ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ຝຣັ່ງ ທ່ານ Hollande ຢ້ຽມຢາມ ຄິວບາ ເປັນຄັ້ງປະຫວັດສາດ


ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande (ຂວາ) ຍ່າງຄຽງຂ້າງ ຮອງລັດຖະມົນຕີຕ່າງປະເທດ ຄິວບາ ທ່ານ Rogelio Sierra (ຊ້າຍ) ຢູ່​ທີ່ສະໜາມ​ບິນນານາ​ຊາດ ນະຄອນຫຼວງ ຮາວານາ, ວັນທີ 10 ພຶດສະພາ 2015.
ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande (ຂວາ) ຍ່າງຄຽງຂ້າງ ຮອງລັດຖະມົນຕີຕ່າງປະເທດ ຄິວບາ ທ່ານ Rogelio Sierra (ຊ້າຍ) ຢູ່​ທີ່ສະໜາມ​ບິນນານາ​ຊາດ ນະຄອນຫຼວງ ຮາວານາ, ວັນທີ 10 ພຶດສະພາ 2015.

ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ໄດ້ເດີນທາງ
​ໄປ​ເຖິງ ຄິວ​ບາ ​ເມື່ອ​ຕອນ​ເດິກ​ວັນ​ອາທິດ​ວານ​ນີ້ ໂດຍ​ກາຍ​ເປັນ
ຜູ້ນຳ​ຂອງ​ລັດຖະບານ​ຝຣັ່ງຄົນທຳ​ອິດ ​ທີ່ທຳ​ການຢ້ຽມຢາມ
ປະ​ເທດ​ຄອມ​ມິວນິສ ​ແຫ່ງ​ນັ້ນ.

ທ່ານ Hollande ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ມາ​ເຖິງຄິວ​ບາ
ຄ່ຳ​ຄືນ​ນີ້ ດ້ວຍ​ຄວາມ​ຕື່ນ​ເຕ້ນ​ຢ່າງ​ຫຼວງຫຼາຍ”
ຫຼັງຈາກ
​ທີ່ໄດ້​ຮັບ​ການ​ຕ້ອນຮັບ​ ໂດຍຮອງ​ລັດຖະມົນຕີ​ຕ່າງປະ​ເທດ​
Rogelio Sierra ​ແລະບັນດາ​ ເ​ຈົ້າໜ້າ​ທີ່​ລະດັບ​ສູງ ຢູ່​ທີ່
ສະໜາມ​ບິນນານາ​ຊາດ Jose Marti ຂອງ​ນະຄອນຫລວງ
Havana. ທ່ານ Hollande ມີ​ແຜນ​ທີ່​ຈະ​ພົບ​ປະ​ກັບ​ປະທາ
ນາທິບໍດີ ຄິວ​ບາ ທ່ານ Raul Castro ​ໃນ​ວັນ​ຈັນ​ມື້​ນີ້ ເວລາຜູ້ນຳ​ຂອງ​ຄິວ​ບາ ເດີນທາງ​ກັບ
​ຄືນ​ມາ​ຈາກ​ການ​ຢ້ຽມຢາມອີ​ຕາ​ລີ​ ​ທີ່ລວມ ທັງ​ການ​ພົບ​ປະກັບ​ພະ​ສັນຕະປາປາ Francis
ຢູ່​ທີ່ນະຄອນ Vatican.

Cuba France Visit
please wait
Embed

No media source currently available

0:00 0:01:14 0:00

ທ່ານ Hollande ​ແມ່ນ​ຜູູ້ນຳ​ຈາກ​ປະ​ເທດຕາ​ເວັນ​ຕົກ​ຄົນ​ທຳ​ອິດ ທີ່​ຢ້ຽມຢາມ ຄິວ​ບາ ນັບ​ຕັ້ງ​ແຕ່​ ທ່ານ Castro ​ແ​ລະ ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ປະກາດ​ເມື່ອ​ເດືອນ​ທັນວາປີ​ກາຍ​ນີ້ ວ່າ ທັງ​ສອງ​ຈະ​ຫາ​ທາງຍຸດຕິ​ ຄວາມ​ຂົມ​ຂື່ນທີ່ກ່ຽວພັນ​ກັບ​ສົງຄາມ​ເຢັນ ທີ່​ມີ​ມາ​ນານຫຼາຍກວ່າຫ້າ​ທົດ​ສະ​ວັດແລ້ວນັ້ນ.

​ແຕ່​ວ່າ ບໍ່​ຄື​ກັນ​ກັບສະຫະ​ລັດ ທີ່ຫ້າມຄ້າຂາຍ​ກັບຄິວບານັ້ນ ປາຣີ ​ກັບ ຮາ​ວາ​ນາ ​ໄດ້ມີສາຍ​ພົວພັນ​ດ້ານ​ການ​ເງິນ​ນຳ​ກັນ​ ​ເປັນ​ເວລາ​ຍາວ​ນານ​ມາ​ແລ້ວ ​ໂດຍມີ​ການ​ຄ້າຂາຍ​ນຳ​ກັນ​ ​ໃນມູນ​ຄ່າ ​ເກືອບ 400 ລ້ານ​ດອລລາ.

ຄິວບາ ​ແມ່ນ​ບ່ອນ​ຢຸດ​ແວ່ ​ແຫ່ງສຸດ​ທ້າຍ​ຂອງທ່ານ Hollande ໃນ​ການ​ເດີນທາງ​ຢ້ຽມຢາມ
5 ປະ​ເທດ ​ໃນ​ເຂດ​ທະ​ເລ Caribbean.

Pope Cuba Visit
please wait
Embed

No media source currently available

0:00 0:02:46 0:00

XS
SM
MD
LG