ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

6 ຄົນ ເສຍຊີວິດ ຍ້ອນ ລົດໄຟ ຕົກລາງ ທີ່ ປະເທດຝຣັ່ງ (ວີດີໂອ)


ບັນດາເຈົ້າໜ້າທີ່ລາງລົດໄຟຝຣັ່ງ ພາກັນຢືນຝູ່ໃກ້ກັບ ບ່ອນລົດໄຟຕົກລາງ ທີ່ເມືອງ Bretigny-sur-Orge
ບັນດາເຈົ້າໜ້າທີ່ລາງລົດໄຟຝຣັ່ງ ພາກັນຢືນຝູ່ໃກ້ກັບ ບ່ອນລົດໄຟຕົກລາງ ທີ່ເມືອງ Bretigny-sur-Orge
ບັນດາ​ເຈົ້າ​ໜ້າ​ທີ່​ຝຣັ່ງ ກ່າວ​ວ່າ ບໍ່ແມ່ນຄວາມຜິດພາດຂອງມະ
ນຸດ ທີ່ເຮັດໃຫ້ລົດ​ໄຟ​ຕົກ​ລາງຢູ່​ທາງ​ໃຕ້​ຂອງ​ນະຄອນຫຼວງປາຣີ
ທີ່ເຮັດໃຫ້ຢ່າງ​ໜ້ອຍ ຫົກຄົນ ເສຍຊີວິດ ແລະໄດ້ຮັບບາດເຈັບ
ອີກ 30 ຄົນ.

ລັດຖະມົນຕີາຂົນ​ສົ່ງ​ຂອງຝຣັ່ງ ທ່ານ Frederick Cuvillier
ໄດ້ຍ້ອງຍໍການປະ ຕິບັດງານຢ່າງຮີບດ່ວນ ຂອງວິສະວະກອນ
ລົດໄຟ ໃນວັນເສົາມື້ນີ້ ແລະກ່າວວ່າ ການສືບສວນຈະເຈາະ
ຈົງໃສ່ເລື້ອງຕ່າງໆ ເຊັ່ນ​ໂຄງລ່າງ​ພື້ນຖານ​ເປັນຕົ້ນ. ທ່ານ
Cuvillier ໄດ້ກ່າວຕໍ່ວິທະຍຸຝຣັ່ງວ່າ ການຕັດສິນໃຈຢ່າງວ່ອງ
ໄວຂອງພວກ​ວິສະ ວະ​ກອນໃນ​ການລາຍງານກ່ຽວ​ກັບລົດໄຟ
ຕົກລາງນັ້ນໄດ້ປ້ອງກັນບໍ່​ໃຫ້ເກີດການ ຕຳ​ກັນ ​ກັບລົດໄຟອີກ
ຂະ​ບວນນຶ່ງ ​ໃນ​ເວລາພຽງບໍ່ເທົ່າ​ໃດວິນາທີເທົ່ານັ້ນ.

ລົດ​ໄຟ​ທີ່​ບັນທຸກ​ຜູ້​ໂດຍສານ​ຫລາຍ​ຮ້ອຍ​ຄົນ ​ໄດ້ເຈືອກ​ອອກ​ຈາກລາງ​ໃນ​ວັນ​ສຸກ​ວານ​ນີ້ ​ແລະ​ຕໍາ​ເອົາ​ບ່ອນຢືນ​ລໍຖ້າ ທີ່​ສະຖານີ Bretigny-sur-Orge ປະມານ 20 ກິ​ໂລ​ແມັດ​ຢູ່​ທາງ​ໃຕ້​ຂອງ​ນະຄອນຫລວງ​ຝຣັ່ງ. ລົດ​ໄຟຂະ​ບວນນີ້​ພວມເດີນ ທາງ​ຈາກ​ກຸງ​ປາຣີ ​ໄປ​ສູ່​ເມືອງ Limoges.

ມີ​ລາຍ​ງານ​ວ່າ ຫລາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ​ ຍ້ອນ​ອຸ​ປະຕິເຫດ ຊຶ່ງ​ເຮັດ​ໃຫ້​ລົດ ​ໄຟ​ຫລາຍ​ຕູ້ປີ້ນຂວໍ້າ.ລັດຖະມົນຕີ​ກະຊວງ​ພາຍ​ໃນຝຣັ່ງ ທ່ານ Manuel Valls ເຕືອນວ່າ ຈຳນວນຜູ້ໄດ້
ຮັບບາດເຈັບລົ້ມຕາຍພວມ​ມີ​ການ​ເກັບ​ກຳ​ກັນ​ຢູ່ແລະອາດ ຈະສູງຂື້ນກໍ​ເປັນ​ໄດ້.

ອຸປະຕິເຫດໃນວັນສຸກວານນີ້ ເກີດຂື້ນໃນຂະນະທີ່ຫລຍໆຄອບຄົວ ພາກັນເດີນ ທາງໄປພັກ
ຜ່ອນລະດູຮ້ອນ. ນີ້ແມ່ນວັນພັກທ້າຍອາທິດຂອງຝຣັ່ງ ທີ່ພາກັນສະ ຫລອງວັນພັກແຫ່ງຊາດ
ທີ່​ສຳຄັນ​ສຸດ​ຂອງ​ປະ​ເທດ ນັ້ນກໍ​ຄື​ວັນຊາດ ຫຼື Bastille Day ​ໃນວັນອາທິດມື້ອື່ນນີ້.

ລົດໄຟ ຕົກລາງ ທີ່ ປະເທດຝຣັ່ງ
please wait

No media source currently available

0:00 0:00:57 0:00
XS
SM
MD
LG