ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Macron ແລະທ່ານ Putin ປຶກສາຫາລື ຊ້ອງໜ້າກັນ ກ່ຽວກັບເລື່ອງຊີເຣຍ


ປະທານາທິບໍດີຝຣັ່ງ ທ່ານ Emmanuel Macron, ຊ້າຍ, ແລະຄູ່ຕຳແໜ່ງ ປະທານາທິບໍດີຣັດເຊຍ Vladimir Putin ສົນທະນາກັນ ກ່ອນການເປີດງານສາຍພົວພັນທາງການ
ທູດ ຄົບຮອບ 300 ປີ ທີ່ພະລາດຊະວັງ Versailles, 29 ພຶດສະພາ, 2017.
ປະທານາທິບໍດີຝຣັ່ງ ທ່ານ Emmanuel Macron, ຊ້າຍ, ແລະຄູ່ຕຳແໜ່ງ ປະທານາທິບໍດີຣັດເຊຍ Vladimir Putin ສົນທະນາກັນ ກ່ອນການເປີດງານສາຍພົວພັນທາງການ ທູດ ຄົບຮອບ 300 ປີ ທີ່ພະລາດຊະວັງ Versailles, 29 ພຶດສະພາ, 2017.

ປະທານາທິບໍດີຝຣັ່ງ​ຄົນ​ໃໝ່ ທ່ານ Emmanual Macron ​ເອີ້ນອົງການ​ສື່ RT and
Sputnik ທີ່​ໜຸນ​ຫຼັງ​ໂດຍວັງ Kremlin ນັ້ນ​ວ່າ ​ເປັນ “ການ​ໂຄສະນາ​ຊວນ​ເຊື່ອ”
ລຸນຫຼັງການ​ພົບ​ປະຊ້ອງໜ້າ ກັບ​ຄູ່ຕຳແໜ່ງລັດເຊຍ ທ່ານ Vladimir Putin.

ທ່ານ Macron ​ເອີ້ນ​ສື່ມວນຊົນດັ່ງກ່າວ​ນີ້​ວ່າ ​ເປັນ​ “ກົນ​ໄກ​ທີ່ມີອິດທິພົນ ​
ແລະ​ໂຄສະນາ​ຊວນ​ເຊື່ອ”
ຕໍ່ຕ້ານ​ທ່ານ ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂອງປີ​ນີ້
ໃນ​ຂະນະທີ່​ທ່ານ Putin ​ແມ່ນ​ຖື​ກຈັບ​ຕາ​ເບິ່ງວ່າ​ສະໜັບສະໜຸນຄູ່​ແຂງ​ທີ່​ນິຍົມ​ຂວາ​ຈັດ
ທ່ານ​ນາງ Marine Le Pen ນັ້ນ. ການກ່າວຫາ​ກ່ຽວກັບການ​ລັກເຈາະຂໍ້​ມູນ ຕໍ່ຕ້ານ
ການ​ໂຄສະນາ​ຫາ​ສຽງ​ຂອງທ່ານ Macron ນັ້ນກໍ​ແມ່ນ​ພົວພັນ​ກັບຣັດ​ເຊຍ.

French President Holds 'Extremely Frank' Talks With Russia's Putin
please wait

No media source currently available

0:00 0:02:24 0:00

ທ່ານ Putin ປະຕິ​ເສດ ຕໍ່​ຂໍ້​ກ່າວ​ຫາ​ດັ່ງກ່າວ ​ໃນ​ຂະນະ​ທີ່​ໃຫ້ການ​ຖະ​ແຫຼ​ງຂ່າວ​ໃນ​ວັນ​ຈັນ
​ວານ​ນີ້ໃນພະລາຊະວັງ Versailles ​ໂດຍ​ກ່າວ​ວ່າ ວັງ Kremlin ​ບໍ່​ໄດ້ໃຊ້ອິດ​ທິ​ພົນ

ຕໍ່​ການ​ລົງ​ຄະ​ແນນ​ສຽງ​ໃນ​ຝຣັ່ງ ​ເຖິງ​ແມ່​ນວ່າ ທ່ານຈະ​ບໍ່ໄດ້​ປະຕິເສດວ່າບໍ່ໄດ້​ພົບ​ປະ​
ກັບ​ທ່ານ​ນາງ Le Pen ​ໃນ​ເດືອນ​ມີນາ​ຜ່ານ​ມາ​ນີ້ກໍຕາມ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG