ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້ແກ້ໄຂ ແບບສອງປະເທດ ຄືທາງເລືອກດຽວ ເພື່ອສັນຕິພາບ ໃນ ຕາເວັນອອກກາງ


ລັດຖະມົນຕີວ່າການ ຕ່າງປະເທດຂອງຝຣັ່ງ ທ່ານ Jean-Marc Ayrault ກ່າວຖະແຫລງຕໍ່ບັນດາຜູ້ແທນ
ຢູ່ໃນພິທີ ເປີດກອງປະຊຸມ ສັນຕິພາບ ໃນຕາເວັນອອກ
ກາງ ທີ່ນະຄອນຫຼວງ Paris, ວັນທີ 15 ມັງກອນ 2017.
ລັດຖະມົນຕີວ່າການ ຕ່າງປະເທດຂອງຝຣັ່ງ ທ່ານ Jean-Marc Ayrault ກ່າວຖະແຫລງຕໍ່ບັນດາຜູ້ແທນ ຢູ່ໃນພິທີ ເປີດກອງປະຊຸມ ສັນຕິພາບ ໃນຕາເວັນອອກ ກາງ ທີ່ນະຄອນຫຼວງ Paris, ວັນທີ 15 ມັງກອນ 2017.

ຍ້້້ອນຢ້ານວ່າ ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ອາດຈະຫັນ ປ່ຽນນະໂຍບາຍສະຫະລັດ ກ່ຽວກັບ ຕາເວັນອອກກາງ ຢ່າງໃຫຍ່ ບັນດາຜູ້ຕາງໜ້າ ຫຼາຍກວ່າ 70 ປະເທດ ແລະ ອົງການສາກົນທັງຫຼາຍ ໃນວັນອາທິດວານນີ້ ຈຶ່ງໄດ້ ພາກັນຢືນຢັນວ່າ ການແກ້ໄຂບັນຫາແບບສອງປະເທດ ແມ່ນທາງເລືອກດຽວ ທີ່ຈະ ປະຕິບັດໄດ້ ເພື່ອສັນຕິພາບ.

ຫລັງຈາກກອງປະຊຸມ ໃນນະຄອນ Paris ເຊິ່ງທັງ ອິສຣາແອລ ແລະ ປາແລັສໄຕນ໌ ບໍ່ໄດ້ເຂົ້າຮ່ວມເລີຍນັ້ນ ປະທານາທິບໍດີຝຣັ່ງ ທ່ານ Francois Hollande ໄດ້ປະຕິ ເສດພວກທີ່ບໍ່ຍອມຮັບ ແລະພວກທີ່ເຫັນແກ່ຕົວ ຜູ້ທີ່ໄດ້ຕີລາຄາວ່າ ມັນຈະລົ້ມແຫຼວ ໂດຍທ່ານສະເໜີແນະເຖິງ ສັນຍະລັກ ແລະເນື້ອໃນໃຈຄວາມຂອງມັນນັ້ນ ແມ່ນມີ ຄວາມສຳຄັນເທົ່າທຽມກັນ.

ປະທານາທິບໍດີຝຣັ່ງ ທ່ານ Francois Hollande ກ່າວຄຳປາໄສ ພິທີເປີດ ກອງປະຊຸມ ສັນຕິພາບ ໃນຕະເວັນອອກກາງ ຢູ່ທີ່ນະຄອນ Paris, ເມື່ອວັນອາທິດທີ 15 ມັງກອນ 2017.
ປະທານາທິບໍດີຝຣັ່ງ ທ່ານ Francois Hollande ກ່າວຄຳປາໄສ ພິທີເປີດ ກອງປະຊຸມ ສັນຕິພາບ ໃນຕະເວັນອອກກາງ ຢູ່ທີ່ນະຄອນ Paris, ເມື່ອວັນອາທິດທີ 15 ມັງກອນ 2017.

ທ່ານໄດ້ກ່າວວ່າ “ພວກບໍ່ຮູ້ຫຽັງທັງຫຼາຍ ຄວນຈະຄິດເຖິງສາຍສຳພັນລະຫວ່າງ ອິສຣາແອລ ແລະ ເພື່ອນບ້ານຂອງຕົນ ເຊິ່ງມັນມີຄວາມຈຳເປັນຫຼາຍ ທີ່ອາດຈະ
ເປັນໄປໄດ້ ໂດຍປາດສະຈາກ ການເຄື່ອນໄຫວໄປສູ່ ສັນຕິພາບ ລະຫວ່າງ
ອິສຣາແອລ ກັບ ປາແລັສໄຕນ໌.”

ກອງປະຊຸມສັນຕິພາບ ຄັ້ງທີສອງ ທີ່ນະຄອນ Paris ໄດ້ເປັນເຈົ້າພາບຈັດ ໃນບໍ່ດົນ ກວ່າໜຶ່ງປີ ແລະໄດ້ມີຖະແຫລງການສະບັບສຸດທ້າຍ ທີ່ກ່າວວ່າ ກອງປະຊຸມອີກຄັ້ງນຶ່ງ ຈະຖືກຈັດຂຶ້ນພາຍໃນທ້າຍປີ 2017 ນີ້. ກອງປະຊຸມໄດ້ມີຂຶ້ນ ໃນຂະນະທີ່ ລັດຖະບານ ທ່ານໂອບາມາ ສະຫລຸບຜົນງານ ໃນລະຍະ 8 ປີ ໂດຍບໍ່ມີຜົນສຳເລັດທີ່ກ້າວໜ້າ ແມ່ນແຕ່ໜ້ອຍດຽວ ໃນຂະບວນການສັນຕິພາບ ທີ່ແກ່ຍາວມາໄດ້ຫຼາຍປີແລ້ວນັ້ນ.

ພາບທິວທັດທົ່ວໄປຂອງທີ່ຢູ່ອາໄສ ຂອງຊາວຢິວ ອິສຣາແອລ ທີ່ນັບຖືສາສະໜາ ແບບດັ່ງເດີມ ຢູ່ໃນເຂດຕັ້ງຖິ່ນຖານ ຂອງເມືອງ Revava, ໃກ້ກັບເຂດເມືອງ Nablus ຂອງຝັ່ງຕາເວັນຕົກ ຂອງແມ່ນ້ຳຈໍແດັນ ຫຼື West Bank, ວັນທີ 22 ຕຸລາ 2016.
ພາບທິວທັດທົ່ວໄປຂອງທີ່ຢູ່ອາໄສ ຂອງຊາວຢິວ ອິສຣາແອລ ທີ່ນັບຖືສາສະໜາ ແບບດັ່ງເດີມ ຢູ່ໃນເຂດຕັ້ງຖິ່ນຖານ ຂອງເມືອງ Revava, ໃກ້ກັບເຂດເມືອງ Nablus ຂອງຝັ່ງຕາເວັນຕົກ ຂອງແມ່ນ້ຳຈໍແດັນ ຫຼື West Bank, ວັນທີ 22 ຕຸລາ 2016.

ໃນການເຄື່ອນໄຫວອອກຈາກນະໂຍບາຍສະຫະລັດກ່ອນໜ້ານີ້ ວໍຊິງຕັນ ໄດ້ງົດອອກ ສຽງເມື່ອສັບປະດາແລ້ວນີ້ ຕໍ່ຍັດຕິຂອງອົງການສະຫະປະຊາຊາດ ທີ່ຕຳນິການກໍ່ສ້າງ ເຂດຕັ້ງຖິ່ນຖານໃໝ່ ຂອງອິສຣາແອລ.

ພວກຄົນບາງສ່ວນ ບັດນີ້ຢ້ານວ່າ ການທີ່ທ່ານທຣຳປະກົດວ່າ ມີທ່າທີທີ່ເປັນມິດຫຼາຍຂຶ້ນ ຕໍ່ການຕັ້ງຖິ່ນຖານຂອງອິສລາແອລ ແລະ ປະຕິຍານວ່າຈະຍ້າຍສະຖານທູດສະຫະລັດ ຈາກ ນະຄອນ Tel Aviv ໄປຍັງ ນະຄອນຫຼວງ Jerusalem ອາດຈະເປັນໄພຕໍ່ທາງ ເລືອກສອງປະເທດ.

ການສື່ສານຄັ້ງສຸດທ້າຍ ບໍ່ໄດ້ຕຳນິ ການປະຕິຍານຂອງທ່ານທຣຳ ທີ່ຈະຍ້າຍສະຖານ
ທູດ ສະຫະລັດ ແຕ່ຢ່າງໃດ ຫຼື ທ່ານ Hollande ກໍບໍ່ໄດ້ຕຳນິເລີຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Paris Mideast Conference
please wait

No media source currently available

0:00 0:02:44 0:00

XS
SM
MD
LG