ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວຝຣັ່ງປ່ອນບັດ ເລືອກຕັ້ງປະທານາທິບໍດີ ຮອບຕັດສິນຊີ້ຂາດ (ເບິ່ງສະໄລດ໌)


ປະຊາຊົນຝຣັ່ງ ປ່ອນບັດເລືອກຕັ້ງ ໃນຮອບຕັດສິນຊີ້ຂາດ, ວັນອາທິດ ທີ 6 ພຶດສະພາ 2012.
ປະຊາຊົນຝຣັ່ງ ປ່ອນບັດເລືອກຕັ້ງ ໃນຮອບຕັດສິນຊີ້ຂາດ, ວັນອາທິດ ທີ 6 ພຶດສະພາ 2012.

ໃນ​ວັນ​ອາທິດ​ມື້​ນີ້ ປະຊາຊົນ​ຝຣັ່ງ ພາກັນ​ອອກ​ໄປ​ປ່ອນ​ບັດ​ເລືອກຕັ້ງ​ປະທານາທິບໍດີ ​ຂັ້ນ​ຕັດສິນ​ຊີ້​ຂາດ​.

ຜົນ​ການ​ຢັ່ງ​ສຽງ​ມະຫາຊົນ​ຄັ້ງລ່າ​ສຸດ ຊີ້​ແນະ​ວ່າ ປະທານາທິບໍດີ Nicolas Sarkozy ກໍາລັງ​ໄດ້​ຮັບ​ຄະ​ແນນ​ເພີ່ມ​ຂຶ້ນ​ອີກ ຈາກ​ຄະ​ແນນ​ທີ່ຕໍ່າ​ກວ່າ​ຄູ່​ແຂ່ງພັກ​ສັງຄົມ​ນິຍົມ​ຂອງ​ທ່ານ ​ແຕ່ທ່ານ Francois Hollande ກໍ​ຄາດ​ວ່າ​ຈະໂຜ່​ໂຕ​ຂຶ້ນມາໄດ້​ຮັບໄຊຊະນະ.

ປະທານາທິບໍດີ ຊາ​ໂກ​ຊີ ​ໄດ້ປະ​ເຊີນ​ກັບ​ການ​ຕໍາ​ໜິຕິຕຽນ​ຢ່າງ​ໃຫຍ່ ສໍາລັບການ​ຮັບ​ມື​ກັບ​ບັນຫາ​ເສ​ດຖະກິດ​ຂອງ​ທ່ານ ແລະ​ບວກກັບ​ວິທີ​ການບໍລິຫານ​ປະ​ເທດ​ແບບ​ບໍ່​ຄິດ​ຢ່າງ​ລອບ​ຄອບ​ຂອງ​ທ່ານ​ໃນ​ໄລຍະ​ການ ດໍາລົງຕໍາ​ແໜ່​ງ ປະທານາທິບໍດີ​ຫ້າ​ປີ​ຂອງ​ທ່ານ​ນັ້ນ

ທ່ານ Charles Kupchan ນັກວິ​ເຄາະ​ສະພາວ່າ​ດ້ວຍ​ຄວາມ​ສໍາພັນ​ຕ່າງປະ​ເທດ ກ່າວ​ວ່າ ປະທານາທິບໍດີ​ຊາ​ໂກ​ຊີ ​ໄດ້​ສູນ​ເສຍ​ຄວາມ​ນິຍົມ ຊົມ​ຊອບ​ໄປ​ແລ້ວ ຊຶ່ງ​ຄັ້ງ​ນຶ່ງ​ທີ່​ທ່ານ​ເຄີຍ​ມ່ວນ​ຊືນ​ເບີກບານ​ນັ້ນ.

ທ່ານ Hollande ​ເປັນ​ນັກ​ການ​ເມືອງ​ທີ່​ມີ​ປະສົບ​ການ​ສູງ ຜູ້​ທີ່​ເປັນ​ຫົວໜ້າ ພັກ​ສັງຄົມ​ນິຍົມ​ມາ​ເປັນ​ເວລາ​ຫລາຍ​ປີ ​ແຕ່​ທ່ານ​ກໍບໍ່​ເຄີຍ​ດໍາລົງ​ຕໍາ​ແໜ່​ງລະ ດັບ​ສູງ​ສຸດ​ໃນ​ວົງ​ການລັດຖະບານ.

ການ​ແຂ່ງຂັນ​ຕໍາ​ແໜ່​ງປະທານາທິບໍດີ​ຂອງ​ຜູ້​ສະໝັກ​ເລືອກ​ຕັ້ງ​ພັກສັງຄົມນິຍົມ ​ໄດ້​ຮັບ​ຄະ​ແນນ​ສຽງ​ເພີ່ມ​ຫລາຍ​ຂຶ້ນ​ໃນ​ວັນ​ພະຫັດ​ຜ່ານ​ມາ​ນີ້ ​ເວລາ ທ່ານ Francois Bayrou ອະດີດ​ຜູ້​ຮັບ​ສະມັກ​ເລືອກ​ຕັ້ງ​ພັກ​ຝ່າຍ​ກາງ ກ່າວ​ວ່າ​ທ່ານ​ຈະ​ປ່ອນ​ບັດ​ໃຫ້​ທ່ານ Hollande. ​ທ່ານ Bayrou ຊະນະ 9 ​ເປີ​ເຊັນ​ຂອງ​ການ​ປ່ອນ​ບັດ​ເລືອກ​ຕັ້ງປະທານາທິບໍດີ​ຮອບ​ທີນຶ່ງໃນ​ເດືອນ​ຜ່ານ​ມານີ້.

​ໃນ​ຂະນະ​ດຽວ​ກັນ ທ່ານ​ນາງ Marine Le Pen ຜູ້​ນໍາ​ພັກ​ຂວາ​ຈັດ ທີ່ ​ໄດ້​ຮັບ​ຄະ​ແນນ​ອັນ​ດັບ​ສາມ​ໃນ​ການ​ເລື​ອກ​ຕັ້ງ​ຮອບ​ທີ່​ນຶ່ງ​ເມື່ອ​ເດືອນແລ້ວ​ນີ້ ​ກໍ ​ເວົ້າວ່າ ທ່ານ​ນາງ​ຈະ​ບໍ່​ຂໍ​ສະໜັບສະ​ໜຸນ​ຝ່າຍ​ໃດ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕັດ ສິນ​ຊີ້​ຂາດ​ນັ້ນ.

ການ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ປະ​ເທດ​ຝຣັ່ງ ແມ່ນ​ໄດ້​ເລິ່ມຕົ້ນ​ຂື້ນ​ໃນ​ເວລາ 8 ​ໂມງ​ເຊົ້າຕາມ​ເວລາ​ທ້ອງ​ຖິ່ນ ​ແລະ​ຈະ​ປິດ​ລົງ 10 ຊົ່ວ​ໂມງ​ຕໍ່ໄປ.

XS
SM
MD
LG