ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງຕັ້ງລັດຖະບານ ຊຸດໃໝ່ແລ້ວ ມີແມ່ຍິງເຄິ່ງນຶ່ງ


ທ່ານ Francois Hollande ປະທານາທິບໍດີຄົນໃໝ່ຂອງຝຣັ່ງ
ທ່ານ Francois Hollande ປະທານາທິບໍດີຄົນໃໝ່ຂອງຝຣັ່ງ

ທ່ານ Francois Hollande ປະທານາທິບໍດີ​ຝຣັ່ງຄົນ​ໃໝ່ ກໍາລັງ​ທໍາການ ຈັດ​ແຈງ​ສິ່ງ​ຕ່າງໆ​ໃຫ້​ເຂົ້າຮູບ​ເຂົ້າຮອຍ​ເພື່ອ​ເດີນ​ໜ້າກັບແນວທາງ​ໃໝ່ ​ໄປ​ສູ່ການ​ເປັນ​ປະ​ເທດ​ມະຫາ​ອໍານາດ​ເສດຖະກິດ​ສໍາລັບ​ພາກ​ພື້ນ​ຢູ​ໂຣບ.

​ບັນດາ​ຜູ້​ຊ່ວຍ​ຂອງ​ທ່ານ ​ໄດ້​ປະກາດ​ການ​ປະກອບ​ຄະນະລັດຖະບານ​ຝຣັ່ງ ຊຸດ​ໃໝ່ເມື່ອ​ວັນ​ພຸດ​ວານ​ນີ້​ມື້​ນຶ່ງ​ຫຼັງຈາກ​ນັກ​ການ​ເມືອງພັກ​ສັງຄົມນິຍົມທ່ານ ນີ້​ໄດ້​ສາບານຕົວ​ເຂົ້າຮັບ​ຕໍາແໜ່​ງປະທານາທິບໍດີ​ໃນ​ລະຫວ່າງ​ພິທີ​ທີ່​ຈັດ​ຂຶ້ນ ທ່າມກາງ​ຝົນຕົກ ​ໃນ​ນະຄອນຫຼວງປາຣີນັ້ນ.

ຕໍາ​ແໜ່​ງວຽກ​ງານທີ່​ໄດ້​ມີ​ການ​ແຕ່ງ​ຕັ້ງໃໝ່ ​ກໍ​ມີໂຮມ​ທັງ ທ່ານ Laurent Fabius ອະດີດ​ນາຍົກລັດຖະມົນຕີພັກ​ສັງຄົມ​ນິຍົມ​ເປັນ​ລັດຖະມົນຕີ​ການຕ່າງ​ປະ​ເທດ ​ແລະ​ທ່ານ Pierre Moscovici ​ເປັນ​ລັດຖະມົນຕີ​ການ​ເງິນ. ທ່ານ Moscovici ເປັນອະດີດລັດຖະມົນຕີ​ກິດຈະການ​ພາກ​ພື້ນ​ຢູ​ໂຣບ ​ແລະ​ກໍ​ເຄີຍເປັນ​ຜູ້​ອໍານວຍ​ການ ໃນ​ການໂຄສະນາ​ຫາ​ສຽງ​ ໃຫ້​ແກ່​ທ່ານ Hollande.

ຄະນະ​ລັດຖະມົນຕີ​ສໍາຄັນ​ອື່ນໆ ກໍ​ມີ​ໂຮມ​ທັງທ່ານ Michael Sapin ​ເປັນ ລັດຖະມົນ​ຕີ​ກະຊວງແຮງ​ງານ​ຄົນ​ໃໝ່ ທ່ານ Manuel Valls ​ເປັນລັດຖະ ມົນຕີກະຊວງ​ພາຍ​ໃນ​ຄົນ​ໃໝ່ ​ແລະ ທ່ານ Jean-Yves Drian ​ເປັນ ລັດຖະມົນຕີປ້ອງ​ກັນ​ປະ​ເທດ.

​ເມື່ອ​ວັນ​ອັງຄານ​ຜ່ານ​ມາ​ນີ້ ທ່ານ Hollande ​ໄດ້​ແຕ່ງ​ຕັ້ງທ່ານ Jean-Marc Ayrault ​ເປັນ​ນາຍົກລັດຖະມົນຕີຄົນ​ໃໝ່​ຂອງ​ປະ​ເທດ. ທ່ານ Jean-Marc Ayrault ​ເປັນ​ຜູ້​ນຳ​ພັກ​ສັງຄົມ​ນິຍົມທີ່​ປາກ​ເວົ້າພາສາ​ເຢຍຣະມັນ ຢູ່​ໃນສະພາ​ຂອງຝຣັ່ງ.

ນອກ​ນີ້​ແລ້ວ ປະທານາທິບໍດີ Hollande ຍັງປະກົດ​ວ່າ​ໄດ້​ປະຕິບັດ​ຕາມ ​ຄໍາ​ໝັ້ນສັນຍາທີ່​ໄດ້​ໃຫ້​ໄວ້ໃນ​ລະຫວ່າງ​ການໂຄສະນາ​ຫາ​ສຽງ​ ທີ່​ຈະ​ໃຫ້​ມີ ພວກ​ແມ່ຍິງ​ຕາງໜ້າເທົ່າ​ທຽມ​ກັນ​ຢູ່​ໃນ​ຄະນະ​ລັດຖະບານ. ​ໃນ​ຂະນະ​ທີ່​ຕໍາ​ແໜ່​ງສຳຄັນສ່ວນ​ໃຫຍ່ ​ຕົກ​ເປັນ​ຂອງ​ຜູ້​ຊາຍກໍ​ດີ ​ແຕ່ຈໍານວນ 17 ຂອງ ທັງ​ໝົດ 34 ຕໍາ​ແໜ່ງນັ້ນ​ ກໍ​ຕົກ​ເປັນຂອງ​ແມ່ຍິງ.

​ແຕ່​ແນວ​ໃດ​ກໍ​ດີ ​ນຶ່ງ​ໃນ​ຈໍານວນ​ນັກ​ການ​ເມືອງ​ແມ່ຍິງ​ລະດັບ​ນໍາ​ໜ້າ​ຂອງ​ປະ​ເທດ​ທີ່​ບໍ່​ໄດ້​ຢູ່​ໃນ​ຄະນະ​ລັດຖະບານ​ກໍ​ຄື ທ່ານ​ນາງ Martine Aubry ຜູ້​ນໍາພັກ​ສັງຄົມ​ນິຍົມ ຊຶ່ງ​ເປັນ​ຂູ່​ແຂ່ງ​ຂອງ​ທ່ານ Hollande ກ່າວ​ວ່າ ທ່ານ ນາງ​ເຫັນ​ພ້ອມ​ທີ່​ຈະ​ບໍ່​ຮັບ​ຕໍາ​ແໜ່​ງ​ເພື່ອ​ປອບ​ໃຈ​ເພາະ​ມັນ​ບໍ່ມີ​ເຫດຜົນ​ພຽງ ພໍ.

XS
SM
MD
LG