ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ​ຣັ່ງ ຍົກ​ຍ້າຍ​ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ 5 ຄົນ ທີ່​ 'ຖືກຂົ່ມ​ຂູ່​ໂດຍ​ກຸ່ມ​ຕາ​ລີ​ບານ'


​ນັກ​ຄົ້ນ​ຄວ້າ ແລະ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິດ​ທິ​ແມ່​ຍິງ ທ່ານ​ນາງ​ນາ​ວີນ ຮາ​ຊິມ, ຂວາ, ສວມກອດ​ນັກ​ຂ່າວ​ສາ​ລະ​ຄະ​ດີ
​ຄ​ົນ​ນຶ່ງ ເວ​ລາ​ທ່ານ​ນາງ ພ້ອມ​ກັບ​ແມ່​ຍິງ​​ອີກ 4 ຄົນ ​ແລະ​ເດັກ​ນ້ອຍ​ 3 ຄົນ ເດີນ​ທາງ​ໄປ​ເຖິງສະ​ໜາມ​ບິນ Roissy-Charles de Gaulle ທີ່​ປາ​ຣີ ເມື່ອ​ວັນ​ທີ 4 ກັນ​ຍາ 2023.
​ນັກ​ຄົ້ນ​ຄວ້າ ແລະ​ນັກ​ເຄື່ອນ​ໄຫວ​ເພື່ອ​ສິດ​ທິ​ແມ່​ຍິງ ທ່ານ​ນາງ​ນາ​ວີນ ຮາ​ຊິມ, ຂວາ, ສວມກອດ​ນັກ​ຂ່າວ​ສາ​ລະ​ຄະ​ດີ ​ຄ​ົນ​ນຶ່ງ ເວ​ລາ​ທ່ານ​ນາງ ພ້ອມ​ກັບ​ແມ່​ຍິງ​​ອີກ 4 ຄົນ ​ແລະ​ເດັກ​ນ້ອຍ​ 3 ຄົນ ເດີນ​ທາງ​ໄປ​ເຖິງສະ​ໜາມ​ບິນ Roissy-Charles de Gaulle ທີ່​ປາ​ຣີ ເມື່ອ​ວັນ​ທີ 4 ກັນ​ຍາ 2023.

ຝ​ຣັ່ງ ໃນ​ວັນ​ຈັນ​ວານນີ້ ມີ​ກຳ​ນົດ​ທີ່​ຈະຮັບ​ເອົາ​ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ 5 ຄົນ “ທີ່​ຖືກ​ຂົ່ມ​ຂູ່​ໂດຍ​ກຸ່ມ​ຕາ​ລີ​ບານ” ຫຼັງ​ຈາກ​ໄດ້​ມີ​ການ​ຮ້ອງ​ຂໍ​ຊ້ຳ​ແລ້ວ​ຊ້ຳ​ອີກ ໃຫ້​ຝ​ຣັ່ງ​ສ້າງ​ຕັ້ງເສັ້ນ​ທາງ​ມະ​ນຸດ​ສະ​ທຳ​ ສຳ​ລັບ​ພວກ​ແມ່​ຍິງທີ່​ຖືກ​ປິດ​ຈາກ​ຊີ​ວິດ​ສາ​ທາ​ລະ​ນະ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ເຈົ້າ​ໜ້າ​ທີ່​ກ່າວ ອີງ​ຕາມ​ລາຍ​ງານ​ ຂ​ອງ​ອົງ​ການ​ຂ່າວ AFP.

ນັບ​ແຕ່​ໄດ້​ກັບ​ຄືນ​ເຂົ້າ​ກຳ​ອຳ​ນາດ​ໃນ​ປີ 2021 ເຈົ້າ​ໜ້າ​ທີ່​ຕາ​ລີ​ບານ​ໄດ້​ນຳ​ໃຊ້​ກົດ​ໝາຍສາ​ສະ​ໜາ​ອິ​ສ​ລາມ ທີ່​ມີ​ການ​ຕີ​ຄວາມ​ໝາຍ​ຢ່າງ​ເຄັ່ງ​ຄັດ ໂດຍ​ທີ່​ພວກ​ແມ່​ຍິງໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ເຕັມ​ທີ່​ຈາກ​ກົດ​ໝາຍ​ເຫຼົ່າ​ນີ້ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ລະ​ບຸ​ວ່າ ເປັນ “ການ​ແບ່ງ​ແຍກ​ທາງ​ເພດ.”

ພວກ​ແມ່​ຍິງແລະ​ເດັກ​ນ້ອຍ​ແມ່​ຍິງ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າ​ໂຮງ​ຮຽນ​ມັດ​ທະ​ຍົມ​ແລະ​ມະ​ຫາ​ວິ​ທະ​ຍາ​ໄລ ຕະ​ຫຼອດ​ທັງ​ຖືກ​ຫ້າມ ​ບໍ່​ໃຫ້​ໄປ​ຢ້ຽມ​ຢາມ ​ສວນ​ສາ​ທາ​ລະ​ນະ ງານ​ອອກ​ຮ້ານ​ຕະ​ຫຼາດ​ນັດ ແລະ​ບ່ອນ​ອອກ​ກຳ​ລັງ​ກາຍ.

ນອກນັ້ນ ພວກ​ເຂົາ​ເຈົ້າ​ຍັງ​ໄດ້​ຖືກ​ຂັດ​ຂວາງ​ບໍ່​ໃຫ້​ເຮັດ​ໃຫ້​ແກ່​ອົງ​ການ​ຕ່າງໆ​ຂອງ​ສະ​ຫະ​ປະ​ຊາ​ຊາດແລະ​ບັນ​ດາ​ອົງ​ການ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຊຶ່ງ​ໃນ​ຂະ​ນະ​ດຽວ​ກັນກໍ​ມີ​ພວກ​ແມ່​ຍິງ​ຫຼາຍ​ພັນ​ຄົນ ​ຖືກ​ປົດ​ອອກ​ຈາກວຽກ​ການ​ຂອງ​ລັດ​ຖະ​ບານ​ຫລື​ຖືກ​ຈ້າງ​ໃຫ້​ຢູ່​ກັບ​ບ້ານ​ກັບ​ເຮືອນ.

​ຫົວ​ໜ້າ ເຈົ້າ​ໜ້າ​ທີ່​ກວດຄົນ​ເຂົ້າ​ເມືອງ​ ຂອງ​ຝ​ຣັ່ງ ທ່ານ​ດີ​ດີ​ເອ ເລ​ສ​ຊີ (Didier Leschi) ກ່າວ​ຕໍ່​ອົງ​ການ​ຂ່າວ AFP ວ່າ ດຳ​ລັດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ “ໃຫ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ແກ່​ພວກ​ແມ່​ຍິງ ຊຶ່ງ​ໃນ​ຕົ້ນ​ຕໍ​ແລ້ວ ​ຖືກ​ຂົ່ມ​ຂູ່​ໂດຍ​ກຸ່ມ​ຕາ​ລີ​ບານ ຍ້ອນ​ພວກ​ເຂົາ​ເຈົ້າ​ໄດ້​ກຳ​ຕຳ​ແໜ່ງ​ສຳ​ຄັນ ​ໃນ​ສັງ​ຄົມ​ອັ​ຟ​ກາ​ນິ​ສ​ຖານ… ຫຼື​ບໍ່​ກໍ​ມີ​ການ​ຕິດ​ຕໍ່​ທີ່​ໃກ້​ຊິດ​ກັບ​ພວກ​ຊາວ​ຕາ​ເວັນ​ຕົກ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG