ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຝຣັ່ງ ລົງຄະແນນສຽງ ເລືອກເອົາ ຜູ້ລົງແຂ່ງຂັນ ເປັນປະທານາທິບໍດີ ຈາກ ພັກຊ້າຍຈັດ


ອະດີດ ລັດຖະມົນຕີ ຂອງຝຣັ່ງ ແລະຜູ້ສະໝັກ ທ່ານ Arnaud Montebourg ລົງຄະແນນສຽງໃນການເລືອກຕັ້ງຂັ້ນຕົ້ນ ຂອງພັກຝ່າຍຊ້າຍ ໃນເມືອງ Montret ຂອງຝຣັ່ງ, ວັນທີ 22 ມັງກອນ 2017.
ອະດີດ ລັດຖະມົນຕີ ຂອງຝຣັ່ງ ແລະຜູ້ສະໝັກ ທ່ານ Arnaud Montebourg ລົງຄະແນນສຽງໃນການເລືອກຕັ້ງຂັ້ນຕົ້ນ ຂອງພັກຝ່າຍຊ້າຍ ໃນເມືອງ Montret ຂອງຝຣັ່ງ, ວັນທີ 22 ມັງກອນ 2017.

ພວກມີສິດອອກສຽງຊາວຝຣັງຊ້າຍຈັດ ພາກັນປ່ອນບັດຂອງພວກເຂົາເຈົ້າ ໃນການ ເລືອກຕັ້ງປະທານາທິບໍດີ ຂັ້ນຕົ້ນ ຂອງພັກສັງຄົມນິຍົມ ເພື່ອເລືອກເອົາຜູ້ສະໝັກ ລົງ ແຂ່ງຂັນ ທີ່ພວກເຂົາເຈົ້າ ຫວັງວ່າ ຈະເປັນຜູ້ທີ່ເຂັ້ມແຂງພຽງພໍ ທີ່ຈະປະເຊີນກັບຄູ່ແຂ່ງ ທີ່ເປັນຝ່າຍອະນຸລັກນິຍົມ ແລະ ຊາດນິຍົມ ຢ່າງມີປະສິດທິຜົນ ໃນການເລືອກຕັ້ງທົ່ວ ປະເທດ ໃນເດືອນເມສາ ແລະ ພຶດສະພາ ຈະມາເຖິງນີ້.

ອະດີດນາຍົກລັດຖະມົນຕີ ຝຣັ່ງ ທ່ານ Manuel Valls, ແລະ ຜູ້ສະໝັກ ຕາງໜ້າພັກຝ່າຍຊ້າຍ ໃນການເລືອກຕັ້ງຂັ້ນຕົ້ນ ຮອບທຳອິດ ເຂົ້າຮ່ວມການຊຸມນຸມ ໃນຂະນະທີ່ທ່ານ ໂຄສະນາຫາສຽງໃນນະຄອນ ປາຣີ, ວັນທີ 20 ມັງກອນ 2017.
ອະດີດນາຍົກລັດຖະມົນຕີ ຝຣັ່ງ ທ່ານ Manuel Valls, ແລະ ຜູ້ສະໝັກ ຕາງໜ້າພັກຝ່າຍຊ້າຍ ໃນການເລືອກຕັ້ງຂັ້ນຕົ້ນ ຮອບທຳອິດ ເຂົ້າຮ່ວມການຊຸມນຸມ ໃນຂະນະທີ່ທ່ານ ໂຄສະນາຫາສຽງໃນນະຄອນ ປາຣີ, ວັນທີ 20 ມັງກອນ 2017.

ອະດີດນາຍົກລັດຖະມົນຕີ ທ່ານ Manuel Valls ທີ່ນິຍົມແນວທາງອຽງກາງ ເປັນຜູ້ ລົງແຂ່ງຂັນທີ່ນຳໜ້າໝູ່ ພາຍໃນຈຳນວນ ຜູ້ສະໝັກ 7 ຄົນ ແຕ່ທ່ານຈະປະເຊີນໜ້າ ກັບບັນດາຄູ່ແຂ່ງທີ່ເກັ່ງກາດ ຈາກແກ່ນຫລັກຂອງພັກຊ້າຍຈັດ ຄືທ່ານ Arnaud Montebourg ແລະ ທ່ານ Benoit Hamon ເຊິ່ງທັງສອງທ່ານນີ້ ເຄີຍເປັນລັດຖະ
ມົນຕີ ມາແລ້ວ.

ຜູ້ຊະນະການເລືອກຕັ້ງສອງທ່ານ ຂອງພັກສັງຄົມນິຍົມ ຜ່ານເຂົ້າສູ່ການເລືອກຕັ້ງ
ຂັ້ນຊີ້ຂາດ ທີ່ໄດ້ຖືກກຳນົດໄວ້ ໃນວັນອາທິດໜ້າ. ແຕ່ບັນດານັກວິເຄາະ ຫຼາຍຄົນ
ກ່າວວ່າ ຜູ້ຊະນະເລີດຂອງພັກ ເບິ່ງຄືວ່າ ຈະຖືກຕົກໄປ ໃນການເລືອກຕັ້ງປະທານາ
ທິບໍດີ ຮອບທຳອິດ ໃນເດືອເມສາ ໃນປະເທດທີ່ເຕັມໄປດ້ວຍ ການຄັດຄ້ານຄົນເຂົ້າ
ເມືອງ ແລະເສດຖະກິດທີ່ບໍ່ມີການເໜັງຕິງ.

ພັກແນວໂຮມແຫ່ງຊາດ ຂວາຈັດ ຂອງທ່ານນາງ Le Pen ໂດຍທົ່ວໄປແລ້ວ ຄາດ
ໝາຍວ່າ ຈະຄອບງຳການເລືອກຕັ້ງຮອບທຳອິດ ໂດຍຈະສະທ້ອນໃຫ້ເຫັນ ເຖິງ ການມີປະຕິກິລິຍາທີ່ກົງກັນຂ້າມ ຢ່າງກວ້າງຂວາງຫຼາຍຂຶ້ນ ໂດຍພວກຄົນສ່ວນ
ໃຫຍ່ ຢູ່ ໃນທະວີບຢູໂຣບ ແລະ ສະຫະລັດ ບ່ອນທີ່ປະທານາທິບໍດີ ທ່ານດໍໂນລ ທຣຳ ຫາກໍຮັບຮັບຕຳແໜ່ງ ໃນວັນສຸກຜ່ານມານີ້.

ປະທານາທິບໍດີ ຝຣັງ ທ່ານ Francois Hollande ໄດ້ປະຕິເສດ ທີ່ລົງແຂ່ງຂັນ ໃນການ ເລືອກຕັ້ງອີກ ໂດຍຢ້ານວ່າ ປະຫວັດ ຄວາມນິຍົມຊົມຊອບ ທີ່ຕົກຕ່ຳຂອງທ່ານນັ້ນ ຈະ
ທຳ ລາຍໂອກາດທັງຫຼາຍ ຂອງພັກສັງຄົມນິຍົມ ທີ່ຈະຮັກສາ ຕຳແໜ່ງ ປະທານາທິບໍດີ
ໄວ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG