ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງເດີນຂະບວນ ປະທ້ວງ ກົດໝາຍ ທີ່ອະນຸມັດໃຫ້ ຄົນເພດດຽວກັນ ແຕ່ງງານກັນ (ວີດິໂອ)


ເບິ່ງວີດິໂອ ການປະທ້ວງຕໍ່ຕ້ານກົດໝາຍ ການແຕ່ງງານຂອງ ຄົນເພດດຽວກັນ ຢູ່ນະຄອນຫລວງປາຣີ ຂອງຝຣັ່ງ ໃນວັນອາທິດ ວານນີ້, ທີ 26 ພຶດສະພາ 2013.

ທີ່ປະເທດຝຣັ່ງ ພວກປະທ້ວງຫລາຍສິບພັນຄົນ ໄດ້ພາກັນ
ເດີນຂະບວນ ໄປທົ່ວນະຄອນຫລວງປາຣີ ໃນວັນອາທິດ
ວານນີ້ ຕໍ່ຕ້ານກັບກົດໝາຍ ທີ່ອະນຸຍາດໃຫ້ ຄົນເພດດຽວ
ກັນແຕ່ງງານກັນໄດ້ ທີ່ຫາກໍໄດ້ຖືກຮັບຜ່ານເມື່ອບໍ່ດົນ
ຜ່ານມານັ້ນ.

ຕໍາຫລວດເວົ້າວ່າ ຈໍານວນຄົນປະທ້ວງແມ່ນມີປະມານ 150
ພັນຄົນ ໃນຂະນະ ທີ່ພວກຈັດການປະທ້ວງເວົ້າວ່າ ມີ 1 ລ້ານ
ຄົນໄປຮ່ວມ ໃນການເດີນຂະບວນ ທີ່ໂດຍທົ່ວໄປແລ້ວໄດ້
ດໍາເນີນໄປຢ່າງສະງົບ ແຕ່ມີພວກເດີນຂະບວນທີ່ຂວາຈັດ
ປະມານນຶ່ງຮ້ອຍຄົນ ໄດ້ຕໍ່ສູ້ກັບຕໍາຫລວດປາບການຈາລະຈົນ ແລະຫລາຍຄົນໄດ້ຖືກຈັບ.

ການເດີນຂະບວນໃນວັນອາທິດວານນີ້ແມ່ນແນເປົ້າໝາຍໃສ່ປະທານາທິບໍດີ Francois
Holland ແລະລັດຖະບານສັງຄົມນິຍົມຂອງທ່ານຫລາຍເທົ່າໆກັນ ກັບການແຕ່ງງານ
ຂອງພວກກະເທີຍ. ພວກປະທ້ວງກຸ່ມນຶ່ງໄດ້ແຂວນປ້າຍ ຢູ່ນອກສໍານັກງານໃຫຍ່ຂອງ ພັກສັງຄົມນິຍົມ ຮຽກຮ້ອງໃຫ້ທ່ານ Holland ລາອອກຈາກຕໍາແໜ່ງ.

ຝຣັ່ງເປັນປະເທດທີ່ຄອບງໍາໄປດ້ວຍຄົນຖືສາສະໜາ Catholic ແຕ່ວ່າໃນທາງການ
ແລ້ວ ແມ່ນບໍ່ເຄ່ງຄັດໃນສາສະໜາ. ການຢັ່ງຫາງສຽງສະແດງໃຫ້ເຫັນວ່າ ຄົນຝຣັ່ງສ່ວນ ໃຫຍ່ແມ່ນສະໜັບສະໜຸນ ສິດທິໃນການແຕ່ງງານຂອງພວກຄົນເພດດຽວກັນ.
XS
SM
MD
LG