ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາບຈາກດາວທຽມຝຣັ່ງ ສະແດງ ໃຫ້ເຫັນວັດຖຸ ທີ່ອາດເປັນ ຊິ້ນສ່ວນຂອງ ເຮືອບິນມາເລເຊຍ (ວີດີໂອ)


malaysiapalne23mar14
please wait
Embed

No media source currently available

0:00 0:01:54 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ​ກ່າວ​ວ່າ ພວກ​ຕົນ​ໄດ້​ຮັບ​ພາບ​ຖ່າຍຈາກ
​ດາວ​ທຽມ​ຈາກ​ຝຣັ່ງ ທີ່​ສະ​ແດງ​ໃຫ້​ເຫັນ​ວັດຖຸ​ທີ່​ຟູ​ ຢູ່​ເທິງ​ໜ້າ
​ນໍ້າ ​ ໃນ​ເຂດ​ນຶ່ງ​ຂອງ​ພາກ​ໃຕ້​ມະຫາ​ສະມຸດ​ອິນ​ເດຍບ່ອນ​ທີ່ເຮືອ
ບິນ​ພົນລະ​ເຮືອນ​ລຳ​ນຶ່ງ ​ໄດ້​ເຫັນ​ເສດ​ວັດຖຸຮວມທັງ​ລັງສິນຄ້າ​
ທີ່​ເຮັດ​ດ້ວຍ​ໄມ້ ​ໃນ​ວັນ​ເສົາ​ວານ​ນີ້.

​ໃນ​ຄຳ​ຖະ​ແຫລ​ງທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ອາທິດ​ມື້​ນີ້ ກະຊວງ​
ຂົນ​ສົ່ງ​ຂອງ​ມາ​ເລ​ເຊຍ​ເວົ້າ​ວ່າ ພາບ​ນັ້ນ​ແມ່ນ​ຢູ່​ໃກ້ໆ​ກັບ​ບໍລິ
ເວນທີ່ດາວ​ທຽ​ມຂອງ​ຈີນ​ກັບອອສ​ເຕຣ​ເລຍ ​ໄດ້​ຖ່າຍຮູບ​ສິ່ງ​
ຂອງ​ໃຫຍ່ໆ ທີ່ຟູຢູ່​ເທິງ​ໜ້າ​ນ້ຳ ​ໃນ​ອາທິດ​ແລ້ວ​ນີ້.

ພວກ​ເຮືອບິນ​ແລະ​ເຮືອ​ຕ່າງໆ ​ໃຊ້​ເວລາ​ໃນ​ວັນ​ອາ​ທິດ​ມື້​ນີ້ ສຸມ​ການ​ຊອກ​ຫາ​ເຮືອບິນ​ຂອງ​ສາຍການບິນ​ມາ​ເລ​ເຊຍ​ທີ່​ຫາຍ​ໄປນັ້ນ ​ຢູ່ໃນ​ເຂດ​ນຶ່ງ​ຂອງພາກ​ໃຕ້​ມະຫາ​ສະມຸດ​ອິນ​ເດຍ
ບ່ອນ​ທີ່​ມີ​ການ​ເຫັນ​ວັດຖຸ​ລອຍ​ຢູ່​ໜ້າ​ນ້ຳ​ໃນ​ວັນ​ເສົາ​ວານ​ນີ້.

ແຕ່ເຮືອບິນ​ທະຫານ​ລຳ​ນຶ່ງ​ຂອງ New Zealand ​ທີ່​ຖືກ​ສັ່ງ​ໃຫ້​ປ່ຽນ​ທິດ​ທາງ​ບິນ​ໄປຍັງ
ບໍລິ​ເວນ​ນັ້ນໃນ​ວັນ​ເສົາ​ວານ​ນີ້ ​ກັບໄດ້​ພົບ​ເຫັນ​ແຕ່​ສາຫຣ່າຍທະ​ເລ​ເທົ່າ​ນັ້ນ.

ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ທ່ານ Tony Abbot ກ່າວ​ໃນ​ວັນ​ອາທິດ​ມື້​ນີ້ ວ່າ“ມີ​
ຄວາມ​ຫວັງ​ຫຼາຍ​ຂຶ້ນ​ເລື້ອຍໆ”
ທີ່​ວ່າ ​ການ​ເຫັນວັດຖຸ​ຕ່າງໆ​ເຫຼົ່າ​ນີ້ ຈະສາມາດ​ນຳ​ໄປ​
ສູ່​ການ​ພົບ​ເຫັນ​ເຮືອບິນ​ໄອ​ພົ່ນ​ໂດຍສານ​ຂອງ​ມາ​ເລ​ເຊຍ​ທີ່ຫາຍ​ໄປ ພ້ອມ​ທັງ​ຄົນ​ໂດຍສານ
​ແລະ​ພວກຈຸ​ບິນ ທັງ​ໝົດ 239 ຄົນ​ນັ້ນ.

​ເຮືອບິນ​ໄອ​ພົ່ນ​ໂດຍສານ Boeing 777 ​ຫາຍ​ສາບ​ສູນ​ໄປ​ໄດ້ 15 ມື້​ແລ້ວ ຄື​ຕັ້ງ​ແຕ່ວັນ​ທີ
8 ມີນາ​ ໃນ​ຂະນະ​ທີ່​ພວມ​ບິນ​ຈາກ​ກຸງ​ກົວ​ລາ​ລຳ​ເປີ ມຸ້ງ​ໜ້າ​ໄປ​ຍັງ​ກຸງ​ປັກ​ກິ່ງ. ມາຮອດ
ປັດຈຸບັນນີ້ ຍັງ​ບໍ່​ທັນ​ມີ​ຫຼັກ​ຖານ​ທີ່​ໜັກ​ແໜ້ນ​ໃດໆ ທີ່​ສະ​ແດງ​ໃຫ້​ເຫັນວ່າ​ມີ​ຫຍັງ​ເກີດ​ຂຶ້ນ
ແກ່​ເຮືອບິນໄອ​ພົ່ນລຳ​ນີ້.
XS
SM
MD
LG