ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຝຣັ່ງໃກ້ຈະຮັບຮູ້ ການແຕ່ງງານຂອງ ຄົນເພດດຽວກັນ ວ່າຖືກກົດໝາຍ (ວີດິໂອ)


ພວກຄັດຄ້ານຕໍ່ການແຕ່ງງານ, ແລະການຮັບເອົາລູກມາເປັນລູກບຸນທໍາຂອງຄູ່ຜົວເມຍຄົນເພດດຽວກັນ ໄດ້ໂບກທຸງ ແລະຄໍາຂວັນໃນການເດີນຂະບວນຢ່າງໃຫຍ່ ຢູ່ເມືອງ Marseille ຂອງຝຣັ່ງ.
ພວກຄັດຄ້ານຕໍ່ການແຕ່ງງານ, ແລະການຮັບເອົາລູກມາເປັນລູກບຸນທໍາຂອງຄູ່ຜົວເມຍຄົນເພດດຽວກັນ ໄດ້ໂບກທຸງ ແລະຄໍາຂວັນໃນການເດີນຂະບວນຢ່າງໃຫຍ່ ຢູ່ເມືອງ Marseille ຂອງຝຣັ່ງ.
ຝຣັ່ງໄດ້ກ້າວໄປອີກບາດກ້າວນຶ່ງ ເຂົ້າໃກ້ການຈະກາຍເປັນນຶ່ງ
ໃນປະມານ 12 ປະເທດ ທີ່ຈະເຮັດໃຫ້ການແຕ່ງງານຂອງຄົນ
ເພດດຽວກັນ ຖືກຕ້ອງຕາມກົດ ໝາຍ.

ໃນວັນເສົາວານນີ້ ສະພາແຫ່ງຊາດຂອງຝຣັ່ງ ໄດ້ຮັບຜ່ານເອົາ
ຢ່າງຖ້ວມທົ້ນ ມາດກາສໍາຄັນຂໍ້ນຶ່ງ ໃນຮ່າງກົດໝາຍປະຕິຮູບ
ສະບັບນຶ່ງ ທີ່ຈະອະນຸຍາດໃຫ້ຄົນເພດດຽວກັນແຕ່ງງານກັນໄດ້
ແລະພ້ອມກັນນັ້ນ ກໍອະນຸຍາດໃຫ້ຄູ່ຜົວເມຍເພດດຽວກັນສາ
ມາດຮັບເອົາເດັກນ້ອຍມາເປັນລູກບຸນທໍາໄດ້.

ມາດຕະການທີ່ໄດ້ຮັບອະນຸມັດຈາກສະພາແຫ່ງຊາດຂອງຝຣັ່ງ
ອັນນີ້ ໄດ້ຕີຄວາມໝາຍຂອງການແຕ່ງງານວ່າ ເປັນການຕົກລົງ
ກັນລະຫວ່າງສອງຄົນຫລາຍກວ່າ ເປັນການຕົກລົງກັນລະຫວ່າງ
ຜູ້ຊາຍຄົນນຶ່ງ ແລະຜູ້ຍິງຄົນນຶ່ງ.

ບັດນີ້ ສະພາແຫ່ງຊາດ ຈະພິຈາລະນາ ຂໍ້ດັດແກ້ອີກຫລາຍຮ້ອຍຂໍ້ ທີ່ໄດ້ສະເໜີຂຶ້ນມາ ຢູ່ໃນຮ່າງກົດໝາຍປະຕິຮູບສະບັບນັ້ນ. ຄາດກັນວ່າ ການອະພິປາຍຢູ່ໃນສະພາ ຈະດໍາ ເນີນໄປເປັນເວລາຫລາຍອາທິດ.

ປະທານາທິບໍດີຝຣັ່ງ ທ່ານ Francois Holland ໄດ້ເອົາການປະຕິຮູບການແຕ່ງງານ ຂອງຄົນປະເພດດຽວກັນ ເປັນພາກສ່ວນນຶ່ງການໂຄສະນາຫາສຽງເລືອກຕັ້ງຂອງທ່ານ. ແຕ່ບັນຫາດັ່ງກ່າວ ໄດ້ພາໃຫ້ເກີດການເດີນຂະບວນຢ່າງໃຫຍ່ ໂດຍທັງພວກສະໜັບ ສະໜຸນ ແລະພວກຄັດຄ້ານຕໍ່ເລື້ອງດັ່ງກ່າວ.

ການຢັ່ງຫາງສຽງໄດ້ສະແດງໃຫ້ເຫັນວ່າ ປະຊາຊົນຝຣັ່ງໂດຍສ່ວນໃຫຍ່ ໄດ້ໃຫ້ການສະ ໜັບສະໜຸນຕໍ່ການແຕ່ງງານຂອງຄົນເພດດຽວກັນ ໃນຂະນະທີ່ມີຈໍານວນຄົນໃນຈໍານວນ ໜ້ອຍເປີເຊັນ ທີ່ເຫັນດີນໍາການອະນຸຍາດໃຫ້ຄູ່ຜົວເມຍ ເພດດຽວກັນຮັບເອົາເດັກນ້ອຍ ມາເປັນລູກບຸນທໍາໄດ້.
XS
SM
MD
LG