ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງ ແລະເຢຍຣະມັນ ວາງມາດຕະການ ປິດເມືອງຮອບໃໝ່ ຂະນະທີ່ມີຄົນເປັນໂຄວິດ-19 ເພີ້ມຂຶ້ນ


ຄົນພາກັນໃສ່ໜ້າກາກປິດປາກໄວ້ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຂະນະທີ່ຍ່າງໂຄງລະຄອນເກົ່າ ແລະມ້າໝູນ ໃນນະຄອນ Frankfurt ຂອງເຢຍຣະມັນ, ວັນທີ 28 ຕຸລາ, 2020.
ຄົນພາກັນໃສ່ໜ້າກາກປິດປາກໄວ້ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຂະນະທີ່ຍ່າງໂຄງລະຄອນເກົ່າ ແລະມ້າໝູນ ໃນນະຄອນ Frankfurt ຂອງເຢຍຣະມັນ, ວັນທີ 28 ຕຸລາ, 2020.

ກະແສຟອງທີ່ກໍາລັງພຸ້ງສູງຂຶ້ນຂອງກໍລະນີຕິດເຊື້ອໄວຣັສໂຄໂຣນາໃໝ່ ໄດ້ເຮັດໃຫ້ຜູ້ນຳຂອງຝຣັ່ງແລະເຢຍຣະມັນວາງລະບຽບປິດເມືອງຮອບໃໝ່ອອກມາເພື່ອຍຸຕິການແຜ່ລະບາດຂອງເຊື້ອໄວຣັສດັ່ງກ່າວ.

ໃນລະຫວ່າງການກ່າວຄຳປາໄສຜ່ານທາງໂທລະພາບໃນວັນພຸດຜ່ານມາ, ປະ ທານາທິບໍດີຝຣັ່ງ, ທ່ານ ເອມມານູແອລ ມາກຣົງ (Emmanuel Macron) ໄດ້ປະກາດການປິດເມືອງໃນທົ່ວປະເທດໄວ້ເປັນເວລາ 1 ເດືອນເຊິ່ງຈະມີຜົນບັງຄັບໃຊ້ ໃນວັນສຸກມື້ນີ້. ທ່ານມາກຣົງ (Macron) ກ່າວວ່າ ຮ້ານອາຫານ, ບາ, ຮ້ານກາເຟ ແລະທຸລະກິດທີ່ບໍ່ມີຄວາມສຳຄັນອື່ນໆ ຈະຖືກປິດໄວ້ໝົດ, ໃນຂະນະທີ່ປະຊາຊົນ ຈະໄດ້ຮັບອະນຸຍາດໃຫ້ອອກຈາກເຮືອນຂອງພວກເຂົາເຈົ້າສຳລັບແຕ່ໄປເຮັດວຽກ, ຊື້ເຄື່ອງຂອງ ແລະໄປຕາມການນັດໝາຍກັບທ່ານໝໍເທົ່ານັ້ນ.

ນາຍົກລັດຖະມົນຕີເຢຍຣະມັນທ່ານນາງ ອັງໂກລາ ເມີໂຄ (Angela Merkel) ໄດ້ປະກາດຊຸດມາດຕະການທີ່ຄ້າຍຄືກັນນີ້ຢູ່ໃນຄຳສັ່ງປິດເມືອງຂອງທ່ານນາງເປັນເວລາ 1 ເດືອນໃນວັນພຸດຜ່ານມາ ຫລັງຈາກໄດ້ພົບປະກັບຜູ້ນໍາຂອງ 16 ລັດຂອງປະເທດ. ນອກເໜືອໄປຈາກບັນດາຮ້ານອາຫານ ແລະບາແລ້ວ, ບ່ອນອອກກໍາລັງກາຍ, ໂຮງສາຍຮູບເງົາ ແລະໂຮງລະຄອນທຸກແຫ່ງ ຈະຖືກປິດໄວ້ໝົດພາຍໃຕ້ຄຳສັ່ງຂອງທ່ານນາງເມີໂຄ (Merkel), ເຊິ່ງຈະມີຜົນບັງຄັບໃຊ້ໃນວັນຈັນຈະມາເຖິງນີ້ ໃນຂະນະທີ່ທຸລະກິດ, ຮ້ານຄ້າແລະຮ້ານຕັດຜົມສ່ວນໃຫຍ່ຈະຍັງໄດ້ຮັບອະນຸຍາດໃຫ້ເປີດໃຫ້ບໍລິການຢູ່.

ໂຮງຮຽນຢູ່ໃນທັງສອງປະເທດ ຍັງຈະເປີດຢູ່ ໃນໄລຍະທີ່ມີການປິດເມືອງຂອງພວກເຂົາເຈົ້າຢູ່ນີ້.

ຂໍ້ຈຳກັດດັ່ງກ່າວໄດ້ຖືກປະກາດໂດຍທ່ານມາກຣົງ (Macron) ແລະທ່ານນາງ ເມີໂຄ (Merkel) ໃນຂະນະທີ່ທັງສອງປະເທດຕໍ່ສູ້ກັບສະຖິຕິຂອງຈຳນວນໃໝ່ຂອງກໍລະນີຄົນຕິດພະຍາດໂຄວິດ-19 ທີ່ສູງເກືອບວ່າທຸກໆມື້ເລີຍ ເຊິ່ງປະເທດເຢຍຣະມັນໄດ້ປະກາດວ່າມີເກືອບ 15,000 ກໍລະນີຄົນຕິດພະຍາດໃໝ່ ໃນວັນພຸດຜ່ານມາ ຊຶ່ງເຮັດໃຫ້ເກີິດສະຖານະການ ທີ່ຜັກດັນລະບົບປິ່ນປົວສຸຂະພາບຂອງພວກເຂົາເຈົ້າ ໃຫ້ຕົກໄປຢູ່ຂອງເຂດຈຳກັດ.

ຝຣັ່ງແລະເຢຍຣະມັນກຳລັງເຮັດຄືກັນກັບຫລາຍປະເທດອື່ນໆ ໃນຢູໂຣບທີ່ຈໍາເປັນຕ້ອງໄດ້ວາງຂໍ້ຈຳກັດໃໝ່ອອກມາເພື່ອຮັບມືກັບຄື້ນຟອງທີສອງ ແລະກຳລັງເພີ່ມຂຶ້ນຂອງເຊື້ອໄວຣັສນີ້ ໃນຂະນະທີ່ລະດູໜາວ ກຳລັງຫຍັບເຂົ້າມາຢູ່ໃນຊີກໂລກເໜືອນີ້.

ມາຮອດຕອນເຊົ້າວັນພະຫັດວານນີ້, ມີຫລາຍກວ່າ 44 ລ້ານ 4 ແສນກໍລະນີຂອງຄົນເປັນພະຍາດໂຄວິດ-19 ໃນທົ່ວໂລກ, ໃນນັ້ນມີຫລາຍກວ່າ 1 ລ້ານ 1 ແສນຄົນເສຍຊີວິດໄປແລ້ວ. ອິນເດຍ ໄດ້ຂຶ້ນສູ່ຂີດໝາຍອັນສໍາຄັນໂດຍມີຫຼາຍ
ກ່ວາ 8 ລ້ານກໍລະນີຄົນຕິດໄວຣັສໂຄໂຣນາລາຍໃໝ່, ຊຶ່ງເປັນອັນດັບສອງທີ່ຮອງລົງມາຈາກສະຫະລັດເທົ່ານັ້ນ ທີ່ມີທັງໝົດ 8 ລ້ານ 8 ແສນກໍລະນີຄົນຕິດໄວຣັສນີ້ທີ່ໄດ້ຮັບການຢືນຢັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG