ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັກຂວາຈັດ ຂອງຝຣັ່ງ ຈະໄດ້ຮັບ ໄຊຊະນະ ຕື່ມອີກ ໃນການເລືອກຕັ້ງທ້ອງຖິ່ນ ຮອບສອງ


France Elections
please wait
Embed

No media source currently available

0:00 0:00:27 0:00

ເຊີນຊົມ ວີດີໂອ ລາຍງານນີ້

ບັນດາຊາວຝຣັ່ງຜູ້ມີສິດອອກສຽງ ພາກັນມຸ້ງໜ້າໄປຍັງໜ່ວຍ
ເລືອກຕັ້ງ ໃນວັນອາທິດມື້ນີ້ ສຳລັບການເລືອກຕັ້ງຮອບສອງ
ຂອງພາກພື້ນ ໂດຍມີພັກແນວໂຮມແຫ່ງຊາດ ຂວາຈັດ ຫຼື
National Front (FN) ຫວັງທີ່ຈະໄດ້ຮັບການຄວບຄຸມ
ພາກພື້ນເປັນຄັ້ງທຳອິດ ໃນທີ່ສຸດ.

ທ່ານນາງ Marine Le Pen ແລະ ພັກຂອງທ່ານນາງ ຢາກ
ຈະເຫັນການເລືອກຕັ້ງ ຮອບສອງແບບເດັດຂາດ ທີ່ດີເທົ່າກັບ
ການເລືອກຕັ້ງຮອບທຳອິດ ເມື່ອອາທິດແລ້ວນີ້ ຊຶ່ງໄດ້ເຫັນຜົນ
ອອກມາວ່າ ພັກ FN ທີ່ຕໍ່ຕ້ານການຮັບເອົາຄົນເຂົ້າເມືອງນັ້ນ
ຢູ່ອັນດັບໜ້າໃນ 6 ຂົງເຂດ ຈາກ 13 ພາກພື້ນ.

ພັກສັງຄົມນິຍົມທີ່ປົກຄອງຢູ່ໃນປັດຈຸບັນ ຊຶ່ງເຂົ້າມາເປັນອັນດັບສາມ ເມື່ອວັນອາທິດ
ແລ້ວນີ້ ໄດ້ຖອນຕົວບັນດາຜູ້ລົງສະໝັກຂອງຕົນອອກ ໃນສອງພາກພື້ນທີ່ສຳຄັນ ສຳລັບ
ການເລືອກຕັ້ງຮອບສອງ ແລະຮຽກຮ້ອງ ພວກທີ່ສະໜັບສະໜູນພັກ ໃຫ້ໄປເຫັນດີກັບ
ພັກຣີພັບບລີກັນ ຂອງອະດີດປະທານາທິບໍດີ ທ່ານ Nicolas Sarkozy ຊຶ່ງເຂົ້າມາເປັນ
ອັນດັບສອງເມື່ອອາທິດແລ້ວນີ້.

ການຈັດລະດັບຄວາມເພິ່ງພໍໃຈສ່ວນຕົວຂອງຊາວຝຣັ່ງ ຕໍ່ປະທານາທິບໍດີຝຣັ່ງ ທ່ານ
ຟຣັງຊົວສ໌ ໂອລລັງດ໌ ແມ່ນໄດ້ເພີ້ມສູງຂຶ້ນ ຍ້ອນຈຸດຢືນຂອງແນວທາງທີ່ແຂງແກ່ນ
ຕັ້ງແຕ່ມີການໂຈມຕີກໍ່ການຮ້າຍຫຼາຍບັ້ນ ແຕ່ການຈັດລະດັບພັກຂອງທ່ານນັ້ນ ຍັງຄົງ
ຕ່ຳຢູ່.

ກ່ອນໜ້າການເລືອກຕັ້ງໃນພາກພື້ນ ຈະເລີ້ມຕົ້ນຂຶ້ນເມື່ອວັນອາທິດແລ້ວນີ້ ມີການຄາດ
ຄະເນຢ່າງກວ້າງຂວາງ ວ່າ ພັກແນວໂຮມແຫ່ງຊາດ ຫຼື FN ທີ່ຕໍ່ຕ້ານອິສລາມ ຈະໄດ້ມາ
ຜົນປະໂຫຍດດ້ານການເມືອງຫຼາຍກວ່າ ພັກສັງຄົມນິຍົມ ທີ່ປົກຄອງຢູ່ນັ້ນ ພາຍຫລັງຈາກ
ການໂຈມຕີກໍ່ການຮ້າຍ ເມື່ອເດືອນແລ້ວນີ້ ທີ່ເຮັດໃຫ້ 130 ຄົນເສຍຊີວິດ. ລະດັບຄວາມ
ນິຍົມຂອງພັກ FN ໄດ້ສູງຂຶ້ນຕັ້ງແຕ່ມີການໂຈມຕີຫຼາຍບັ້ນເປັນຕົນມາ. ບັນດາຜູ້ນຳພັກ
FN ໄດ້ເຊື່ອມໂຍງການກໍ່ການຮ້າຍ ໃສ່ກັບການຮັບເອົາຄົນເຂົ້າເມືອງ ຕະຫລອດມາ.

ຖ້າພັກ FN ຊະນະຄະແນນສຽງພຽງພໍ ທ່ານນາງ Le Pen ແມ່ນຫວັງວ່າ ຈະໃຊ້ການສະ
ໜັບສະໜູນນີ້ ເປັນພື້ນຖານຂອງການເລີ້ມລົງສະໝັກເປັນປະທານາທິບໍດີ ໃນປີ 2017.

XS
SM
MD
LG