ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫໍພິພິດທະພັນ Louvre ໃນປາຣີ ເປີດຄືນແລ້ວ ນຶ່ງມື້ຫລັງຈາກ ເກີດການໂຈມຕີດ້ວຍມີດ


ພວກທະຫານຝຣັ່ງ ລາດຕະເວນ ໃນເດີ່ນອ້ອມ ຫໍພິພິດທະພັນ ໂດຍມີການຄຸ້ມຄອງຜູ້ເຂົ້າຊົມ ຢູ່ດ້ານຫລັງ ທີ່ນະຄອນຫຼວງ Paris, ວັນທີ 4 ກຸມພາ 2017.
ພວກທະຫານຝຣັ່ງ ລາດຕະເວນ ໃນເດີ່ນອ້ອມ ຫໍພິພິດທະພັນ ໂດຍມີການຄຸ້ມຄອງຜູ້ເຂົ້າຊົມ ຢູ່ດ້ານຫລັງ ທີ່ນະຄອນຫຼວງ Paris, ວັນທີ 4 ກຸມພາ 2017.

ຫໍພິພິດທະພັນ Louvre ໃນນະຄອນຫຼວງ ປາຣີໄດ້ໄຂຂຶ້ນຄືນ ໃນເຊົ້າວັນເສົາວານນີ້
ບໍ່ເຖິງ 24 ຊົ່ວໂມງ ຫຼັງຈາກຜູ້ຊາຍຄົນນຶ່ງ ທີ່ມີມີດເປັນອາວຸດຖືກພວກທະຫານ ຍິງ
ບາດເຈັບ.

ອິງຕາມໄອຍະການສານທ່ານນຶ່ງທີ່ກຸງປາຣີ ແມ່ນວ່າ “ຊີວິດຂອງຊາຍຄົນນັ້ນ ບໍ່ໄດ້
ເປັນອັນຕະລາຍອີກແລ້ວ”
ເວລາເພິ່ນກ່າວວ່າ ອາການຂອງລາວໃນວັນເສົາ “ແມ່ນ
ດີຂຶ້ນຫຼາຍ”
ລຸນຫຼັງໄດ້ຖືກຍິງສີ່ເທື່ອ.

ເປັນທີ່ຮູ້ກັນວ່າ ລາວຊື່ Abdullah Reda al-Hamamy ອາຍຸ 29 ປີ ໄປຈາກປະເທດ
ອີຈິບ ທີ່ຮ້ອງຂຶ້ນວ່າ“Allahu Akbar” ເວລາລາວທຳການໂຈມຕີ ພວກທະຫານ ຢູ່
ຂ້າງນອກຫໍພິພິດທະພັນດັ່ງກ່າວ ເຮັດໃຫ້ທະຫານບາດເຈັບຜູ້ນຶ່ງ.

ການໂຈມຕີດັ່ງກ່າວ ທີ່ປະຕູເຂົ້າຍ່ານສັບພະສິນຄ້າ ທີ່ຕໍ່ໃສ່ກ້ອງຕຶກພິພິດທະພັນດັ່ງ
ກ່າວ ໄດ້ສ້າງຄວາມແຕກຕື່ນໄປທົ່ວອີກຄັ້ງນຶ່ງ ທີ່ສັ່ນຂວັນພວກເຈົ້າໜ້າທີ່ຝຣັ່ງ ທີ່ຍັງ
ຕິດພັນຢູ່ໃນສະໝອງຂອງຜູ້ຄົນທົ່ວປະເທດ ທີ່ໄດ້ຖືກໂຈມຕີຊໍ້າແລ້ວຊໍ້າອີກ ໂດຍ
ພວກຫົວຮຸນແຮງ ໃນປີ 2015 ແລະ 2016 ເປັນຕົ້ນມາ.

ທ່ານ Francois Hollande ປະທານາທິບໍດີ ຝຣ່ັງກ່າວວ່າ “ບໍ່ມີຄວາມສົງໄສເລີຍ”
ວ່າການໂຈມຕີນີ້ ເປັນ “ລັກສະນະ ກໍ່ການຮ້າຍ” ໃນຂະນະທີ່ທ່ານກ່າວວ່າ ສະພາບ
ການ ສຳລັບການທ່ອງທ່ຽວໃນປາຣີ ແມ່ນຖືກຄວບຄຸມໄວ້ໄດ້ດີ ຢ່າງສິ້ນເຊີງ ເວລາ
ເພິ່ນກ່າວວ່າ ການຮັກສາຄວາມປອດໄພ ທີ່ຈຳເປັນໄດ້ມີເພີ່ມຂຶ້ນໃນປະເທດ ລຸນຫຼັງ
ການໂຈມຕີຂອງພວກກໍ່ການຮ້າຍໃນປີ 2015 ແລະ 2016.

ຄົນນຶ່ງໃນ ສະຫະພັນຕຳຫຼວດເວົ້າວ່າ ຜູ້ໂຈມຕີ ໄດ້ພາຍຖົງເປ້ ມາສອງໜ່ວຍ ແລະ
ມີພ້າໂຕ້ສອງດວງ. ລາວເວົ້າວ່າ ເຂົາໄດ້ໂຈມຕີພວກທະຫານ ເວລາທະຫານບອກ
ລາວວ່າ ບໍ່ໃຫ້ລາວເອົາຖົງເຂົ້າໄປໃນຍ່ານການຄ້າຂອງຕຶກພິພິດທະພັນ Louvre
ຊຶ່ງທາງລຸ່ມຂອງອາຄານຊື່ດັງກ້ອງໂລກດັ່ງກ່າວ ເປັນ ບ່ອນແຂວນ ຮູບແຕ້ມຂອງ
“Mona Lisa” ຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG