ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງ ອີຕາລີ ອົບ​ພະ​ຍົບ​ປະ​ຊາ​ຊົນອອກຈາກປະ​ເທດ ໄນເຈີ


ສັນຊາດຝຣັ່ງ ແລະຊາວຢູໂຣບ ຜູ້ທີ່ຍົກຍ້າຍອອກຈາກໄນເຈີ ຫລັງຈາກທະຫານໄດ້ຍຶດອຳນາດ ຢູ່ປະເທດອາຟຣິກາຕາເວັນຕົກ ໄດ້ເດີນທາງມາເຖິງສະໜາມບິນ Charles de Gaulle ໃນນຄອນຫລວງປາຣີ ວັນທີ 2 ສິງຫາ 2023
ສັນຊາດຝຣັ່ງ ແລະຊາວຢູໂຣບ ຜູ້ທີ່ຍົກຍ້າຍອອກຈາກໄນເຈີ ຫລັງຈາກທະຫານໄດ້ຍຶດອຳນາດ ຢູ່ປະເທດອາຟຣິກາຕາເວັນຕົກ ໄດ້ເດີນທາງມາເຖິງສະໜາມບິນ Charles de Gaulle ໃນນຄອນຫລວງປາຣີ ວັນທີ 2 ສິງຫາ 2023

ບັນດາຫົວໜ້າກອງທັບຈາກກຸ່ມປະຊາຄົມເສດຖະກິດຂອງບັນ​ດາ​ປະ​ເທດ ອາຟຣິກາຕາເວັນຕົກ (ECOWAS) ໄດ້ຕຽມພ້ອມທີ່ຈະເຈລະຈາໃນວັນພຸດມື້ນີ້ ຢູ່ອາບູຈາ ນະຄອນ ຫລວງໄນຈີ​ເຣຍ ກ່ຽວກັບ ການກໍ່ລັດຖະປະຫານອາທິດ ແລ້ວນີ້ຢູ່ໃນປະ​ເທດ ໄນເຈີ ໃນຂະນະທີ່ຫລາຍປະເທດໃນຢູໂຣບ ກຳລັງປະຕິ ບັດງານຍົກຍ້າຍປະ​ຊາ​ຊົນເຂົາເຈົ້າອອກຈາກ ໄນເຈີ.

ກຸ່ມ ECOWAS ໄດ້ກ່າວຢູ່ໃນຖະແຫລງການສັ້ນວ່າ ບັນດາຫົວໜ້າປ້ອງກັນ ປະເທດ ຈະສົນທະນາ ກ່ຽວ​ກັບ “ສະພາບການເມືອງຢູ່ໃນສາທາລະນະລັດ ໄນເຈີ” ໃນການປະຊຸມເຂົາເຈົ້າຈົນຮອດວັນສຸກຈະມາເຖິງນີ້.

ຝຣັ່ງໄດ້ມີແຜນທີ່ຈະສືບຕໍ່ດຳ​ເນີນຖ້ຽວບິນອົບ​ພະ​ຍົບໃນວັນພຸດມື້ນີ້ ຫລັງຈາກ ເຮືອ​ບິນ​ຂົນ​ສົ່ງ​ຜູ້​ອົບ​ພະ​ຍົບ​ໄດ້​ເດີນ​ທາງຮອດນະ​ຄອນຫຼວງ ປາຣີ ໃນຕອນເຊົ້າ ວັນພຸດມື້ນີ້.

ລັດຖະມົນຕີຕ່າງປະເທດຝຣັ່ງ ທ່ານນາງແຄເທີຣິນ ໂກລົນນາ ກ່າວວ່າ 262 ຄົນໄດ້ຂຶ້ນເຮືອບິນສ່ວນໃຫຍ່ແມ່ນຄົນສັນຊາດຝຣ່ັງ. ກະຊວງຕ່າງປະເທດກ່າວ ຕໍ່ບັນດານັກຂ່າວວ່າ ບັນດາຜູ້ໂດຍສານຍັງຮວມມີ ຊາວໄນເຈເຣຍ, ປອກຕຸຍການ, ແບລຢ້ຽມ, ເອທິໂອເປຍ ແລະ ເລບານອນ.

ລັດຖະມົນຕີຕ່າງປະເທດອີຕາລີ ທ່ານແອນໂຕນິໂອ ຕາຈານີ ໄດ້ເຜີຍ​ແຜ່ ຮູບພາບເຮືອບິນກອງທັບອາກາດອິຕາລີລໍານຶ່ງ ທີ່ທ່ານກ່າວວ່າ ໄດ້ລົງຈອດ ເດີ່ນບິນໃນຕອນເຊົ້າວັນພຸດມື້ນີ້ ພ້ອມດ້ວຍຊາວອິຕາລີ ຜູ້ໄດ້ໜີອອກ​ຈາກ ໄນເຈີ.

ອົງການຂ່າວຣອຍເຕີ ລາຍງານຖ້ຽວບິນດັ່ງ​ກ່າວໄດ້ນຳພາຊາວອິຕາລີ 36 ຄົນ ຄົນອາເມຣິກາ 21 ຄົນ, ບູລກາເຣຍ ສີ່ຄົນ, ອອສເຕຣເລຍ ສອງຄົນ ແລະ ແຕ່ລະຄົນຈາກ ອັງກິດ, ໄນເຈີ, ຮັງກາຣີ, ເຊເນການ ແລະໄນຈີເຣຍ.

ສເປນ ຍັງກ່າວວ່າຕົນໄດ້​ວາງ​ແຜນຖ້ຽວ​ບິນ​ອົບ​ພະ​ຍົບສຳ​ລັບ​ຄົນ​ຂອງ​ເຂົາ​ເຈົ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG