ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຝຣັ່ງ ຮຽກຮ້ອງ ກາຕ້າ ແລະ ປະເທດ ອາຣັບ ທີ່ຢູ່ໃກ້ຄຽງ ໃຫ້ແກ້ໄຂບັນຫາ ທາງການທູດ


ລັດຖະມົນຕີການຕ່າງປະເທດ ຝຣັ່ງ ທ່ານ Jean Yves Le Drian ຢູ່ທຳນຽບ Elysee ໃນນະຄອນຫຼວງ ປາຣີ, ຝຣັ່ງ. 3 ມິຖຸນາ, 2017.
ລັດຖະມົນຕີການຕ່າງປະເທດ ຝຣັ່ງ ທ່ານ Jean Yves Le Drian ຢູ່ທຳນຽບ Elysee ໃນນະຄອນຫຼວງ ປາຣີ, ຝຣັ່ງ. 3 ມິຖຸນາ, 2017.

ລັດຖະມົນຕີການຕ່າງປະເທດ ຝຣັ່ງ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ການຕັດສາຍ
ພົວພັນລະຫວ່າງປະເທດ ກາຕ້າ ແລະ ປະເທດ ອາຣັບ ທີ່ຢູ່ໃກ້ຄຽງຂອງພວກເຂົາເຈົ້າ
ແລະ ໄດ້ຮຽກຮ້ອງໃຫ້ທຸກຝ່າຍຫາວິທີເພື່ອສິ້ນສຸດການປະເຊີນໜ້າທາງການທູດນີ້.

ທ່ານ Jean Yves Le Drian ໄດ້ກ່າວຕໍ່ບັນດານັກຂ່າວ ຫຼັງຈາກການເຈລະຈາກັບຄູ່
ຮ່ວມຕຳແໜ່ງຈາກປະເທດ ກາຕ້າ ທ່ານ Sheikh Mohammad bin Abdulrahman
ໃນນະຄອນຫຼວງ ໂດຮາ ວັນເສົາວານນີ້.

ກຸ່ມຂອງປະເທດທີ່ລວມມີ ຊາອຸດີ ອາເຣເບຍ, ສະຫະລັດ ອາຣັບ ເອມີເຣັດສ, ບາເຣນ,
ແລະ ອີຈິບ ໄດ້ກ່າວຫາ ກາຕ້າ ກ່ຽວກັບ ການສະໜັບສະໜູນລັດທິກໍ່ການຮ້າຍ ແລະ ໄດ້
ມອບລາຍການຮຽກຮ້ອງ 13 ບັນຫາໃຫ້ ກາຕ້າ ຫຼັງຈາກໄດ້ຕັດສາຍພົວພັນທາງການທູດ
ໃນຕົ້ນເດືອນມິຖຸນາທີຜ່ານມາ.

ກາຕ້າ ໄດ້ກ່າວວ່າ ພວກເຂົາເຈົ້າມີຄວາມຍິນດີທີ່ຈະເຈລະຈາ ແຕ່ຈະບໍ່ຍອມຈຳນົນອຳ
ນາດອະທິປະໄຕຂອງພວກເຂົາເຈົ້າ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໄດ້ເດີນທາງຢ້ຽມຢາມ
ພາກພື້ນດັ່ງກ່າວໃນຕົ້ນສັບປະດານີ້ ແຕ່ບໍ່ໄດ້ມີຄວາມກ້າວໜ້າຫຍັງຫຼາຍ ໃນການແກ້ໄຂ
ບັນຫາການປະເຊີນໜ້າກັນດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG