ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຝຣັ່ງ ດຳເນີນການໂຈມຕີ ທາງອາກາດ ໃສ່ເປົ້າໝາຍ ພວກ IS ໃນ ຊີເຣຍ

ເຮືອບິນຮົບ ທະຫານ ຝຣັ່ງ ແລ່ນລົງເຮືອບັນທຸກເຮືອບິນ ຂອງທະຫານນາວິກະໂຍທິນ ຝຣັ່ງ Charles de Gaulle ໃນອ່າວ ເປິເຊຍ.18 ມີນາ, 2015. ຝຣັ່ງ ໄດ້ເລີ່ມຍິງຈາກການ ໂຈມຕີທາງອາກາດຄັ້ງທຳອິດໃນ ຊີເຣຍ ໃນຂະນະທີ່ພວກເຂົາເຈົ້າຂະຫຍາຍການ ປະຕິບັດການທາງທະຫານຕໍ່ພວກຫົວຮຸນແຮງ ລັດອິສລາມ, ຫ້ອງການຂອງປະທານາທິບໍດີ Francois Hollande ໄດ້ປະກາດ. 27 ກັນຍາ, 2015.

ຝຣັ່ງ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ທຳ​ການໂຈ​ມຕີ​ທາງ​ອາ​ກາດເປັນ
ເທື່ອທຳອິດຕໍ່​ພວກ​ຫົວ​ຮຸນ​ແຮງ​ລັດອິດສລາມ ​ໃນ​ ຊີ​ເຣຍ.

​ຖະ​ແຫຼ​ງການ​ຈາກ​ທຳນຽບຂອງປະທານາທິບໍດີຝຣັ່ງ ທ່ານ Fran-
cois Hollande ​ໄດ້​ກ່າວ​ວ່າ ​ກາ​ນ​ໂຈມ​ຕີ​ຫລາຍ​ຄັ້ງ​ ໄດ້​ມີ​ຂຶ້ນ ໃນ
ຕອນ​ເຊົ້າ​ຂອງ​ວັນ​ອາທິດ​ມື້​ນີ້ ​ແລະໄດ້​ປະສານ​ງານ​ກັບ​ບັນດາ​ພາ
ຄີ​ຂອງຝຣັ່ງ​ ຢູ່​ໃນ​ພ​າກພື້ນ​ດ້ວຍ.

​ໃນ​ຕົ້ນ​ເດືອນ​ນີ້ ຝຣັ່ງ​ ໄດ້​ເລີ່​ມການບິ​ນສອດແນມ ຢູ່ເທິງ​ນ່ານຟ້າ
ຊີ​ເຣຍ. ​ຖະ​ແຫຼ​ງການ​ຂອງ​ປະທານາທິບໍດີ Francois Hollande ​
ໄດ້​ກ່າວ​ວ່າ ຂໍ້​ມູນ​ກ່ຽວ​ກັບ​ເປົ້າ​ໝາຍ​ ຂອງ​ການໂຈມ​ຕີ​ ໃນ​ວັນ​ອາ
ທິດ​ມື້​ນີ້​ແມ່ນໄດ້​ຖືກ​ຮວບຮວມໂດ​ຍການບິນ​ສອດແນມ​ໃນ​ຄັ້ງ​ນັ້ນ.​

ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ໄດ້ປະກາດວ່າປະເທດຂອງທ່ານຈະສົ່ງເຮືອບິນສອດແນມໄປ ຊີເຣຍ ໃນການຕໍ່ສູ້ຕ້ານກຸ່ມລັດ ອິສລາມ, ທີ່ທຳນຽບ ເອລິເຊ ໃນນະຄອນຫຼວງ ປາຣີ. ຝຣັ່ງ. 7 ກັນຍາ, 2015.
ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ໄດ້ປະກາດວ່າປະເທດຂອງທ່ານຈະສົ່ງເຮືອບິນສອດແນມໄປ ຊີເຣຍ ໃນການຕໍ່ສູ້ຕ້ານກຸ່ມລັດ ອິສລາມ, ທີ່ທຳນຽບ ເອລິເຊ ໃນນະຄອນຫຼວງ ປາຣີ. ຝຣັ່ງ. 7 ກັນຍາ, 2015.

ຖະ​ແຫຼ​ງການ​ເຊິ່ງ ອະທິ​ບາຍ​ເຖິງ​ພວກ ລັດ​ອິສລາມ ​ໄດ້​ກ່າ​ວວ່າ “ປະເທດ​ຂອງ​ພວກ​ເຮົາ​ດ້ວຍ​ເຫດ​ນີ້​ຢືນຢັນເຖິງ​ຄຳໝັ້ນ​ສັນຍາ​ຢ່າງ​ເດັດດ່ຽວ​ ທີ່​ຈະ​ຕໍ່ສູ້​ຕ້າ​ນການຂົ່ມຂູ່ຂອງ ພວກ​ກໍ່​ການ​ຮ້າຍ. ພວກ​ເຮົາ​ຈະ​ດຳ​ເນີນ​ການ​ໂຈມ​ຕີ​ທຸກໆ​ຄັ້ງ ​ທີ່​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດພວກ​ເຮົາ​ ຕົກ​ຢູ່​ໃນ​ອັນຕະລາຍ.”

ຖະແຫຼງການຂອງທ່ານ Hollande ​ໄດ້​ກ່າວ​ວ່າ “ບັນດາປະຊາກອນ​ທີ່ເປັນພົນລະ​ເຮືອນ ຕ້ອງ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ທຸກ​ຮູບ​ແບບ​ຂອງ​ຄວາມ​ຮຸນ​ແຮງ,” ທີ່​ມາ​ຈາກ​ພວກ ລັດ​ອິສລາມ ​ແລະ ກຸ່ມ​ກໍ່​ການ​ຮ້າຍ​ອື່ນໆ,” ​ແຕ່​ໃນຂະນະດຽວກັນກໍ​ຍັງ​ຕໍ່ຕ້ານ​ການ ຖິ້ມລະ​ເບີດ​ທີ່​ຮ້າ​ຍ​ແຮງ​ຂອງ​ ປະທານາທິບໍດີ Bashar al-Assad.”

ຈົນ​ຮອດ​ວັນ​ອາທິດ ​ມື້​ນີ້, ຝຣັ່ງ ພຽງ​ແຕ່​ເຂົ້າ​ຮ່ວມ ໃນ​ການ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ພວກຫົວ​ຮຸນ​ແຮງ Jihad ​ໃນ​ປະ​ເທດ ອີຣັກ ທີ່ຢູ່​ຕິດ​ກັນເທົ່າ ນັ້ນ.

France Syria US
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG