ພັກເປັນກາງອຽງຂວາຂອງ ຝຣັ່ງ ໄດ້ໂປໂລຂຶ້ນນຳໜ້າໃນຜົນເບື້ອງ ຕົ້ນ ຂອງການເລືອກຕັ້ງໃນພາກພື້ນ, ເປັນໄຊຊະນະຄືນຂອງພັກ ອະນຸລັກຂວາຈັດທີ່ກຳລັງມາແຮງ, ໜຶ່ງເດືອນຫຼັງຈາກການໂຈມຕີ ກໍ່ການຮ້າຍໃນນະຄອນຫຼວງ ປາຣີ ໂດຍພວກຫົວຮຸນແຮງອິສລາມ.
ຄະແນນສຽງທີ່ອອກມາລ່ວງໜ້າໄດ້ສະແດງໃຫ້ເຫັນວ່າ ພັກຣີິພັບ ບລີກັນຂອງ ອະດີປະທານາທິບໍດີ Nicolas Sarkozy ແລະ ພັນ ທະມິດພັກນິຍົມກາງຂວາຂອງທ່ານມີຄະແນນນຳໜ້າໃນ 7 ຈາກ 13 ພື້ນທີ່ໃນ ຝຣັ່ງ, ລວມທັງ ເຂດ Ile de France ຂອງນະຄອນ ຫຼວງ ປາຣີ ແລະ ເຂດທີ່ຢູ່ຫ່າງໄກ. ພັກສັງຄົມນິຍົມທີ່ກຳລັງປົກ ຄອງປະເທດຢູ່ ແລະ ພັກຝ່າຍຊ້າຍ ອື່ນໆໄດ້ຮັບຢ່າງໜ້ອຍ 5 ພື້ນ ທີ່. ແລະ ພັກຊາດນິຍົມໄດ້ຮັບໄຊຊະນະໃນເກາະ Corsica.
ຫຼັງຈາກໄດ້ນຳໜ້າໃນ 6 ພື້ນທີ່ໃນລະຫວ່າງຮອບທຳອິດຂອງການລົງຄະແນນ ສຽງໃນສັບປະ ດາທີ່ຜ່ານມາ, ແນວໜ້າຕໍ່ຕ້ານພວກອົບພະຍົບ, ຕໍ່ຕ້ານຊາວຢູໂຣບ ແຫ່ງຊາດ ໄດ້ລົ້ມແຫຼວໃນ ການໄດ້ຮັບໄຊຊະນະແມ່ນແຕ່ພື້ນທີ່ດຽວ. ແຕ່ວ່າ ຄວາມແຂງແກ່ນຂອງພັກດັ່ງກ່າວໄດ້ສະ ແດງໃຫ້ເຫັນການໄດ້ຮັບຄະແນນສຽງ 1 ສ່ວນ 3 ຫຼືຫຼາຍກວ່າໃນບາງພາກພື້ນ, ເປັນການເນັ້ນ ຢ້ຳເຖິງການໄດ້ຮັບ ໄຊຊະນະທີ່ໝັ້ນຄົງໃນສອງສາມປີທີ່ຜ່ານມາລວມທັງການເລືອກຕັ້ງໃນ ທ້ອງຖິ່ນເມື່ອເດືອນມີນາ ແລະ ປີກາຍນີ້ຂອງ ສະຫະພາບຢູໂຣບ.
ນາຍົກລັດຖະມົນຕີພັກສັງຄົມນິຍົມ ທ່ານ Manuel Valls ໄດ້ກ່າວໃນຕອນຄ່ຳວັນອາທິດວານ ນີ້ວ່າ “ຄວາມອັນຕະລາຍຂອງພັກອະນຸລັກນິຍົມຂວາຈັດ ແມ່ນບໍ່ໄດ້ຫຼຸດໜ້ອຍລົງ, ຍັງຫ່າງ ໄກຫຼາຍ. ຂ້າພະເຈົ້າຍັງບໍ່ທັນໄດ້ລືມການເລືອກຕັ້ງຮອບທຳອິດຂອງພາກພື້ນ ແລະ ການ ເລືອກຕັ້ງໃນຄັ້ງທີ່ຜ່ານມາ.”
ທ່ານ Sarkozy ໄດ້ກ່າວຕັກເຕືອນໃນຄຳປາໄສຂອງທ່ານເອງ ຕໍ່ບັນດາຜູ້ສະໜັບສະໜູນ. ທ່ານໄດ້ກ່າວວ່າ “ໃນເວລານີ້ພວກເຮົາຕ້ອງໃຊ້ເວລາເພື່ອປຶກສາຫາລືກ່ຽວກັບ ພື້ນຖານ ຂອງຄຳຖາມທີ່ດີທີ່ສຸດທີ່ເຮັດໃຫ້ຄົນ ຝຣັ່ງ ເຈັບປວດ.”
ໃນເຂດຊົນຊັ້ນກຳມະກອນຂອງຊຸມຊົນ Aubervilliers ທີ່ຢູ່ນອກນະຄອນຫຼວງ ປາຣີ, ເຊິ່ງ ເປັນບ້ານຂອງຜູ້ຍົກຍ້າຍຖິ່ນຖານ ອາຣັບ ແລະ ອາຟຣິກາ, ທ່ານນາງ Maria del Carmen ໄດ້ປ່ອນບັດລົງຄະແນນສຽງສຳລັບພັກສັງຄົມນິຍົມທີ່ພວມປົກຄອງປະເທດຢູ່.
ທ່ານນາງໄດ້ກ່າວວ່າ “ຂ້າພະເຈົ້າບໍ່ແມ່ນຄົນຂອງແນວໜ້າແຫ່ງຊາດ, ພວກເຂົາເຈົ້າແມ່ນ ຜະເດັດການ. ບໍ່ໆໆ.”
ໃນຂະນະທີ່ເມືອງດັ່ງກ່າວໄດ້ເລືອກເອົາພັກຝ່າຍຊ້າຍ, ພັກແນວໜ້າກໍຍັງນຳໜ້າເປັນອັນດັບ ສອງໃນການເລືອກຕັ້ງຮອບທຳອິດຢູ່, ເປັນການສະທ້ອນໃຫ້ກັບເຂດນອກນະຄອນຫຼວງ ປາຣີ ອື່ນໆ ເຊິ່ງຂໍ້ຄວາມກ່ຽວກັບກົດໝາຍ ແລະ ການອອກຄຳສັ່ງຂອງພວກເຂົາເຈົ້າໄດ້ດັງກ້ອງໄປ ທົ່ວ, ໂດຍສະເພາະຫຼັງຈາກການໂຈມຕີນະຄອນຫຼວງຂອງ ຝຣັ່ງ ໃນວັນທີ 13 ພະຈິກທີ່ຜ່ານ ມາ.