ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຟລຸກລາມ ເປັນສາເຫດ ສ້າງຄວາມເສຍຫາຍ ຢ່າງໃຫຍ່ຫຼວງ ແກ່ ພະວິຫານ ນໍເທຣີ ດາມ ໃນນະຄອນ ປາຣີ


ພະວິຫານ ນໍເທຣີ ດາມ (Notre Dame cathedral) ກຳລັງຖືກໄຟເຜົາໄໝ້ ເມື່ອ ວັນທີ 15 ເມສາ, 2019. ຄວັນຂະໜາດໃຫຍ່ ທີ່ພຸ່ງອອກມາຈາກດ້ານເທິງ ຂອງພະວິຫານ ແລ້ວຕົກລົງມາໃສ່ພວກນັກທ່ອງທ່ຽວ ແລະພວກຄົນອື່ນໆ ທີ່ຢູ່ໃນບໍລິເວນອ້ອມແອ້ມ ອັນເປັນສະຖານທີ່ສັນຍາລັກ ຢູ່ໃຈກາງນະຄອນປາຣີ.
ພະວິຫານ ນໍເທຣີ ດາມ (Notre Dame cathedral) ກຳລັງຖືກໄຟເຜົາໄໝ້ ເມື່ອ ວັນທີ 15 ເມສາ, 2019. ຄວັນຂະໜາດໃຫຍ່ ທີ່ພຸ່ງອອກມາຈາກດ້ານເທິງ ຂອງພະວິຫານ ແລ້ວຕົກລົງມາໃສ່ພວກນັກທ່ອງທ່ຽວ ແລະພວກຄົນອື່ນໆ ທີ່ຢູ່ໃນບໍລິເວນອ້ອມແອ້ມ ອັນເປັນສະຖານທີ່ສັນຍາລັກ ຢູ່ໃຈກາງນະຄອນປາຣີ.

ໜ່ວຍດັບໄຟຂອງນະຄອນປາຣີ ໄດ້ກ່າວໃນວັນອັງຄານມື້ນີ້ ວ່າ ໂຄງສ້າງຂອງພະວິຫານ
ນໍເທຣີ ດາມ ທີ່ມີສື່ສຽງໂດ່ງດັງຂອງຝຣັ່ງ ໄດ້ຖືກຮັກສາໄວ້ໄດ້ ພ້ອມ​ກັບບ່ອນທີ່​ມີວຽກງານ
ສິລະປະກຳຕ່າງໆ ຂອງ​ພະ​ວິ​ຫານ ຫຼັງຈາກທີ່ພວກນັກດັບໄຟ 400 ຄົນ ໄດ້ໃຊ້ເວລາຫຼາຍ
ກວ່າ 9 ຊົ່ວໂມງ ຕໍ່ສູ້ກັບໄຟທີ່ກຳລັງເຜົາໄໝ້ ອັນເປັນສາເຫດເຮັດໃຫ້ເກີດຄວາມເສຍຫາຍ
ຢ່າງໃຫຍ່ຫຼວງ.

ຫໍ​ຄອຍ​ທັງ​ສອງອັນທີ່ເປັນສັນຍາລັກອັນໂດດເດັ່ນ ແລະເປັນໂຄງສ້າງທີ່ກໍ່ສ້າງດ້ວຍຫີນ
ນັ້ນ ແມ່ນຍັງຄົງຕັ້ງຢູ່ຄືເກົ່າ ໃນວັນອັງຄານມື້ນີ້ ແຕ່ການຫາຍໄປທີ່ ເຫັນໄດ້ແຈ້ງ ກໍແມ່ນ
ຫຼັງຄາ ແລະຍອດຂອງພະວິຫານ ທີ່ສ້າງຂຶ້ນໃນສັດຕະວັດທີ 12 ຊຶ່ງໄດ້ພັງລົງ ໃນຂະນະ
ທີ່ເກີດໄຟໄໝ້ນັ້ນ.

ຜູ້ປົກຄອງນະຄອນປາຣີ ທ່ານນາງ ແອນນ໌ ຮີດາລໂກ ໄດ້ຂອບອົກຂອບໃຈ ບັນດານັກ
ດັບໄຟ ແລະເຈົ້າໜ້າທີ່ຕຳຫຼວດ ໃນການຊ່ອຍປົກ​ປັກຮັກສາ ເຄື່ອງຂອງສັກສິດຕ່າງໆ
ແລະວຽກງານສິລະປະກຳທີ່ສຳຄັນ ຂອງພະວິຫານດັ່ງກ່າວ.

ທ່ານນາງ ໄດ້ກ່າວວ່າ ພະວິຫານ ນໍເທຣີ ດາມ ເປັນສະຖານທີ່ ບ່ອນທີ່ “ຊາວປາຣີຍຶດຖື
ເປັນມິ່ງຂວັນ ທີ່ສະທ້ອນດັງກ້ອງໄປທົ່ວໂລກ.”

ໜ່ວຍດັບໄຟ ໄດ້ກ່າວວ່າ ຕຳຫຼວດ 2 ຄົນ ແລະນັກດັບໄຟຄົນນຶ່ງ ໄດ້ຮັບບາດເຈັບ ໃນ
ລະຫວ່າງທີ່ພະຍາຍາມ ຈະເຂົ້າໄປດັບໄຟ.

“ຄວາມເສຍຫາຍໜັກທີ່ສຸດ ແມ່ນໄດ້ຖືກຫລີກລ່ຽງ ເຖິງແມ່ນວ່າ ການຕໍ່ສູ້ກັບໄຟ ຈະບໍ່
ມອດທັງໝົດເທື່ອກໍຕາມ”
ນັ້ນແມ່ນຄຳເວົ້າຂອງປະທານາທິບໍດີ ເອັມແມນູແອລ ມາກຣົງ
ທີ່ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ພະວິຫານດັ່ງກ່າວ ບໍ່ເທົ່າໃດຊົ່ວ ໂມງກ່ອນທ່ຽງຄືນ ຕາມ
ເວລາໃນທ້ອງຖິ່ນ. ທ່ານໄດ້ກ່າວວ່າ ທ່ານຈະລິເລີ້ມໂຄງການລະດົມທຶນ ໃນ​ທົ່ວ​ປະ​ເທດ
ເພື່ອສ້າງພະວິຫານຄືນໃໝ່ ແລະໄດ້ຮຽກຮ້ອງໃຫ້ “ສິລະປິນທີ່ມີ​ຄວາມ​ສາ​ມາດ​ທີ່​ສຸດ”
ຂອງໂລກ ຈົ່ງມາຊ່ອຍໃນຄວາມພະຍາຍາມ ນີ້ດ້ວຍ.

ພວກນັກດັບໄຟ ຊີດນ້ຳໃສ່ແປວໄຟ ທີ່ກຳລັງເຜົາໄໝ້ ຕຶກພະວິຫານ ນໍເທຣີ ດາມ ໃນນະຄອນຫຼວງ ປາຣີ ຂອງຝຣັ່ງ, ວັນທີ 15 ເມສາ 2019.
ພວກນັກດັບໄຟ ຊີດນ້ຳໃສ່ແປວໄຟ ທີ່ກຳລັງເຜົາໄໝ້ ຕຶກພະວິຫານ ນໍເທຣີ ດາມ ໃນນະຄອນຫຼວງ ປາຣີ ຂອງຝຣັ່ງ, ວັນທີ 15 ເມສາ 2019.

​ບໍ່​ເທົ່າ​ໃດຊົ່ວໂມງຫຼັງຈາກນັ້ນມາ ມະຫາເສດຖີພັນລ້ານຂອງຝຣັ່ງ ທ່ານຟຣັງຊົວ ອອງຣີ
ປີໂນລຕ໌ ໄດ້ປະຕິຍານ ທີ່ຈະໃຫ້ເງິນ​ ໃນມູນຄ່າ 113 ລ້ານໂດລາ ເພື່ອຊ່ອຍໃນຄວາມ
ພະຍາຍາມບູ​ລະ​ນະພະວິຫານຄືນໃໝ່ ແລະບໍ່ດົນຫຼັງຈາກນັ້ນ ກໍ ມີມະຫາເສດຖີພັນລ້ານ
ອີກທ່ານນຶ່ງ ຄື ທ່ານເບີນາດດ໌ ອາໂນລຕ໌ ທີ່ກ່າວວ່າ ຄອບຄົວ ແລະບໍລິສັດ ຂອງທ່ານ
ຈະປະກອບສ່ວນເປັນເງິນ 226 ລ້ານໂດລາ.

ມັນຍັງບໍ່ທັນເປັນ​ທີ່ຈະແຈ້ງເທື່ອວ່າ ແມ່ນຫຍັງ ​ຄືສາເຫດທີ່ກໍ່ໃຫ້ເກີດໄຟໄໝ້ ເຖິງຢ່າງໃດ
ກໍຕາມ ສື່ມວນຊົນຂອງຝຣັ່ງ ລາຍງານວ່າ ບັນດາເຈົ້ານ້າທີ່ດັບໄຟ ໄດ້ກ່າວວ່າ ໄຟໄໝ້
ອາດ “ມີສ່ວນກ່ຽວຂ້ອງ ທີ່ເປັນໄປໄດ້ສູງ” ກັບວຽກງານການ​ສ້ອມແປງທີ່ກຳລັງດຳເນີນ
ການຢູ່ ໃນຕຶກອາຄານດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG