ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ໄດ້ເປີດເຜີຍສິ່ງທີ່ທ່ານເອີ້ນວ່າ
ເປັນ “ຈົດໝາຍເຖິງປະຊາຊົນ ຝຣັ່ງ,” ສະໜັບສະໜູນໃຫ້ທຳການປຶກສາຫາລືກັນ ກ່ຽວ
ກັບ ບັນຫາຕ່າງໆທີ່ໄດ້ນຳໄປສູ່ການປະທ້ວງຕໍ່ຕ້ານລັດຖະບານດົນເຖິງສອງເດືອນ.
ທ່ານ ມາກຣົງ ໄດ້ກ່າວໃນວັນອາທິດວານນີ້ວ່າ “ນີ້ແມ່ນວິທີທີ່ຂ້າພະເຈົ້າຈະປ່ຽນຄວາມ
ໂມໂຫ ໃຫ້ເປັນການແກ້ໄຂບັນຫາ, ຂໍ້ສະເໜີຕ່າງໆຂອງທ່ານ ຈະຊ່ວຍໃນການສ້າງສັນ
ຍາ ສະບັບໃໝ່ສຳລັບປະເທດ, ຈັດແຈງການປະຕິບັດການຕ່າງໆ ຂອງລັດຖະບານ
ແລະ ສະພາແຫ່ງຊາດ, ແຕ່ພ້ອມກັບຖານະຂອງ ຝຣັ່ງ ໃນລະດັບຕ່າງໆຂອງ ຢູໂຣບ
ແລະ ສາກົນດ້ວຍ.”
ທ່ານ ມາກຣົງ ມີແຜນທີ່ຈະຈັດກອງປະຊຸມສາລາກາງຫຼາຍຄັ້ງ ໃນທົ່ວປະເທດ ໃນແປດ
ອາທິດຂ້າງໜ້າ.
ໃນຄຳຖາມທັງຫຼາຍທີ່ວ່າທ່ານຈະເປີດສຳລັບການປຶກສາຫາລືນັ້ນມີ ພາສີຕ່າງໆຄວນ
ຖືກຕັດລົງ, ການໃຊ້ຈ່າຍສາທາລະນະອັນໃດ ທີ່ຄວນຖືເປັນບູລິມະສິດສູງສຸດ, ມັນມີ
ການເມືອງຫຼາຍຊັ້ນໂພດບໍ, ແລະ ຄຳຖາມຕ່າງໆ ກ່ຽວກັບ ສິ່ງແວດລ້ອມ ແລະ ຄົນ
ເຂົ້າເມືອງ.
ໃນຂະນະທີ່ທ່ານ ມາກຣົງ ໄດ້ກ່າວວ່າ ຈະບໍ່ມີຫົວຂໍ້ໃດ ທີ່ຈະບໍ່ຖືກນຳມາພິຈາລະນາ
ນັ້ນແຕ່ເລື້ອງສິດທິຂອງປະຊາຊົນທີ່ພະຍາຍາມຂໍລີ້ໄພໃນ ຝຣັ່ງ ນັ້ນກໍແມ່ນຈະບໍ່ໄດ້
ຖືກຍົກຂຶ້ນມາປຶກສາຫາລື.
ທ່ານໄດ້ເວົ້າວ່າ “ພວກເຮົາຈະບໍ່ຕົກລົງກັນກ່ຽວກັບທຸກຢ່າງ, ເຊິ່ງແມ່ນເລື່ອງປົກກະຕິ
ໃນລະບອບປະຊາທິປະໄຕ. ແຕ່ຢ່າງໜ້ອຍພວກເຮົາຈະສະແດງໃຫ້ເຫັນວ່າ ພວກເຮົາ
ແມ່ນປະຊາຊົນ ເຊິ່ງບໍ່ຢ້ານທີ່ຈະເວົ້າ, ແລກປ່ຽນ ແລະ ປຶກສາຫາລື.”
ການເດີນຂະບວນທີ່ເອີ້ນວ່າ “ເສື້ອກັກສີເຫຼືອງ” ໄດ້ເກີດຂຶ້ນໃນ ຝຣັ່ງ ເມື່ອເດືອນພະຈິກ
ປີກາຍນີ້ ເພື່ອຕໍ່ຕ້ານກັບພານ້ຳມັນເຊື້ອໄຟທີ່ຕອນນີ້ໄດ້ຖືກຍົກເລີກແລ້ວ. ນັບຕັ້ງແຕ່
ນັ້ນມາເຂົາເຈົ້າໄດ້ຂະຫຍາຍໄປເປັນການປະທ້ວງຕໍ່ຕ້ານລັດຖະບານທົ່ວໄປ, ໂດຍສະ
ເພາະໃນເຂດຊົນນະບົດຂອງ ຝຣັ່ງ, ບ່ອນທີ່ຫຼາຍຄົນເຫັນວ່າ ທ່ານ ມາກຣົງ ເປັນຄົນ
ທີ່ມີຄວາມສົນໃຈໃນຄວາມຮັ່ງມີ ຫຼາຍກວ່າບັນຫາຕ່າງໆຂອງເຂົາເຈົ້າ.
ການເດີນຂະບວນບາງແຫ່ງໄດ້ກາຍເປັນຄວາມຮຸນແຮງ, ເຮັດໃຫ້ລັດຖະບານສະເໜີ
ການຫ້າມບໍ່ໃຫ້ຜູ້ໃດທີ່ໃສ່ໜ້າກາກ ຈາກການເຂົ້າຮ່ວມ ຫຼື ເລີ່ມການເດີນຂະບວນຂອງ
ເຂົາເຈົ້າຂຶ້ນມາເອງ.
ກຸ່ມເສລີໃນການປາກເວົ້າຊື່ວ່າ ນັກຂ່າວບໍ່ມີພົມແດນ ໄດ້ຮຽກຮ້ອງໃຫ້ພວກຜູ້ຈັດການ
ປະທ້ວງ ປະນາມຄວາມຮຸນແຮງຕໍ່ບັນດານັກຂ່າວ ທີ່ເຮັດຂ່າວກ່ຽວກັບການເດີນຂະ
ບວນນັ້ນ.
ກຸ່ມດັ່ງກ່າວເວົ້າວ່າ ນັກຂ່າວຫຼາຍຄົນໄດ້ຖືກທຸບຕີ, ເຕະ ແລະ ຖືກຂູ່ຈະຂົ່ມຂືນ.