ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງ ກ່າວວ່າ ພວກນັກລົບຈີຮາດ ຫົວຮຸນແຮງ 30 ຄົນ ຖືກສັງຫານ ໃນ ປະເທດ ມາລີ


ລັດຖະມົນຕີວ່າການ ກະຊວງຮັບ​ຜິດຊອບ ​ໃນ​ເລື້ອງກອງ​ທັບຂອງຝຣັ່ງ ທ່ານນາງ ຟລໍເຣສ ປາຣລີ ໄດ້ກ່າວຖະແຫລງ ຢ່າງເປັນທາງການ ໃນຫ້ອງປະຊຸມຖະແຫລງຂ່າວ ຢູ່ທີ່ ທຳນຽບ ເອລີເສ, ໃນນະຄອນຫຼວງ ປາຣີ, ວັນທີ 14 ເມສາ 2018.
ລັດຖະມົນຕີວ່າການ ກະຊວງຮັບ​ຜິດຊອບ ​ໃນ​ເລື້ອງກອງ​ທັບຂອງຝຣັ່ງ ທ່ານນາງ ຟລໍເຣສ ປາຣລີ ໄດ້ກ່າວຖະແຫລງ ຢ່າງເປັນທາງການ ໃນຫ້ອງປະຊຸມຖະແຫລງຂ່າວ ຢູ່ທີ່ ທຳນຽບ ເອລີເສ, ໃນນະຄອນຫຼວງ ປາຣີ, ວັນທີ 14 ເມສາ 2018.

ຜູ້ນຳຂອງກຸ່ມຫົວຮຸນແຮງຈັດ ທີ່ເປັນເຄືອຂ່າຍຂອງ ກຸ່ມ ອາລ-ກາອີດາ ຢູ່ໃນ ພາກກາງ
ຂອງມາລີ ອາດຈະລວມຢູ່ໃນ ກຸ່ມພວກນັກລົບຫົວຮຸນແຮງ 30 ຄົນ ທີ່ໄດ້ຖືກສັງຫານ
ໂດຍກຳລັງທະຫານຂອງຝຣັ່ງ ອີງຕາມການກ່າວໃນວັນສຸກ ວານນີ້ ຂອງກະຊວງຮັບ​ຜິດ
​ຊອບ ​ໃນ​ເລື້ອງກອງ​ທັບຂອງຝຣັ່ງ.

ລັດຖະມົນຕີ ຟລໍເຣັນ​ສ໌ ປາຣລີ ໄດ້ກ່າວໃນທວີດເຕີວ່າ ທ້າວຮາມາດູນ ຄຸຟຟາ ອາດໄດ້
ຖືກສັງຫານ ໃນການປະຕິບັດການ ຂ້າມຄືນທີ່ໄດ້ເລີ້ມຕົ້ນຂຶ້ນ ໃນວັນ ພະຫັດມື້ກ່ອນ ຢູ່
ໃນຂົງເຂດມັອປຕີ ແລະລວມທັງ ການໂຈມຕີທາງອາກາດ ພ້ອມ​ທັງ​ການ​ໃຊ້ເຮລີຄອບເຕີ
ແລະກຳລັງທະຫານທາງພາກພື້ນດິນ.

ທ້າວ ຄຸຟຟາ ນັກສອນສາສະໜາຫົວຮຸນແຮງ ເປັນຫົວໜ້າຂອງກຸ່ມ ຄາຕີບັດ ມາຊີນາ
ຊຶ່ງເປັນພາກສ່ວນນຶ່ງຂອງກຸ່ມໃຫຍ່ ທີ່ຮູ້ຈັກກັນດີໃນຊື່ຫຍໍ້ວ່າ JNIM ທີ່​ເປັນເຄືອຂ່າຍ
ຂອງກຸ່ມຫົວຮຸນແຮງ ອາລ-ກາອີດາ ນັ້ນ.

ຖະແຫລງການສະບັບນຶ່ງຂອງກອງທັບຝ​ຣັ່ງ ກ່າວວ່າ “ໃນຂັ້ນຕອນ ຂອງການປະເມີນ
ຜົນການປະຕິບັດງານນັ້ນ ແມ່ນປາກົດວ່າ ​ມີພວກກໍ່ການຮ້າຍປະມານ 30 ຄົນ ໄດ້
ຖືກກຳຈັດເປັນທີ່ຮຽບຮ້ອຍ.”
ທ້າວຄຸຟຟາ ພ້ອມດ້ວຍ ພວກຫົວຮຸນ ແຮງລະດັບສູງຄົນ
ອື່ນໆ ມີ​ທ່າ​ທາງວ່າ ​ຈະລວມ ຢູ່ໃນ​ຈຳ​ນວນພວກທີ່ເສຍຊີວິດ.

ໃນປັດຈຸບັນນີ້ ຝຣັ່ງ ມີກຳລັງທະຫານ ຫຼາຍກວ່າ 3,000 ຄົນ ກຳລັງປະຕິບັດງານ ໃນ
ຄວາມພະຍາຍາມ ຕໍ່ຕ້ານພວກກໍ່ການຮ້າຍ ທີ່ເອີ້ນວ່າ ປະຕິບັດການ ບາຣຄານ ຫຼື
Operation Barkhane ເພື່ອຕໍ່ຕ້ານ ພວກຫົວຮຸນແຮງອິສລາມ ຢູ່ໃນຂົງເຂດ ຊາແຮລ
ຊຶ່ງລວມທັງ ປະເທດມາລີ ນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG