ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຝຣັ່ງ ຢາກຍົກເວັ້ນ ການຂາຍອາວຸດ ໃຫ້ພວກກະບົດ ໃນຊີເຣຍ


ລັດຖະມົນຕີການຕ່ງປະເທດຝຣັ່ງ ທ່ານ Laurent Fabius ​ໃຫ້​ການຖະ​ແຫຼ​ງຂ່າວ
ລັດຖະມົນຕີການຕ່ງປະເທດຝຣັ່ງ ທ່ານ Laurent Fabius ​ໃຫ້​ການຖະ​ແຫຼ​ງຂ່າວ
ຝຣັ່ງກ່າວວ່າ ຕົນຈະຍົກເອົາເລື່ອງການຍົກເວັ້ນອາວຸດປ້ອງກັນ
ຈາກການຫ້າມຂາຍອາວຸດໃຫ້ແກ່ຊີເຣຍ ຂຶ້ນມາເວົ້າ ເພື່ອເປັນ
ການຊ່ອຍເຫຼືອພວກກະບົດໃນການສູ້ລົບກັບລັດຖະບານຂອງ
ປະທານາທິບໍດີ Bashar al-Assad.

ລັດຖະມົນຕີການຕ່ງປະເທດຝຣັ່ງ ທ່ານ Laurent Fabius
ໄດ້ກ່າວໃນການໃຫ້ສໍາພາດ ໃນວັນພະຫັດມື້ນີ້ວ່າ ປະເທດຂອງ
ທ່ານຈະປະສານງານແລະວາງແຜນຮ່ວມກັບບັນດາປະເທດພັນ
ທະມິດອື່ນໆໃນຢູໂຣບນຳ.

ໃນວັນອັງຄານຜ່ານມານີ້ ຝຣັ່ງໄດ້ເປັນປະເທດອໍານາດຕາເວັນຕົກ
ປະເທດທໍາອິດ ທີ່ໄດ້ຮັບຮູ້ກຸ່ມແນວໂຮມຝ່າຍຄ້ານຊີເຣຍທີ່ຫາກໍມີ
ການສ້າງຕັ້ງຂຶ້ນມາ. ປະທານາທິບໍດີ Francois Hollande
ຈະພົບປະກັບຜູ້ນໍາຂອງກຸ່ມດັ່ງກ່າວໃນກຸງປາຣີສ ໃນວັນເສົາຈະມານີ້.

ສະຫະລັດຍັງບໍ່ທັນຮັບຮູ້ກຸ່ມແນວໂຮມຝ່າຍຄ້ານຂອງຊີເຣຍເທື່ອ ໂດຍເວົ້າວ່າ ກຸ່ມດັ່ງກ່າວ
ກ່ອນອື່ນໝົດຕ້ອງໄດ້ພິສູດຕົນເອງ ຫຼັງຈາກມີການກ່າວຫາວ່າກຸ່ມຈັດຕັ້ງຂອງພວກຝ່າຍຄ້ານ
ຊີເຣຍກ່ອນໜ້ານີ້ ໄດ້ເກີດການຜິດຖຽງກັນແລະມີການກ່າວຫາວ່າຄອບງຳໂດຍມຸສລິມ
ຫົວຮຸນແຮງ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ໄດ້ກ່າວໃນວັນພຸດ
ວານນີ້ວ່າ ການສ້າງຕັ້ງກຸ່ມແນວໂຮມໃໝ່ຊຶ່ງຈະເຂົ້າຮັບໜ້າທີ່ແທນອົງການສະພາແຫ່ງຊາດ
ຂອງຊີເຣຍ ທີ່ບໍ່ໄດ້ຮັບຄວາມເຊື່ອຖືນັ້ນ ແມ່ນບາດກ້າວອັນສໍາຄັນ ແຕ່ກໍບໍ່ໄດ້ສະເໜີໃຫ້ການ
ຮັບຮູ້ໂດຍເຕັມ ແລະໃຫ້ການສະໜັບສະໜຸນທາງດ້ານອາວຸດເທື່ອ.

ຊີເຣຍໄດ້ປະນາມກຸ່ມດັ່ງກ່າວນີ້ ທີ່ທາງການຊີເຣຍເວົ້າວ່າ ໄດ້ປິດປະຕູເພື່ອການເຈລະຈາ
ແກ້ໄຂບັນຫາໃດໆກໍຕາມ ກັບປະທານາທິບໍດີ Bashar al-Assad.
XS
SM
MD
LG