ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຝ​ຣັ່ງ​ ຈັດ​ສົ່ງ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ ໄປໃຫ້​​ຢູ​ເຄ​ຣນ ແລະສ້າງ​ຄັງ​ອາ​ວຸດ​ຄືນ​ໃໝ່


ສິນ​ສ່ວນ​ນຶ່ງ​ຂອງລະບົບປືນໃຫຍ່ ຊີຊາ (Caesar) ທີ່​ຖືກ​ຖ່າຍ​ພາບຢູ່​ໃນ​ຕະ​ຫລາດ​ນັດປ້ອງ​ກັນ​ຊາດ ແລະ​ຄວາມ​ໝັ້ນ​ຄົງ Eurosatory land ໃນ​ວັນ​ທີ 13 ມິ​ຖຸ​ນາ, 2022 ທີ່ ເມືອງVillepinte, ທາງ​ພາກ​ເໜືອ​ຂອງ​ນະ​ຄອນ​ຫລວງ​ປາ​ຣີ.
ສິນ​ສ່ວນ​ນຶ່ງ​ຂອງລະບົບປືນໃຫຍ່ ຊີຊາ (Caesar) ທີ່​ຖືກ​ຖ່າຍ​ພາບຢູ່​ໃນ​ຕະ​ຫລາດ​ນັດປ້ອງ​ກັນ​ຊາດ ແລະ​ຄວາມ​ໝັ້ນ​ຄົງ Eurosatory land ໃນ​ວັນ​ທີ 13 ມິ​ຖຸ​ນາ, 2022 ທີ່ ເມືອງVillepinte, ທາງ​ພາກ​ເໜືອ​ຂອງ​ນະ​ຄອນ​ຫລວງ​ປາ​ຣີ.

ຝຣັ່ງ ໃນວັນອາທິດວານນີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສົ່ງລະບົບປ້ອງກັນ​ໄພ ​ທາງອາກາດ​ໄປໃຫ້ ເພື່ອປົກປ້ອງບັນດາເມືອງຕ່າງໆ ຂອງຢູເຄຣນບໍ່​ໃຫ້​ຖືກໂຈມຕີ ດ້ວຍເຮືອບິນບໍ່ມີຄົນຂັບ ພ້ອມກັບໂຄງການຝຶກຊ້ອມທີ່ຂະຫຍາຍອອກໄປ ສຳລັບທະຫານຢູເຄຣນ ໃນຂະ​ນະ​ທີ່​ຝ​ຣັ່ງ ພະຍາຍາມທຳ​ລາຍ​ແນວຄວາມ​ຄິດ​ທີ່ວ່າ ລັດຖະບານຂອງປະທານາທິບໍດີຝຣັ່ງ, ທ່ານເອມ​ມາ​ນູ​ແອ​ລ ມາກ​ຣົງ ມີຄວາມຊັກຊ້າ ໃນການສະໜັບສະໜູນທາງທະຫານແກ່ຢູເຄຣນ ເພື່ອຕໍ່ຕ້ານ ການຮຸກຮານຂອງຣັດເຊຍ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ. (AP)

ທະຫານ​ຢູ​ເຄ​ຣນ 2,000 ຄົນ​ ຈະ​ຖືກເອົາ​ມາປົນ​ຢູ່​ກັບ​ບັນດາຫົວ​ໜ່ວຍ​ທະຫານ​ຢູ່​ຝຣັ່ງ, ​ໂດຍ​ຈະ​ໝູນວຽນໄປ​ຢູ່​ໜ່ວຍ​ຕ່າງໆ ​ເປັນ​ເວລາ​ຫຼາຍ​ອາທິດໃນ​ການ​ຊ້ອມ​ລົບ, ການ​ຝຶກ​ອົບ​ຮົມ​ວິຊາ​ສະ​ເພາະ​ດ້ານ​ການ​ຂົນ​ສົ່ງ ​ແລະ​ຄວາມ​ຕ້ອງການ​ດ້ານອື່ນໆ, ​ແລະ​ການ​ຝຶກ​ອົບ​ຮົມການໃຊ້​ອຸປະກອນ​ທີ່​ສະໜອງ​ໃຫ້​ໂດຍ​ຝຣັ່ງ, ​ອີງ​ຕາມທ່ານ​ເຊ​ບັ​ສ​ຕຽນ ເລີ​ກໍ​ນູ (Sébastien Lecornu), ລັດຖະມົນຕີກະ​ຊວງປ້ອງ​ກັນ​ປະ​ເທດ​ຝຣັ່ງ ກ່າວ​ຢູ່​ໃນ​ການ​ໃຫ້​ສຳ​ພາດ​ທີ່​ຂຽນ​ຢູ່​ໃນ​ໜັງ​ສືພິມ Le Parisien.

"ອະນິຈາ, ພວກເຮົາ​ໄດ້ເຫັນຄວາມເປັນຈິງທີ່ວ່າ ສົງຄາມຈະແກ່ຍາວອອກ​ໄປ​ອີກ." "ທະຫານລຸ້ນໃຫມ່ຍັງຕ້ອງໄດ້ຮັບການຝຶກອົບຮົມ, ເພື່ອຈະ​ໃຫ້​ຢູ່​ລອດ​ໄປ​ໄດ້​ອີກໄກ," ນັ້ນ​ຄືຄຳ​ເວົ້າ​ຂອງ​ທ່ານລັດຖະມົນຕີ ທີ່​ຖືກ​ກ່າວເຖິງຢູ່​ໃນຫນັງສືພິມ ນັ້ນ.

ກ່ອນ​ໜ້າ​ນີ້ຝຣັ່ງ​ໄດ້​ຝຶກ​ທະຫານ​ປືນ​ໃຫຍ່​ຂອງຢູ​ເຄ​ຣນ​ເພື່ອ​ນຳ​ໃຊ້​ລະ​ບົບ​ປືນ​ໃຫຍ່ ຊີ​ຊາ (Caesar) ທີ່ຕົນເອງ​ສະໜອງ​ໃຫ້.

ທ່ານລັດຖະມົນຕີກ່າວວ່າ ການຝຶກອົບຮົມທີ່ຂະຫຍາຍອອກໄປ ທີ່ຝຣັ່ງກຳລັງສະ​ໜອງ​ໃຫ້ດຽວນີ້ແມ່ນ "ບາດກ້າວທີ່ສຳຄັນຫຼາຍ," "ພວກເຮົາກໍາລັງປ່ຽນແປງ ຂະຫນາດຂອງ​ມັນ."

ທ່ານລັດຖະມົນຕີກ່າວອີກວ່າ ລະ​ບົບ​ລູກສອນໄຟປ້ອງກັນໄພ​ທາງອາກາດໂຄ​ຣ​ຕາ​ລ (Crotale) ທີ່ຝຣັ່ງກໍາລັງກະກຽມສົ່ງໄປໃຫ້ຢູເຄຣນ "ຈະເປັນປະໂຫຍດ ສະເພາະ ໃນການຕໍ່ສູ້ຕ້ານກັບ​ເຮືອ​ບິນບໍ່​ມີ​ຄົນ​ຂັບ ແລະຕໍ່ຕ້ານການຖິ້ມລະເບີດທາງອາກາດ."

ທ່ານ​ກ່າວ​ຕໍ່​ໄປປະເທດຝຣັ່ງ ມີລະ​ບົບ​ດັ່ງ​ກ່າວ​ທັງ​ໝົດ 12 ລະ​ບົບ. ທ່ານ​ບໍ່​ໄດ້​ລະບຸ​ວ່າຈະສົ່ງ​ພວກ​ມັນ​ຈັກລະ​ບົບ​ໄປໃຫ້​ຢູ​ເຄຣນ ​ແຕ່ກໍ​ກ່າວ​ວ່າ "ມັນ​ຈະ​ເປັນ​ສິ່ງ​ສຳຄັນ​ທີ່​ຈະຊ່ວຍ​ໃຫ້​ເຂົາ​ເຈົ້າ​ສາມາດ​ປ້ອງ​ກັນ​ທ້ອງຟ້າ​ຂອງ​ເຂົາ​ເຈົ້າໄດ້."

ທ່ານລັດຖະມົນຕີກ່າວວ່າ ຈຸດປະສົງກໍແມ່ນເພື່ອໃຫ້ຢູເຄຣນສາມາດນຳໃຊ້ພວກ ມັນໄດ້ພາຍໃນສອງເດືອນ, ເຊິ່ງລວມທັງເວລາໃນການຝຶກອົບຮົມເພື່ອໃຫ້ຊາວຢູ​ເຄ​ຣນສາ​ມາດໃຊ້ພວກມັນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG