ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ລັດຖະບານ ທ່ານ Sarkozy ລາອອກແລ້ວ


ທ່ານ Francois Hollande ໃນພິທີທີ່ໄວ້ອາໄລ ໃຫ້ແກ່ພວກເຄາະຮ້າຍ ຈາກການຄ້າທາດ ທີ່ Luxembourg Gardens ໃນກຸງປາຣີ (10 ພຶດສະພາ 2012)

ລັດຖະບານ​ນິຍົມ​ແນວທາງ​ເດີມ​ຂອງປະທານາທິບໍດີຝຣັ່ງທ່ານ Nicolas Sarkozy ທີ່ຈະ​ພົ້ນ
ຈາກ​ຕໍາ​ແໜ່​ງ​ໃນ​ໄວໆ​ນີ້ໄດ້​ລາ​ອອກ​ຢ່າງ​ເປັນທາງ​ການ​ເພື່ອແຜ້ວ​ທາງ​ໃຫ້ປະທານາທິບໍດີທີ່​ຖືກ
​ເລືອກ​ໃໝ່ ທ່ານ Francois Hollande ​ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງໃນ​ອາທິດ​ໜ້າ​ນີ້.

ນາຍົກລັດຖະມົນຕີ Francois Fillon ​ໄດ້ແຈ້ງໃຫ້ທ່ານ Sarkozy ຊາບ ​ໂດຍ​ທາງ​ຈົດໝາຍ
​ໃນ​ວັນ​ພະຫັດວານ​ນີ້​ວ່າ ທ່ານ​ເອງ​ແລະ​ບັນດາລັດ​ຖະ​ມົນຕີທັງຫລາຍ​ໄດ້​ພາກັນ​ລາ​ອອກ ​ເຖິງ​
ແມ່ນ​ວ່າ​ບັນດາລັດ​ຖະ​ມົນ​ຕີ​ເຫລົ່າ​ນີ້​ຍັງຈະ​ເຮັດ​ໜ້າ​ທີ່ຕໍ່​ໄປ​ໃນແຕ່ລ​ະວັນ​ຈົນ​ເຖິງການສາ​ບານ​ໂຕ
​ເຂົ້າ​ຮັບ​ຕໍາ​ແໜ່​ງຂອງທ່ານ Hollande ​ໃນ​ວັນ​ທີີ 15 ເດືອນ​ພຶດສະພານີ້​.

​ໃນ​ວັນ​ພະຫັດວານ​ນີ້ ທ່ານ Hollande ​ໄດ້ພົບ​ປະ​ກັບນາຍົກລັດຖະມົນ​ຕີລຸກ​ຊໍາ​ເບີ​ກ ທ່ານ
Jean-Claude Junker ຊຶ່ງ​ເປັນ​ປະທານກອງປະ​ຊຸມ ລັດ​ຖະມົນຕີ​ການ​ເງິນຂອງ​ບັນດາ​ປະ
ເທດ​ທີ່​ໃຊ້​ເງິນ​ຢູ​ໂຣ ທີ່​ກຸງປາຣີ. ທ່ານ Junker ​ໄດ້​ອອກ​ຈາກ​ກອງ​ປະ​ຊຸ​ມໄປ ໂດຍ​ບໍ່​ໄດ້ໃຫ້​
ຄວາມ ​ເຫັນຫຍັງ​ໝົດ.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫລັງ​ຈາກທ່ານສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງ​ແລ້ວທ່ານ Hollande ຈະ​ເດີນ
ທາ​ງໄປ​ກຸງເບີ​ລີນ ​ເພື່ອ​ປືກສາ​ກັບນາຍົກລັດຖະມົນຕີ Angela Merkel ​ແຫ່ງ​ເຢຍຣະມັນ
ກ່ຽວ​ກັບ​ວ່າ​ທ່ານ​ມີ​ແຜນການ​ທີ່ ຈະ​ສ້າງ​ຄວາມກໍ້າ​ເກິ່ງ​ແບບ​ໃດຕໍ່ນະ​ໂຍບາຍ​ປະຢັດ​ມັດ​ທະ
ຍັດທີ່​ເຢຍຣະ​ມັນ​ບັງຄັບ​ໃຫ້​ຢູ​ໂຣບນຳ​ໃຊ້ກັບແຜນການນິຍົມການ​ເຕີບ​ໂຕ​ຂອງ​ທ່ານ.

ທ່ານ Hollande ທີ່​ສັງກັດພັກ​ສັງຄົມ​ນິຍົມໄດ້ຮັບ​ເລືອກ​ໃນ​ວັນ​ອາທິດ​ແລ້ວ ​ໃນ​ການ​ເລືອກ
​ຕັ້ງຮອບ​ສອງດ້ວຍ​ຄະ​ແນນສຽງ 52 ​ເປີ​ເຊັ​ນ ຂະນະທີ່​ທ່ານ Sarkozy​ ​ໄດ້​ຮັບ 48 ​ເປີ​ເຊັນ
ຊຶ່ງຖືກຜູ້​ປ່ອນ​ບັດລົງ​ໂທດ​ຍ້ອນ​ເສດຖະກິດ​ບໍ່​ດີ ຈໍາ​ນວນ​ຄົນ​ຫວ່າງ​ງານເພີ່ມ​ຂື້ນແລະ​ໄດ້​ເຂົ້າ
ຮ່ວມລົງ​ນາມ​ກ່ຽວ​ກັບມາດ​ຕະການ​ປະຢັດ​ມັດ​ທະ​ຍັດທີ່​ເຂັ້ມງວດ​ນັ້ນ.

XS
SM
MD
LG