ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. Putin ຈະບໍ່ພົບປະ ກັບ ປ. ຝຣັ່ງ ທ່ານ Hollande ເພື່ອເຈລະຈາ ກ່ຽວກັບ ຊີເຣຍ ເທົ່ານັ້ນ

ປະທານາທິບໍດີ ຂອງຣັດເຊຍ ທ່ານ Vladimir Putin ເປັນປະທານ ກອງປະຊຸມ ງົບປະມານ ຢູ່ທີ່ວັງ Kremlin ໃນນະຄອນຫຼວງ ມົສກູ ຂອງຣັດເຊຍ. ວັນທີ 26 ສິງຫາ 2016. (Alexei Nikolsky/Sputnik, Kremlin Pool Photo via AP)
ປະທານາທິບໍດີ ຂອງຣັດເຊຍ ທ່ານ Vladimir Putin ເປັນປະທານ ກອງປະຊຸມ ງົບປະມານ ຢູ່ທີ່ວັງ Kremlin ໃນນະຄອນຫຼວງ ມົສກູ ຂອງຣັດເຊຍ. ວັນທີ 26 ສິງຫາ 2016. (Alexei Nikolsky/Sputnik, Kremlin Pool Photo via AP)

ບັນດາເຈົ້າໜ້າທີ່ຝຣັ່ງ ໄດ້ກ່າວໃນວັນອັງຄານມື້ນີ້ ວ່າ ປະທານາທິບໍດີ ຂອງຣັດເຊຍ
ທ່ານ Vladimir Putin ຈະບໍ່ເດີນທາງໄປຢ້ຽມຢາມຝຣັ່ງ ໃນສັບປະດາໜ້າ ຫຼັງຈາກທີ່ ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ໄດ້ຢືນຢັນວ່າ ການພົບປະ ຂອງ ພວກເພິ່ນ ຈະເພັ່ງເລັງໃສ່ ເລື່ອງຊີເຣຍ ເລື່ອງດຽວເທົ່ານັ້ນ.

ທ່ານ Putin ໄດ້ມີກຳນົດ ຈະເດີນທາງໄປນະຄອນຫຼວງ ປາຣີ ໃນວັນທີ 19 ຕຸລາ ສຳລັບ ການຢ້ຽມຢາມ ທີ່ຈະປະກອບດ້ວຍພິທີເປີດ ໂບດ ສາສະນາຈັກຄຣິສດັ່ງເດີມ ແຫ່ງໃໝ່.

ການປ່ຽນແປງດັ່ງກ່າວໄດ້ມີຂຶ້ນ ໜຶ່ງມື້ ຫຼັງຈາກທີ່ ລັດຖະມົນຕີການຕ່າງປະເທດຂອງຝຣັ່ງ ທ່ານ Jean-Marc Ayrault ໄດ້ກ່າວວ່າ ຣັດເຊຍ ອາດຈະປະເຊີນກັບ ອາຊະຍາກຳ ສົງຄາມ ກ່ຽວກັບການຕໍ່ສູ້ຖິ້ມລະເບີດຂອງຕົນ ຢູ່ໃນເມືອງ Aleppo ທາງພາກເໜືອ ຂອງຊີເຣຍ.

ພວກຄົນ ກວດເບິ່ງ ສະຖານທີ່ໆ ໄດ້ຮັບຄວາມເສຍຫາຍ ຫຼັງຈາກການໂຈມຕີທາງອາກາດ ຕໍ່ຄຸ້ມ Sheikh Fares ຂອງເມືອງ Aleppo ທີ່ຄວບຄຸມໂດຍ ກຸ່ມຕໍ່ຕ້ານລັດຖະບານ ຊີເຣຍ, ວັນທີ 1 ຕຸລາ 2016.
ພວກຄົນ ກວດເບິ່ງ ສະຖານທີ່ໆ ໄດ້ຮັບຄວາມເສຍຫາຍ ຫຼັງຈາກການໂຈມຕີທາງອາກາດ ຕໍ່ຄຸ້ມ Sheikh Fares ຂອງເມືອງ Aleppo ທີ່ຄວບຄຸມໂດຍ ກຸ່ມຕໍ່ຕ້ານລັດຖະບານ ຊີເຣຍ, ວັນທີ 1 ຕຸລາ 2016.

ທ່ານ Ayrault ກ່າວຕໍ່ສະຖານີວຸທະຍຸ France Inter ວ່າ ການຖິ້ມລະເບີດ ນັ້ນ ແມ່ນເປັນ ອາຊະຍາກຳ ສົງຄາມ ແລະ ກວມລວມເຖິງ “ໝົດທຸກພວກ ຜູ້ທີ່ໄດ້ກໍ່ໃຫ້ເກີດຄວາມ ຫຍຸ້ງຍາກ ຢູ່ໃນເມືອງ Aleppo ລວມທັງບັນດາຜູ້ນຳຂອງຣັດເຊຍ ນຳດ້ວຍ.”

ທ່ານ ກ່າວວ່າ ຝຣັ່ງ ຈະປຶກສາຫາລື ກັບບັນດາໄອຍະການ ຈາກສານອາຊະຍາກຳສາກົນ ເພື່ອເບິ່ງວ່າ ຈະເລີ່ມຕົ້ນການສືບສວນສອບສວນ ໃນວິທີໃດ.

ທ່ານ Ayrault ເວົ້າວ່າ “ພວກເຮົາ ບໍ່ເຫັນດີນຳ ອັນທີ່ຣັດເຊຍ ກຳລັງເຮັດຢູ່, ເຊັ່ນ ການຖິ້ມລະເບີດໃສ່ Aleppo. ຝຣັ່ງ ແມ່ນມີຄວາມໝັ້ນ ໝາຍ ແບບບໍ່ເຄີຍມີມາກ່ອນ ເພື່ອຊ່ອຍຊີວິດ ປະຊາກອນຂອງເມືອງ Aleppo.”

ຣັດເຊຍ ໄດ້ປະຕິເສດ ຊ້ຳແລ້ວຊ້ຳອີກ ຕໍ່ການໂຈມຕີພົນລະເຮືອນຢູ່ໃນຊີເຣຍ ໂດຍ ກ່າວວ່າ ຕົນແນເປົ້າໝາຍໃສ່ກຸ່ມກໍ່ການຮ້າຍ ໃນການສະໜັບສະໜູນ ລັດຖະບານ ຂອງປະທານາທິບໍດີ Bashar al-Assad.

ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສປຊ ທ່ານ Vitaly Churkin ໃຊ້ສິດຄັດຄ້ານ ຕໍ່ຍັດຕິ ຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ທີ່ຮຽກຮ້ອງໃຫ້ຍຸຕິການໂຈມຕີທາງອາກາດ ໃສ່ເມືອງ Aleppo ຂອງຊີເຣຍ, ຢູ່ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນ ນິວຢອກ, ວັນທີ 8 ຕຸລາ 2016.

ໃນວັນເສົາຜ່ານມາ ຣັດເຊຍ ໄດ້ກີດກັ້ນ ຍັດຕິ ຂອງສະພາຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ທີ່ນຳສະເໜີໂດຍ ຝຣັ່ງ ແລະ ສະເປນ ເພື່ອຍຸຕິການຖິ້ມລະເບີດ ໃນຊີເຣຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

France Syria
please wait
Embed

No media source currently available

0:00 0:01:26 0:00

XS
SM
MD
LG