃບ ນ້ຳດື່ມ ນ້ຳມັນເຊື້ອໄຟ ແລະ ສິ່ງຂອງທີ່ສຳຄັນອື່ນໆໄປ ໃຫ້ພວກອົບພະຍົບ ທີ່ອາໄສຢູ່ຕາມໂຮງຮຽນ ໂບດມຸສລິມ ແລະ ສະຖານທີ່ອື່ນໆ.
ສະຫະລັດ ອັງກິດ ເຢຍຣະມັນ ແລະ ຝຣັ່ງ ກໍເຂົ້າຮ່ວມການປະຕິ ບັດງານບັນເທົາທຸກ
ຄັ້ງນີ້ດ້ວຍ.