ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຝຣັ່ງປະກາດຫ້າມຄົນອອກເຮືອນ ແຕ່ 6 ໂມງແລງ ຫາ 6 ໂມງເຊົ້າ ເພື່ອສະກັດກັ້ນຄື້ນຟອງ ລະບາດ ຂອງໂຄວິດ-19 ຮອບສອງ


ຄອບຄົວຂອງທ່ານນາງ ຈັນສິມມະລີ ຊຸດຕັນ ຢູ່ເມືອງບອກໂດ, ພາກຕາເວັນຕົກສຽງໃຕ້ຂອງຝຣັ່ງ
ຄອບຄົວຂອງທ່ານນາງ ຈັນສິມມະລີ ຊຸດຕັນ ຢູ່ເມືອງບອກໂດ, ພາກຕາເວັນຕົກສຽງໃຕ້ຂອງຝຣັ່ງ

ການລະບາດຮອບສອງຂອງພະຍາດໂຄວິດ-19 ໃນປະເທດຝຣັ່ງທີ່ເລີ້ມຕົ້ນຂຶ້ນແຕ່ເດືອນພະຈິກຜ່ານມາ ນັ້ນເຮັດໃຫ້ມີການປະກາດມາດຕະການຈໍາກັດຄົນບໍ່ໃຫ້ອອກເຮືອນເພີ້ມຂຶ້ນ. ນາຍົກລັດຖະມົນຕີຝຣັ່ງ, ທ່ານ Jean Castex ໄດ້ປະກາດພາວະສຸກເສີນ ຫ້າມຄົນຢູ່ທົ່ວປະເທດອອກເຮືອນແຕ່ 6 ໂມງແລງຈົນເຖິງ 6 ໂມງ ເຊົ້າ ນັບແຕ່ວັນ ທີ 16 ມັງກອນຜ່ານມານີ້ຊຶ່ງເປັນການເພີ້ມຄວາມເຂັ້ມງວດຂຶ້ນຈາກລະບຽບການ ທີ່ປະກາດໃຊ້ໃນເດືອນທັນວາຜ່ານມາອີງຕາມອົງການຂ່າວ BBC ຂອງອັງກິດ. ທ່ານນາງຈັນສິມມະລີ ຊຸດຕັນ (Chansimmaly Sutton), ຊາວລາວຜູ້ນຶ່ງ ທີ່ ໄດ້ຍ້າຍຄອບຄົວໄປອາໄສຢູ່ໃນເມືອງທ່າເຮືອບອກໂດທາງພາກຕາເວັນຕົກສຽງ ໃຕ້ຂອງຝຣັ່ງເມື່ອ 10 ປີ ກ່ອນເວົ້າວ່າ ລະບຽບການໃໝ່ນີ້ ຖືວ່າເປັນການເພີ້ມ ຂໍ້ຈໍາກັດຂຶ້ນສໍາລັບບາງເຂດ ເຊັ່ນຢູ່ໃນເມືອງທີ່ທ່ານນາງຢູ່ນັ້ນ ຊຶ່ງທ່ານນາງເລົ່າ ສູ່ຟັງດັ່ງນີ້:

“ແຕ່ເກົ່າຫັ້ນມັນເປັນເຂດ, ເຂດທີ່ມີ Case (ກໍລະນີ) ຫລາຍ, ມີ 10 ແຂວງ, ເຂົາ ເຮັດແຕ່ 6 ໂມງເຊົ້າຮອດ 6 ໂມງແລງຫັ້ນເຂົາເຮັດແຕ່ຢູ່ໃນ 10 ແຂວງ. ລະບັດນີ້ ເພີ້ມ, ບັດນີ້ເຮັດໝົດ ເຮັດໝົດຄືກັນໝົດ. ພວກຂ້ອຍຫັ້ນ 8 ໂມງ ແຕ່ກ່ອນຫັ້ນ ແມ່ນ 8 ໂມງ (ແລງ), (ອອກເຮືອນ) 6 ໂມງຫາ 8 ໂມງແລງ ດຽວນີ້ມາເປັນແຕ່ 6 ໂມງ, ຄື 6 ໂມງເຊົ້າຮອດ 6 ໂມງແລງ.”

ທ່ານນາງທີ່ມີສາມີເປັນຄົນຝຣັ່ງທີ່ໄປເຮັດວຽກຢູ່ຫ້ອງກັນທຸກມື້ນັ້ນ ກ່າວຕື່ມອີກ ວ່າ ລະບຽບການໃໝ່ນີ້ ຈະເຮັດໃຫ້ຫລາຍຄົນ ນັບທັງຄອບຄົວຂອງທ່ານນາງ ມີຄວາມກັງວົນໃຈຫລາຍ ຊຶ່ງທ່ານນາງເວົ້າໃນວັນອາທິດຜ່ານມານີ້ສູ່ຟັງວ່າ:

“ເຂົາກາປ່ຽນຕາຕະລາງໃໝ່ ພວກຄົນກາໂຈມຕີວ່າ ເອົ໋າບັດນີ້ຊິໄປຊື້ຂອງຢູ່ຂອງ ກິນໄດ້ແນວໃດ ເລີກການ ເຂົາເປີດຮ້ານຊຸບເປີມາເກັດ 7 ໂມງ, 7 ໂມງເຄິ່ງ, ບາງຮ້ານ ກາປິດແຕ່ 6 ໂມງ 6 ໂມເຄິ່ງ. ເຂົາບອກ ໃຫ້ໄປຊື້ຂອງຢູ່ຂອງກິນ ກ່ອນຊິໄປການເຂົາວ່າ. ກາໄດ້ລຸກແຕ່ເຊົ້າ, ໄດ້ນອນແຕ່ເວັນ ແລ້ວລຸກແຕ່ເຊົ້າ ເອົາ, ປ່ຽນວິຖີຊີວິດໃໝ່ ແລ້ວກັບເຮືອນແບບ 5 ໂມງ, 6 ໂມງ ກໍຕ້ອງໄດ້ກັບ ເຂົ້າເຮືອນ. ທຸກຄົນ ຕ້ອງໄດ້ອອກຫ້ອງການ ຄືລໍຣັງ (Lauren) ລາວວ່າຫັ້ນ ຫຼ້ວ, ຫ້ອງການ ລາວ 1 ພັນ 700 ຄົນ ບັດນີ້ທຸກຄົນອອກພ້ອມກັນໝົດ 5 ໂມງເຄິ່ງ ຫລື 5 ໂມງ ມັນ ກາຊິອັ່ງກັນໝົດ.”

ສ່ວນພວກທີ່ຕ້ອງອອກເຮືອນໄປເຮັດການແຕ່ເຊົ້າ ແລ້ວເລີກການ 7 ໂມງແລງ ເຊັ່ນທ່ານນາງຈັນສິມມະລີ ທີ່ເປັນເປັນພະຍາບານນັ້ນແມ່ນຕ້ອງມີໜັງສື ອະນຸ ຍາດພິເສດ, ຖ້າໃຜລະເມີດລະບຽບການປິດເມືອງນີ້ຕ້ອງເສຍຄ່າປັບໄໝ 135 ຢູໂຣ ຫລືປະມານ 200 ໂດລາ. ທ່ານນາງເວົ້າອີກວ່າ ພາວະສຸກເສີນດັ່ງກ່າວ
ນີ້ ແມ່ນບໍ່ມີກໍານົດ ແລະອາດຈະເພີ້ມຄວາມເຂັ້ມງວດຂຶ້ນຖ້າຫາກວ່າ ຈໍານວນ ຄົນເປັນພະຍາດນີ້ຫາກຍັງບໍ່ຫລຸດລົງ ຊຶ່ງຂັ້ນຕໍ່ໄປນັ້ນຈະແມ່ນ ການປິດເມືອງ ໝົດໂດຍທີ່ອະນຸຍາດໃຫ້ຄົນທີ່ມີໜັງສືຢັ້ງຢືນເຖິງຄວາມຈໍາເປັນທີ່ສຸດເທົ່າ ນັ້ນອອກບ້ານໄດ້ເຊັ່ນດຽວກັນກັບຢູ່ໄລຍະເດືອນມີນາປີກາຍນີ້.

ນັບແຕ່ວັນທີ 3 ມັງກອນຫາ 17 ທີ່ຜ່ານມານີ້ ຝຣັ່ງມີກໍລະນີຄົນປ່ວຍທີ່ໄດ້ຮັບ ການຢືນຢັນເພີ້ມຈໍານວນ 2,846,970 ກວ່າຄົນ ແລະເສຍຊີວິດໄປຫລາຍກວ່າ 69,750 ຄົນ, ຊຶ່ງເປັນຈໍານວນຄົນເສຍຊີວິດຍ້ອນໂຄວິດ-19 ສູງອັນດັບທີ 7 ຂອງ ໂລກອີງຕາມອົງການອະນາໄມໂລກທີ່ລົງເຜີຍແຜ່ໃນເວັບໄຊໆ ໃນວັນທີ 17 ມັງກອນຜ່ານມາ.

XS
SM
MD
LG