ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ຝຣັ່ງ ທ່ານ ມາກຣົງ ເຫັນວ່າ ບົດບາດຂອງ ສະຫະລັດ ໃນຊີເຣຍ ມີຄວາມສຳຄັນຫຼາຍ


ທຸງຊາດຂອງ ສະຫະລັດ ແລະຝຣັ່ງ ກຳລັງຖືກປະດັບໄວ້ ຢູ່ທີ່
ຕຶກ ສຳນັກງານບໍລິຫານ ໄອເຊັນຮາວເວີ (Eisenhower Executive Office Building), ວັນທີ 20 ເມສາ 2018, ໃນນະຄອນຫຼວງ ວໍຊິງຕັນ.
ທຸງຊາດຂອງ ສະຫະລັດ ແລະຝຣັ່ງ ກຳລັງຖືກປະດັບໄວ້ ຢູ່ທີ່ ຕຶກ ສຳນັກງານບໍລິຫານ ໄອເຊັນຮາວເວີ (Eisenhower Executive Office Building), ວັນທີ 20 ເມສາ 2018, ໃນນະຄອນຫຼວງ ວໍຊິງຕັນ.

ທ່ານ ເອມແມນູແອລ ມາກຣົງ ປະທານາທິບໍດີ ຝຣັ່ງ ພວມເດີນທາງ ມຸ່ງໜ້າມາຍັງ
ສະຫະຣັດ ໃນວັນຈັນມື້ນີ້ ເພື່ອພົບປະຢ່າງເປັນທາງການ ກັບປະທານາທິບໍດີ ດໍໂນລ
ທຣຳ ເພື່ອສະແຫວງຈາກເພິ່ນ ຄວາມໝັ້ນໃຈວ່າ ໃຫ້ ສະຫະລັດ ຍັງມີໜ້າຢູ່ຕໍ່ໄປ ໃນ
ຊີເຣຍ ແມ່ນແຕ່ ຈະລຸນຫຼັງການຜ່າຍແພ້ ຂອງພວກຣັດອິສລາມແລ້ວກໍຕາມ ແລະ
ໃຫ້ຍົກເວັ້ນ ການຂຶ້ນພາສີ ສຳລັບອາລູມີນຽມ ແລະເຫຼັກກ້າຂອງ ສະຫະພາບຢູໂຣບ.

ປະທານາທິບໍດີ ຝຣັ່ງ ທ່ານ ເອມແມນູແອລ ມາກຣົງ (ຂວາ) ກຳລັງອອກໄປ ຫຼັງຈາກເຂົ້າພົບປະກັບ ປະທານາທິບໍດີ ຂອງ ເຊເນການ ຢູ່ທີ່ວັງ Elysee Palaceໃນນະຄອນຫຼວງ ປາຣີ, ວັນທີ 20 ເມສາ 2018.
ປະທານາທິບໍດີ ຝຣັ່ງ ທ່ານ ເອມແມນູແອລ ມາກຣົງ (ຂວາ) ກຳລັງອອກໄປ ຫຼັງຈາກເຂົ້າພົບປະກັບ ປະທານາທິບໍດີ ຂອງ ເຊເນການ ຢູ່ທີ່ວັງ Elysee Palaceໃນນະຄອນຫຼວງ ປາຣີ, ວັນທີ 20 ເມສາ 2018.

ທ່ານ Macron ໄດ້ບອກອົງການຂ່າວ ຟັອກສ ນິວສ ໃນລະຫວ່າງການສຳພາດ ຢູ່ວັງ
Elysee Palace ໃນນະຄອນຫຼວງປາຣີ ກ່ອນອອກເດີນທາງນັ້ນວ່າ “ພວກເຮົາ ຈະ
ຕ້ອງໄດ້ສ້າງປະເທດ ຊີເຣຍຄືນໃໝ່ ລຸນຫຼັງສົງຄາມ. ເພາະສະນັ້ນ ຂ້າພະເຈົ້າຈຶ່ງວ່າ
ບົດບາດຂອງ ສະຫະຣັດມີຄວາມສຳຄັນຫຼາຍ.”

ພົນລະເມືອງສອງຄົນ ຢືນຢູ່ຕໍ່ໜ້າ ພວກຕຶກທີ່ໄດ້ຮັບຄວາມເສຍຫາຍ ໃນເມືອງ ດູມາ, ເຊິ່ງເປັນສະຖານທີ່ ທີ່ສົງໄສວ່າ ຖືກໂຈມຕີດ້ວຍອາວຸດເຄມີ, ຢູ່ໃກ້ໆ ກັບນະຄອນຫຼວງ ດາມາກັສ ຂອງຊີເຣຍ, ວັນທີ 16 ເມສາ 2018.
ພົນລະເມືອງສອງຄົນ ຢືນຢູ່ຕໍ່ໜ້າ ພວກຕຶກທີ່ໄດ້ຮັບຄວາມເສຍຫາຍ ໃນເມືອງ ດູມາ, ເຊິ່ງເປັນສະຖານທີ່ ທີ່ສົງໄສວ່າ ຖືກໂຈມຕີດ້ວຍອາວຸດເຄມີ, ຢູ່ໃກ້ໆ ກັບນະຄອນຫຼວງ ດາມາກັສ ຂອງຊີເຣຍ, ວັນທີ 16 ເມສາ 2018.

ທ່ານບັນລະຍາຍວ່າ ສະຫະລັດ “ເປັນແຫຼ່ງສຸດທ້າຍ ໃນການເອົາບົດບາດ ທັງເປັນ
ຜູ້ເອົາບາດບາດ ແບບສັບພະສິ່ງນາໆປະການ ນຳ.”

ທ່ານ ທຣຳ ໄດ້ເວົ້າແລ້ວວ່າ ທ່ານຢາກຖອນທະຫານສະຫະລັດ ທີ່ຄຳນວນວ່າ ມີປະມານ
2,000 ຄົນນັ້ນ ອອກຈາກ ຊີເຣຍ ໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ ແມ່ນແຕ່ໃນເມື່ອນຶ່ງອາທິດ
ກ່ອນເວລາທ່ານອອກຄຳສັ່ງ ໃຫ້ທະຫານ ສະຫະລັດ ເຂົ້າຮ່ວມກັບອັງກິດ ແລະຝຣັ່ງ ເພື່ອ
ຍິງລູກສອນໄຟໃສ່ເປົ້າໝາຍ ທີ່ຜະລິດອາວຸດເຄມີຂອງຊີເຣຍ ທີ່ສົງໄສວ່າ ທຳການໂຈມຕີ
ດ້ວຍແກັສພິດນັ້ນ. ແຜນການຖອນທະຫານ ຂອງທ່ານ ທຣຳ ໄດ້ມີຂຶ້ນ ລຸນຫຼັງໄດ້ຮັບໄຊ
ຊະນະ ຍາດໄດ້ເມືອງ ຣັກກາ ກັບຄືນມາຈາກພວກ ໄອຊີສ ທີ່ປະກາດເອົາເມືອງດັ່ງກ່າວ
ດ້ວຍຕົນເອງ ວ່າເປັນເມືອງເອກທາງສາສະໜາ ຢູ່ທາງພາກເໜືອຂອງ ຊີເຣຍນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG