ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝຣັ່ງ ແລະ ອັງກິດ ຂະຫຍາຍການສັກຢາວັກຊີນກັນໂຄວິດ-19 ໃນທົ່ວປະເທດ


ຝູງຊົນທີ່ໜາແໜ້ນພາກັນຍ່າງຢູ່ເມືອງບັອກໂດ (Bordeaux) ໃນຂະນະທີ່ຮ້ານກາເຟ ຮ້ານອາຫານ ແລະທຸລະກິດຕ່າງໆ ພາກັນເປີດບໍລິການ ຄືນໃໝ່ຢຸູ່ປະເທດຝຣັ່ງ .
ຝູງຊົນທີ່ໜາແໜ້ນພາກັນຍ່າງຢູ່ເມືອງບັອກໂດ (Bordeaux) ໃນຂະນະທີ່ຮ້ານກາເຟ ຮ້ານອາຫານ ແລະທຸລະກິດຕ່າງໆ ພາກັນເປີດບໍລິການ ຄືນໃໝ່ຢຸູ່ປະເທດຝຣັ່ງ .

ເພື່ອຕໍ່ສູ້ກັບກໍລະນີຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ທີ່ພວມເພີ້ມທະວີຂຶ້ນນັ້ນ ຝຣັ່ງ
ແລະອັງກິດ ໄດ້ເຄື່ອນໄຫວໃນວັນຈັນວານນີ້ ເພື່ອໃຫ້ມີສັກຢາວັກຊີນເພີ້ມຂຶ້ນ.
ຝຣັ່ງ ໃນເວລານີ້ ໄດ້ອະນຸຍາດໃຫ້ຜູ້ໃຫຍ່ທັງໝົດໄດ້ຮັບການສັກຢາວັກຊີນກັນໂຄວິດ-
19 ແລ້ວ. ປະທານາທິບໍດີ ເອັມມານຸຍແອລ ມາກຣົງ ແລະພັນລະຍາ ທ່ານນາງບຣິຈິດ
ໄດ້ພາກັນສັກຢາວັນຊິນ ໃນວັນຈັນວານນີ້.

ປະທານາທິບໍດີມາກຣົງ ຜູ້ທີ່ໄດ້ຕິດພະຍາດທີ່ເກີດຈາກໄວຣັສໂຄໂຣນາໃນເດືອນ ທັນ
ວາຜ່ານມາ ໄດ້ຂຽນຂໍ້ຄວາມລົງທວິດເຕີ້ວ່າ “ຄືດັ່ງທີ່ທ່ານນາງບຣິຈິດ ແລະ ຂ້າພະເຈົ້າ
ກໍບໍ່ຕ່າງຫຍັງກັບຊາວຝຣັ່ງ 25 ລ້ານຄົນ ໄດ້ສັກຢາວັກຊີນໄປແລ້ວ ຈົ່ງມາສັກຢາວັກ
ຊີນກັນເຖາະ ເພື່ອປ້ອງກັນໂຕເຮົາເອງແລະຄົນທີ່ພວກເຮົາຮັກ.”

ມາຮອດວັນຈັນວານນີ້ ຝຣັ່ງໄດ້ຢືນຢັນວ່າ ມີຜູ້ຕິດເຊື້ອໂຄວິດ-19 ຫຼາຍກວ່າ 5 ລ້ານ 7
ແສນກໍລະນີ ແລະຜູ້ເສຍຊີວິດ 109,690 ຄົນ ຍ້ອນພະຍາດດັ່ງກ່າວ ອີງຕາມສູນກາງ
ຊັບພະຍາກອນໄວຣັສໂຄໂຣນາ ຈອນສ໌ ຮັອບກິນສ໌.

ຢູ່ໃນປະເທດອັງກິດ ພວກເຈົ້າໜ້າທີ່ການແພດໄດ້ເປີດເດີ່ນຫຼິ້ນກິລາຣັກບີ ທວິກເກີນແຮມ (Twickenham) ໃຫ້ເປັນບ່ອນສັກຢາວັກຊີນແລະການໄປສັກຢາວັກຊີນນີ້ ບໍ່
ຈຳເປັນຕ້ອງການນັດໝາຍລ່ວງໜ້າ. ອັງກິດ ທີ່ກຳລັງມີກໍລະນີຕິດເຊື້ອໄວຣັສໂຄໂຣ
ນາເພີ້ມຂຶ້ນນັ້ນ ພະຍາຍາມທີ່ຈະຄວບຄຸມການແຜ່ລະບາດຂອງໄວ ຣັສສາຍພັນໃໝ່ທີ່
ມີການລະບາດຢ່າງວ່ອງໄວນັ້ນ ຊຶ່ງໄດ້ມີການລະບຸເປັນເທື່ອ ທຳອິດຢູ່ໃນປະເທດອິນ
ເດຍ ແລະປະກອບເປັນກໍລະນີຕິດເຊື້ອໃໝ່ທັງໝົດ.

ປະເທດອັງກິດໄດ້ຢືນຢັນວ່າ ມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 4 ລ້ານ 5 ແສນກໍລະນີ
ມາຮອດວັນຈັນວານນີ້ ແລະມີຜູ້ເສຍຊີວິດ 128,044 ຄົນ.

ເລີ້ມແຕ່ວັນທີ 7 ເດືອນມິຖຸນາເປັນຕົ້ນມາ ເຢຍຣະມັນມີແຜນທີ່ຈະສັກຢາວັກຊິນ ກັນ
ໄວຣັສໂຄໂຣນາ ໃຫ້ແກ່ທຸກຄົນ ທີ່ມີອາຍຸສູງກວ່າ 16 ປີ.

ມາຮອດວັນຈັນວານນີ້ ເຢຍຣະມັນ ໄດ້ຢືນຢັນວ່າ ມີຜູ້ຕິດເຊື້ອໄວຣັສໂຄໂຣນາ ເກືອບ
3 ລ້ານ 7 ແສນກໍລະນີ ແລະ 88,469 ຄົນໄດ້ເສຍຊີວິດ ອີງຕາມສູນ ກາງຊັໍບພະຍາ
ກອນໄວຣັສໂຄໂຣນາ ຈອນສ໌ ຮັອບກິນສ໌.

ອົງການອະນາໄມໂລກ (WHO) ໄດ້ຕອບໂຕ້ຕໍ່ການຕ້ອງຕິວ່າ ບັນດາຊື່ວິທະ ຍາສາດຂອງໄວຣັສໂຄໂຣນາສາຍພັນໃໝ່ຕ່າງໆ ແມ່ນສັບສົນເກີນໄປ ຫຼືເປັນ ຊື່ທີ່ບໍ່ເປັນມົງຄົນສຳລັບບາງປະເທດ ດັ່ງນັ້ນໃນວັນຈັນວານນີ້ ຈຶ່ງໄດ້ຕັ້ງຊື່ຂອງໄວຣັສສາຍພັນໃໝ່ ເປັນໂຕອັກສອນກຣິສ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG