ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຝຣັ່ງຈະສ້າງ ໂຮງໄຟຟ້ານິວເຄລຍ ໃຫ້ອິນເດຍ


ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ກ່າວຄໍາປາໃສທີ່ອົງການຄົ້ນຄ້ວາດ້ານອາວະກາດຂອງອິນເດຍ (ISRO) ໃນເມືອງ Bangalore, ວັນເສົາ ທີ 4 ທັນວາ 2010. (AP Photo/Christophe Ena, Pool)
ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ກ່າວຄໍາປາໃສທີ່ອົງການຄົ້ນຄ້ວາດ້ານອາວະກາດຂອງອິນເດຍ (ISRO) ໃນເມືອງ Bangalore, ວັນເສົາ ທີ 4 ທັນວາ 2010. (AP Photo/Christophe Ena, Pool)

ອິນ​ເດຍ​ແລະ​ຝຣັ່ງ​ໄດ້​ລົງ​ນາມ​ໃນ​ສັນຍາ​ສະບັບ​ນຶ່ງ​ ມູນ​ຄ່າ ຫລາຍ​ພັນ​ລ້ານ​ໂດ​ລາ ເພື່ອ​ກໍ່ສ້າງ​ໂຮງ​ໄຟຟ້າ​ນີວ​ເຄລຍ 2 ​ແຫ່ງ​ໃນ​ອິນ​ເດຍ.

ສັນຍາໃນວົ​ງ​ເງິນ​ເກືອບ 9 ພັນ 500 ລ້ານ​ໂດ​ລາ ​ໄດ້ມີ​ການລົງ​ນາມ​ກັນ​ໃນ​ວັນ​ຈັນມື້​ນີ້ ​ທີ່​ນະຄອນຫລວງ​ນີວ​ເດ​ລີ ​ໃນ​ລະຫວ່າງ​ການ​ພົບ​ປະກັນ​ລະຫວ່າງ​ທ່ານ​ມັນ​ໂມຫັນ ສິງ ນາຍົກລັດຖະມົນຕີ​ອິນ​ເດຍ ​ແລະ​ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy.

ບໍລິ​ສັດ Areva ນຶ່ງ​ໃນ​ບັນດາ​ບໍລິສັດ​ໄຟຟ້າ​ນີວ​ເຄລຍ​ໃຫຍ່ໆ​ຂອງຝຣັ່ງ ຈະເປັນ​ ຜູ້ສ້າງເຕົາ​ແຍກ​ນີວ​ເຄລຍ 2 ​ແຫ່ງ ໃຫ້​ອິນ​ເດຍ.

ປະທານາທິບໍດີ Zarkozy ກໍາລັງຢູ່​ໃນ​ມື້​ທີ​ສາມ​ ຂອງ​ການ​ຢ້ຽມຢາມອິນ​ເດຍ ​ເປັນ​ເວລາ 4 ມື້​ ບ່ອນ​ທີ່​ທ່ານ​ກໍາລັງ​ພະຍາຍາມ​ຊອກ​ຫາ​ທຸລະ​ກິດ​ໃຫ້​ປະ​ເທດ​ຂອງ​ທ່ານ​ນັ້ນ.

ນອກ​ນັ້ນ ຝຣັ່ງຍັງ​ກໍາລັງ​ຊອກ​ຫາ​ທາງ​ໃຫ້​ໄດ້​ສ່ວນ​ແບ່ງ​ຈາກ​ເງິນ​ຫລາຍ​ພັນ​ລ້ານ ໂດ​ລາ​ ທີ່ອິນ​ເດຍ​ໄດ້​ວາງງົບປະມານ​ໄວ້ ສໍ່​ລັບປັບປຸງ​ກອງທັບ​ຂອງ​ຕົນ​ໃຫ້​ທັນ​ສະ​ໄໝ​ຂຶ້ນ​ນັ້ນ.

XS
SM
MD
LG