ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແປດຄົນ ຖືກຍິງ ຢູ່ໃກ້ໆ ກັບວັດອິສລາມ ໃນປະເທດຝຣັ່ງ ຊຶ່ງບໍ່ກ່ຽວກັບ ການກໍ່ການຮ້າຍ


ແຜນທີ່ປະເທດຝຣັ່ງ
ແຜນທີ່ປະເທດຝຣັ່ງ

ມືປືນສອງຄົນ ໄດ້ເປີດສາກ ຍິງເຂົ້າໃສ່ ດ້ານນອກ ຂອງວັດອິສລາມ ແຫ່ງນຶ່ງ ຢູ່ໃນ
ເມືອງ Avignon ທາງພາກໃຕ້ຂອງຝຣັ່ງ ໃນວັນອາທິດວານນີ້ ໂດຍໄດ້ເຮັດໃຫ້ 8 ຄົນ
ຮັບບາດເຈັບ. ທາງການຕຳຫຼວດ ກ່າວວ່າ ພວກເຂົາເຈົ້າ “ບໍ່ໄດ້ຖືເອົາເຫດການນີ້
ເຊື່ອມໂຍງໃສ່ການກໍ່ການຮ້າຍ” ອີງຕາມການລາຍງານ ຂອງໜັງສືພິມ La Provence
ໃນພາກພື້ນ.

ບັນດາເຈົ້າໜ້າທີ່ຂອງທ້ອງຖິ່ນ ກ່າວວ່າ ລາຍງານ ຈາກພວກຜູ້ເຫັນເຫດການ ກ່າວ
ວ່າ ຊາຍສອງຄົນ ໄດ້ອອກມາຈາກລົດຄັນນຶ່ງ ຢູ່ໃກ້ໆ ກັບວັດອິສລາມ ແລະ ໄດ້ເປີດ
ສາກຍິງ ດ້ວຍປືນລູກຊອງກະບອກນຶ່ງ ແລະ ອາວຸດອີກອັນນຶ່ງ.

ສອງຄົນ ໃນຈຳນວນ 8 ຄົນ ທີ່ໄດ້ຮັບບາດເຈັບ ໄດ້ຮັບການຮັກສາຢູ່ໂຮງໝໍ ແຕ່
ບາດແຜຂອງພວກເຂົາເຈົ້າ ແມ່ນບໍ່ສາຫັດຫຼາຍ ອີງຕາມລາຍງານ. ໜັງສືພິມ La
Provence ກ່າວວ່າ 4 ຄົນ ໄດ້ຮັບບາດເຈັບຢູ່ດ້ານນອກຂອງວັດອິສລາມ ແລະ 4
ຄົນ ທີ່ເປັນສະມາຊິກຄອບຄົບດຽວກັນ ໄດ້ຖືກສະເກັດລູກປືນ ຢູ່ໃນເຮືອນພັກ ຂອງ
ພວກເຂົາເຈົ້າທີ່ຕັ້ງຢູ່ຫ່າງອອກໄປ ປະມານ 50 ແມັດ.

ໜັງສືພິມດັ່ງກ່າວເວົ້າວ່າ ພວກທີ່ໄປໄຫວ້ພະຢູ່ໃນວັດດັ່ງກ່າວ ບໍ່ໄດ້ຕົກເປັນເປົ້າໝາຍ
ຂອງການໂຈມຕີໃນຕອນເດິກຂອງຄໍ່າຄືນຜ່ານມາ. ຄຳເວົ້າດັ່ງກ່າວແມ່ນເວົ້າຕາມ
ແຫຼ່ງຂ່າວຂອງສານທີ່ວ່າ ຕຳຫຼວດສົງໃສວ່າມີການຜິດຖຽງກັນ ເກີດຂຶ້ນລະຫວ່າງ
ພວກຊາວໜຸ່ມຊຶ່ງກໍ່ໃຫ້ເກີດການຍິງກັນຂຶ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG