ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໕ ກັນຍາ ໒໐໒໓

ປະທານາທິບໍດີຝຣັ່ງ ຮຽກຮ້ອງໃຫ້ ສະຫະລັດ ຍົກເລີກ ການຫ້າມຄ້າຂາຍ ກັບຄິວບາ


ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ຮ່ວມພິທີ ວາງພວງມາລາ ເປັນກຽດແກ່ ວິລະບຸຣຸດເອກກະລາດ ຂອງຄິວບາ ທ່ານ Jose Marti ທີ່ຈະຕຸລັດ ປະຕິວັດ ໃນນະຄອນຫລວງ ຮາວານາ.

ໃນ​ວັນ​ຈັນ​ວານ​ນີ້ ປະທານາທິບໍດີ ຝຣັ່ງ ທ່ານ Francois
Hollande ​ໄດ້ຮຽກຮ້ອງ​ໃຫ້​ສະຫະລັດ ຍຸດຕິ​ການ​ຫ້າມຄ້າຂາຍ
ກັບ​ຄິວ​ບາ ທີ່​ມີ​ມາ​ດົນຫຼາຍກວ່າຫ້າ​ທົດ​ສະ​ວັດແລ້ວນັ້ນ ​ພ້ອມ
ດຽວ​ກັນ ກໍ​ໃຫ້​ຄຳ​ໝັ້ນ​ສັນຍາ ວ່າ ​ປະ​ເທດ​ຂອງ​ທ່ານ ຈະ​ສືບ​ຕໍ່​
ໃຫ້ການ​ສະໜັບສະ​ໜຸນ ​ໃນ​ຂະນະ​ທີ່ ປະ​ເທດ​ຄອມ​ມິວນິສແຫ່ງ​
ນັ້ນ ທຳ​ການ​ປະຕິ​ຮູບ​ເສດຖະກິດ​ຂອງ​ຕົນ.

ທ່ານ Hollande ​ໄດ້​ເດີນທາງ​ໄປ​ເຖິງ ນະຄອນຫລວງ​ຮາ​ວາ​ນາ
​ໃນ​ວັນ​ຈັນ​ວານ​ນີ້ ​ໂ​ດຍເປັນຜູູ້ນຳ​ຈາກ​ປະ​ເທດຕາ​ເວັນ​ຕົກ​ຄົນ​ທຳ​
ອິດ ທີ່​ໄປ​ຢ້ຽມຢາມຄິວ​ບາ ນັບ​ຕັ້ງ​ແຕ່​ ປະທານ​ປະ​ເທດ​ຄິວ​ບາ
ທ່ານ Raul Castro ​ແ​ລະ ປະທານາທິບໍດີ​ສະຫະລັດ ທ່ານ
ບາຣັກ ​ໂອ​ບາ​ມາ ​ໄດ້​ປະກາດ​ເມື່ອ​ເດືອນ​ທັນວາປີ​ກາຍ​ນີ້ວ່າ ທັງ​ສອງ​ປະເທດຈະ​ຫາທາງຍຸດຕິ​
ຄວາມຂົມ​ຂື່ນລະຫວ່າງ​ກັນ ທີ່ກ່ຽວພັນ​ກັບ​ສົງຄາມ​ເຢັນ ທີ່​ມີ​ມາ​ນານ ຫຼາຍກວ່າຫ້າ​ທົດ​ສະວັດ
ແລ້ວນັ້ນ.

​ໃນ​ການ​ກ່າວ​ຄຳປາ​ໄສ ຢູ່​ທີ່​ມະຫາວິທະຍາ​ໄລ ນະຄອນຫຼວງ​ຮາ​ວາ​ນາ ປະທານາທິບໍດີ
ຂອງຝຣັ່ງ ກ່າວ​ວ່າ ປາ​ຣີ ຈະ​ເຮັດ​ໃນ​ສິ່ງ​ທີ່​ຕົນ​ສາມາດ​ເຮັດ​ໄດ້ ​ເພື່ອ​ໃຫ້​ເຫັນ​ວ່າ “ມາດ​ຕະ
ການລົງ​ໂທດ​ຕ່າງໆ ທີ່​ໄດ້​ທຳລາຍ​ການ​ພັດທະນາ​ຂອງ​ຄິວ​ບານັ້ນ” ​ຈະ​ສາມາດ​ຍົກ​ເລີກ​
ໄດ້. ທ່ານ Hollande ຍັງເປັນ​ຜູ້ນຳລັດຖະບານ​ຝຣັ່ງຄົນ​ທຳອິດ ​ທີ່​ໄປ​ຢຽມຢາມ​ປະ​ເທດ
​ຄິວ​ບາ ​ໂດ​ຍມີ​ຄະນະ​ຜູ້​ແທນ​ທຸລະ​ກິດ​ກຸ່ມ​ໃຫຍ່ຕິດຕາມ​ໄປ​ດ້ວຍ ຊຶ່ງ​ເຂົາ​ເຈົ້າ​ມີຄວາມ​
ກະຕືລື​ລົ້ນ ​ທີ່​ຈະເສີມຂະຫຍາຍ​ສາ​ຍ​ພົວພັນ​ທາງ​ດ້ານການຄ້າ​ໃນປະ​ຈຸ​ບັນ ທີ່​ມີ​ມູນ​ຄ່າ
400 ລ້ານ​ໂດ​ລານັ້ນ.

ທ່ານ Hollande ​ໄດ້​ເຊັນ​ສັນຍາ​ສອງ​ຝ່າ​ຍ ທາງ​ດ້ານການ​ຄ້າ ​ແລະ ການ​ສຶກ​ສາ​ ຫຼາຍ
​ສະ​ບັບກັບ​ເຈົ້າ​ໜ້າ​ທີ່ ຄິວ​ບາ. ​ແລະທ່ານ​ຍັງ​ໄດ້​ເຂົ້າ​ພົບ ​ເປັນ​ການ​ສ່ວນ​ຕົວ​ກັບ ​ທ່ານ
Castro ​ແລະ​ ອ້າຍ​ຂອງ​ທ່ານ ຜູ້ນຳການ​ປະຕິວັດຄິວ​ບາ​ ທ່ານ Fidel Castro ​ທີ່ປ່ວຍ​
ບໍ່​ສະບາ​ຍນັ້ນ. ​ປະທານາທິບໍດີຝຣັ່ງ ຮ້ອງ​ທ່ານ Fidel Castro ​ວ່າ “ເປັນ​ຊາຍ​ຜູູ້ສ້າງ
​ປະຫວັດ​ສາດ.”

ການ​ເດີນທາງ ​ໄປ​ຍັງ​ຄິວ​ບາ ຂອງທ່ານ Hollande ​ແມ່ນ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ເດີນ
ທາງ​ຢ້ຽມຢາມຫຼາຍ​ປະ​ເທດ​ ໃນເຂດທະ​ເລຄາ​ຣີບຽນ​. ທ່ານ ​ໄດ້​ເດີນທາງ​ອອກ​ໄປ​ຈາກ​
ຄິວ​ບາ ​ໃນ​ຕອນ​ເຊົ້າວັນ​ອັງຄານ​ມື້​ນີ້ ​ໄປ​ຍັງ​ປະ​ເທດ​ Haiti ຊຶ່ງ​ເປັນອະດີດ​ອານາ​ນິຄົມ
​ຂອງຝຣັ່ງ.

Cuba France
please wait
Embed

No media source currently available

0:00 0:03:15 0:00

XS
SM
MD
LG