ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປ. ​ຝ​ຣັ່ງ ທ່ານມາກ​ຣົງ ຢ້ຽມ​ຢາມ​ ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຕອນ​ໃຕ້ ບ່ອນ​ທີ່​ການ​ແຂ່ງ​ຂັນ ລະ​ຫວ່າງ​ສະ​ຫະ​ລັດ ກັບຈີນ ພວມ​ເຂັ້ມ​ຂ​ຸ້ນຂຶ້ນ


ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ ສະ​ແດງ​ຄວາມ​ເຄົ​າ​ລົບ​ຕໍ່ ຊົນ​ເຜົ່າ​ກາ​ນາກ ທີ່​ຮ​ວາດ​ຣີ​ລາ ບ່ອນ​ທີ່​ພວກ​ຫົວ​ຮຸນ​ແຮງ​ກາ​ນາກ 19 ຄົນ ຖືກ​ຝັງ ທີ່​ເກາະ​ອູ​ເວ​ອາ ນອກ​ເກາະ​ນິວ​ຄາ​ເລ​ໂດ​ເນຍ ເມື່ອ​ວັນ​ທີ 5 ພຶດ​ສະ​ພາ 2018.
ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ ສະ​ແດງ​ຄວາມ​ເຄົ​າ​ລົບ​ຕໍ່ ຊົນ​ເຜົ່າ​ກາ​ນາກ ທີ່​ຮ​ວາດ​ຣີ​ລາ ບ່ອນ​ທີ່​ພວກ​ຫົວ​ຮຸນ​ແຮງ​ກາ​ນາກ 19 ຄົນ ຖືກ​ຝັງ ທີ່​ເກາະ​ອູ​ເວ​ອາ ນອກ​ເກາະ​ນິວ​ຄາ​ເລ​ໂດ​ເນຍ ເມື່ອ​ວັນ​ທີ 5 ພຶດ​ສະ​ພາ 2018.

ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຝ​ຣັ່ງ ​ພວມ​ຢ້ຽມ​ຢາມ ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຕອນ​ໃຕ້​ເພື່ອໃຫ້​ນ້ຳ​ສຽງ​ຂອງ​ຝ​ຣັ່ງໄດ້​ຍິນ​ກັນ​ຢູ່​ໃນ​ຂົງ​ເຂດ ໃນ​ການ​ກະ​ກຽມ​ເພື່ອ​ຮັບ​ມື​ກັບ​ສະ​ໜາມ​ລົບ​ທາງ​ພູມີ​ສາດ​ການ​ເມືອງ​ທີ່​ສຳ​ຄັນ ລະ​ຫວ່າງ​ຈີນ ​ກັບ​ສະ​ຫະ​ລັດ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ ປາ​ປົວ​ນິວ​ກີ​ນີ ອາ​ນູ​ອາ​ຕູ ແລະ ​ນິວ​ຄາ​ເລ​ໂດ​ເນຍ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ກຳ​ລັງ​ຂອງ​ຝ​ຣັ່ງ ເຂົ້າ​ຮ່ວມ​ການ​ຊ້ອມ​ລົບ​ຂະ​ໜາດ​ໃຫຍ່ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫະ​ລັດ​ແລະ​ອອ​ສ​ເຕ​ຣ​ເລຍ ຢູ່​ໃນ​ຂົງ​ເຂດ.

ຝ​ຣັ່ງ​ມີ​ທະ​ຫານ ປະ​ຊາ​ຊົນ ແລະ​ຊັບ​ພະ​ຍາ​ກອນ ຢັ່ງ​ຢາຍ​ຢູ່​ຕາມ​ດິນ​ແດນ​ຕ່າງໆ ໃນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ແລະ​ຕ້ອງ​ການ​ຢາກ​ປົກ​ປ້ອງຜົນ​ປະ​ໂຫຍດ ​ແລະ​ສະ​ແດງ​ກຳ​ລັງຂອງ​ຕົນ. ບ່ອນ​ຢຸດ​ແວ່ ທີ່​ມີ​ຄວາມ​ສຳ​ຄັນ​ສຸດ ​ທາງ​ດ້ານ​ຍຸດ​ທະ​ສາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ມາກ​ຣົງ ແມ່ນ​ປາ​ປົວ​ນິວ​ກີ​ນີ ຊຶ່ງ​ເປັນ​ບ່ອນ ທີ່ພວມ​ປະ​ເຊີນ​ໜ້າ​ກັບການ​ເຕີບ​ໂຕ​ຂອງ​ອິດ​ທິ​ພົນ​ຈີນ ແລະ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ການ​ຮ່ວມ​ມື​ສະ​ບັບ​ໃໝ່ ກັບ​ສະ​ຫະ​ລັດ ເມື່ອ​ເດືອນ​ພຶດ​ສະ​ພາ​ທີ່​ຜ່ານ​ມາ​ນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG