ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ຝຣັ່ງຈັບ ພວກມຸສລິມ ຫົວຮຸນແຮງ 19 ຄົນ ໃນທົ່ວປະເທດ


ຕຳຫຼວດ ທີ່ເຂົ້າຮ່ວມໃນການຈັບກຸມ ພວກຫົວຮຸນແຮງມຸສລິມ ຢູ່ທີ່ເມືອງ Coueron ໃນພາກຕາເວັນຕົກຂອງ ຝຣັ່ງ (30 ມີນາ 2012)

ປະທານາທິບໍດີ​ຝຣັ່ງ ທ່ານ Nicolas Sarkozy ກ່າວ​ວ່າ ຕຳຫຼວດ​ໄດ້​ຈັບ 19 ຄົນ​ໃນ​
ການ​ປາບ​ປາມ​ພວກ​ທີ່​ສົງ​ໄສ​ວ່າ​ເປັນ​ມຸສລິ​ມຫົວ​ຮຸນ​ແຮງຢູ່​ໃນ​ທົ່ວ​ປະ​ເທດ.

ທ່ານ Sarkozy ​ເວົ້າວ່າ ​ເຈົ້າໜ້າ​ທີ່ຢຶດ​ໄດ້​ອາວຸດ​ຈຳນວນ​ນຶ່ງໃນ​ລະຫວ່າງການ​ບຸກ​ເຂົ້າ​
ໄປ​ກວດຄົ້ນໃນ​ວັນ​ສຸກ​ມື້ນີ້ທີ່​ເມືອງ Toulouse ​ແລະ​ບ່ອນ​ອື່ນໆ. ລາຍ​ງານ​ກ່ອນ​ໜ້ານີ້
ແຈ້ງວ່າ ມີ 20 ຄົນ​ຖືກ​ຈັບ.

ການ​ບຸກ​ເຂົ້າ​ໄປ​ກວດຄົ້ນທີ່​ວ່າ​ນີ້ ມີ​ຂຶ້ນຫຼັງຈາກ​ໄດ້​ມີ​ການ​ສັງຫານ​ຈຳນວນ​ນຶ່ງ​ເກີດຂຶ້ນໃນ
ບໍລິ​ເວນ​ອ້ອມ​ແອ້ມ​ເມືອງ Toulouse ​ໂດຍນາຍ Mohamed Merah ​ມື​ປືນ​ມຸສລິ​ມ
ຫົວຮຸນ​ແຮງ. ສົບຜູ້ກ່ຽວ​ໄດ້ຖືກນຳ​ໄປ​ຝັງ​ທີ່​ເມືອງ​ດັ່ງກ່າວ​ໃນ​ມື້ວັນ​ພະຫັດທັງໆ​ທີ່​ໄດ້​ຮັບ
ການຄັດຄ້ານ​ຈາກ​ເຈົ້າຄອງ​ກຳ​ແພງແລະ​ຈາກ​ຄອບຄົວຂອງ​ລາວ​ໃນ​ເວລາ​ຕໍ່​ມາ​ທີ່​ເປັນ​ຄົນ
ອາລຈີ​ເຣຍນັ້ນ.

ນາຍ Merah ​ໄດ້​ຖືກ​ຍິງ​ຕາຍ​ໂດຍ​ຕຳຫຼວດຂະນະ​ທີ່​ຜູ້ກ່ຽວ​ໂດດ​ລົງ​ຈາກ​ລະບຽງອາຄານ​
ຫໍ​ພັກ​ໃນ​ວັນ​ພະຫັດ​ສັບປະດາ​ແລ້ວ ຫຼັງຈາກ​ໄດ້​ປະ​ເຊີນ​ໜ້າ​ກັບ​ຕຳຫຼວດ ​ເປັນ​ເວລາ 32
ຊົ່ວ​ໂມງ.

ເຈົ້າໜ້າ​ທີ່​ເວົ້າວ່າ ກ່ອນ​ເສຍ​ຊີວິດ​ນາຍ Merah ​ໄດ້​ຍອມຮັບ​ວ່າ​ລາວ​ເປັນ​ຜູ້​ສັງຫານ​ເດັກ
ນ້ອຍ 3 ຄົນ ທະຫານ 3 ຄົນ​ແລະ​ຜູ້​ສອນ​ສາສະໜາ​ຢິວຄົນ​ນຶ່ງ. ຕຳຫຼວດກ່າວ​ວ່າມືປືນ
ຄົນ​ນີ້ກ່າວ​ອ້າງ​ວ່າ ລາວ​ເປັນ​ສະມາຊິກ​ຂອງ​ກຸ່ມ​ກໍ່​ການ​ຮ້າຍອາລກາຍ​ດາ​ແລະ​ໄດ້​ຖ່າຍຮູບ
ເອົາ​ການ​ໂຈມ​ຕີ​ຂອງ​ລາວ.

XS
SM
MD
LG